ປະເມີນຜົນພະນັກງານ-ລັດຖະກອນແຕ່ລະຫ້ອງການຂັ້ນເມືອງ

    ວັນທີ 10 ພຶດສະພາ 2022 ທ່ານ ອໍາພອນ ສີສຸພັນ ກໍາມະການພັກເມືອງ ຫົວໜ້າຫ້ອງການພາຍໃນ ເມືອງສັງທອງ ນະຄອນຫຼວງວຽງຈັນ ໄດ້ຂຶ້ນປະກອບມີຄໍາເຫັນຕໍ່ກອງປະຊຸມວຽກງານຈັດຕັ້ງກໍ່ສ້າງພັກ-ພະນັກງານ ວ່າ: ການປັບປຸງກົງຈັກການຈັດຕັ້ງ ແລະ ການກໍານົດຕໍາແໜ່ງງານ ແມ່ນໄດ້ຈັດຕັ້ງປະຕິບັດຕາມມະຕິກອງປະຊຸມໃຫ່ຍ ຄັ້ງທີ 5 ຂອງອົງຄະນະພັກເມືອງສັງທອງ ການປັບປຸງກົງຈັກການຈັດຕັ້ງຕ້ອງຮັບປະກັນໃຫ້ມີຄວາມກະທັດຮັດ ມີລັກສະນະປະຢັດ ເຂັ້ມແຂງໜັກແໜ້ນ ສາມາດເຄື່ອນໄຫວວຽກງານໃຫ້ມີປະສິດທິພາບ ແລະ ປະສິດທິຜົນກວ່າເກົ່າ.

     ໃນໄລຍະຜ່ານມາ ໄດ້ປັບປຸງກົງຈັກການຈັດຕັ້ງ ຕິດພັນກັບການກໍານົດຕໍາແໜ່ງງານ ແຕ່ລະຫ້ອງການ ປະເມີນຜົນພະນັກງານ-ລັດຖະກອນ ແຕ່ລະຫ້ອງການຂັ້ນເມືອງໄດ້ສໍາເລັດເປັນແຕ່ລະປີ ປັດຈຸບັນ ທົ່ວເມືອງສັງທອງມີພະນັກງານ-ລັດຖະກອນທັງໝົດ 673 ທ່ານ ຍິງ 312 ທ່ານ ໃນນີ້ພະນັກງານ-ລັດຖະກອນສາຍຕັ້ງ 604 ທ່ານ ຍິງ 282 ທ່ານ ແລະ ພະນັກງານລັດຖະກອນສາຍຂວາງ 69 ທ່ານ ຍິງ 30 ທ່ານ ລວມໃນນັ້ນ ມີຄູ 352 ທ່ານ ຍິງ 180 ທ່ານ ແລະ ແພດໝໍ 45 ທ່ານ ຍິງ 31 ທ່ານ ນອກຈາກນັ້ນ ຍັງໄດ້ປັບປຸງລະບົບກົງຈັກການຈັດຕັ້ງຂັ້ນບ້ານເປັນ 5 ໜ່ວຍງານ ໄດ້ 35 ບ້ານ ທົ່ວເມືອງ ການປັບປຸງກົງຈັກການຈັດຕັ້ງຂັ້ນບ້ານ ແມ່ນປະຕິບັດຕາມທີດນໍາຄື: ເລືອກຕັ້ງ ຫຼື ແຕ່ງຕັ້ງ ໃຫ້ເລຂາໜ່ວຍພັກອອກຮັບສະໝັກເລືອກຕັ້ງ ເລຂາໜ່ວຍພັກຄວບຕໍາແໜ່ງນາຍບ້ານມີ 35 ບ້ານ ໃນນີ້ມີພະນັກງານ-ລັດຖະກອນ ເປັນນາຍບ້ານ 1 ທ່ານ ແລະ ຮອງນາຍບ້ານ 1 ທ່ານ ຍິງ 1 ທ່ານ. ທັງນີ້ກໍເພື່ອຫັນເອົາມະຕິ ຄໍາສັ່ງຂອງຂັ້ນເທິງເຂົ້າສູ່ຕົວຈິງ  ໃນການປັບປຸງກົງຈັກການຈັດຕັ້ງ  ແລະ  ການກໍານົດຕໍາແໜ່ງງານຢູ່ຂັ້ນເມືອງ ແລະ ຂັ້ນບ້ານ ໃຫ້ກະທັດຮັດ ໜັກແໜ້ນ ເຂັ້ມແຂງ ເພື່ອເຄື່ອນໄຫວໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ໃນການຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ເຮັດໃຫ້ການປັບປຸງລະບົບກົງຈັກການຈັດຕັ້ງຕິດພັນກັບການກໍານົດຕໍາແໜ່ງງານ ໃຫ້ມີຄວາມສອດຄ່ອງກັບນິຕິກໍາຂັ້ນເທິງວາງອອກ ການຂຽນກໍານົດຕໍາແໜ່ງງານ ແມ່ນເພື່ອຫຼີກເວັ້ນໜ້າວຽກທີ່ຊໍ້າຊ້ອນກັນ ແລະ ຕິດພັນກັບການບັນຈຸບຸຄະລາກອນເຂົ້າໃສ່ຕໍາແໜ່ງງານຕາມວິຊາສະເພາ ຄວາມຮູ້ ຄວາມສາມາດ ແລະ ຕ້ານປາກົດການຄົນເຫຼືອບໍ່ພໍ ຈຶ່ງຈະຊ່ວຍປະຢັດງົບປະມານຂອງລັດໄດ້.

# ຂ່າວ – ພາບ : ວຽງມາ

error: Content is protected !!