ທ່ານນາຍົກ ສືບຕໍ່ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ-ອາເມຣິກາ ສະໄໝພິເສດ

    ທ່ານນາຍົກລັດຖະມົນຕີ ພັນຄຳ ວິພາວັນ ພ້ອມດ້ວຍຄະນະຜູ້ແທນລາວ ໄດ້ສືບຕໍ່ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ-ອາເມຣິກາ ສະໄໝພິເສດ ວັນທີ 13 ພຶດສະພາ 2022 ທີ່ ວໍຊິງຕັນ ດີຊີ ສະຫະລັດອາເມຣິກາ ໂດຍໄດ້ພົບປະ ປຶກສາຫາລືກັບທ່ານ ໂຈ ໄບເດັນ ປະທານາທິບໍດີ ແລະ ທ່ານນາງ ຄາມາລາ ແຮຣິດສ໌ ຮອງປະທານາທິບໍດີແຫ່ງສະຫະລັດອາເມຣິກາ ແລະ ບັນດາລັດຖະມົນຕີຂະແໜງການທີ່ກ່ຽວຂ້ອງຂອງອາເມຣິກາ.

     ໃນການພົບປະກັບຮອງປະທານາທິບໍດີ ທ່ານນາງ ຄາມາລາ ແຮຣິດສ໌ ແລະ ບັນດາລັດຖະມົນຕີຂອງອາເມຣິກາ ທັງສອງຝ່າຍ ໄດ້ພ້ອມກັນທົບທວນຄືນການຮ່ວມມືອາຊຽນ-ອາເມຣິກາ ໃນໄລຍະຜ່ານມາ ພ້ອມທັງແລກປ່ຽນທັດສະນະກ່ຽວກັບຂົງເຂດສາທາລະນະສຸກ ການປ່ຽນແປງສະພາບດິນຟ້າອາກາດ ການຫັນໄປສູ່ພະລັງງານສະອາດ ແລະ ການພັດທະນາພື້ນຖານໂຄງລ່າງແບບຍືນຍົງ. ໃນຂົງເຂດສາທາລະນະສຸກ ສອງຝ່າຍເຫັນດີຮັດແໜ້ນການຮ່ວມມື ເພື່ອຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ກໍຄືພະຍາດລະບາດທີ່ອາດເກີດຂຶ້ນໃໝ່ໃນອະນາຄົດ. 

    ບັນດາຜູ້ນຳອາຊຽນ ສະແດງຄວາມຊົມເຊີຍຕໍ່ການຊ່ວຍເຫຼືອຂອງອາເມຣິກາ ໃນການຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19​ ໂດຍຜ່ານການປະກອບສ່ວນເຂົ້າໃນກອງທຶນອາຊຽນ ເພື່ອຕອບໂຕ້ພະຍາດໂຄວິດ-19 ແລະ ການຊ່ວຍເຫຼືອດ້ານທຶນຮອນ ວັກຊີນ ແລະ ອຸປະກອນການແພດໃຫ້ແກ່ບັນດາປະເທດອາຊຽນ ໂດຍຜ່ານຂອບສອງຝ່າຍ ແລະ ຫຼາຍຝ່າຍ. ອາເມລິກາ ຢຶນຢັນຈະສືບຕໍ່ຊ່ວຍເຫຼືອອາຊຽນເພື່ອສ້າງຂີດຄວາມເຂັ້ມແຂງດ້ານສາທາລະນະສຸກ ເພື່ອຟື້ນຕົວທາງດ້ານເສດຖະກິດຈາກການແຜ່ລະບາດ ແລະ ສົ່ງເສີມຄວາມໝັ້ນຄົງດ້ານສຸຂະພາບ. 

    ທ່ານນາຍົກລັດຖະມົນຕີ ພັນຄຳ ວິພາວັນ ຖືໂອກາດນີ້ ສະແດງຄວາມຂອບໃຈຕໍ່ລັດຖະບານອາເມຣິກາ ທີ່ໄດ້ໃຫ້ການຊ່ວຍເຫຼືອທັງວັກຊີນ ແລະ ອຸປະກອນການແພດໃຫ້ແກ່ບັນດາປະເທດອາຊຽນ ລວມທັງ ສປປ ລາວ ພ້ອມທັງສະເໜີໃຫ້ອາຊຽນ ແລະ ອາເມຣິກາ ເພີ່ມທະວີການຮ່ວມມືໃນການຄົ້ນຄວ້າ ແລະ ຜະລິດວັກຊີນ ແລະ ຢາປິ່ນປົວພະຍາດໂຄວິດ-19 ແລະ ຢາປົວພະຍາດ ເພື່ອຮັບປະກັນການສະໜອງວັກຊີນຕ້ານໂຄວິດ-19 ຢູ່ພາກພື້ນອາຊຽນໃຫ້ທົ່ວເຖິງ ພຽງພໍ ແລະ ສະເໝີພາບ. ນອກນັ້ນ ກໍຊຸກຍູ້ໃຫ້ອາເມຣິກາສະໜັບສະໜູນແຜນວຽກຟື້ນຟູຮອບດ້ານອາຊຽນ ແລະ ສືບຕໍ່ເພີ່ມທະວີການຮ່ວມມືໃນການເຊື່ອມຈອດເສດຖະກິດພາກພື້ນໃຫ້ມີຄວາມຍືນຍົງຮັບປະກັນຕ່ອງໂສ້ການຜະລິດໃຫ້ມີຄວາມໂລ່ງລ່ຽນ ສົ່ງເສີມຈຸລະວິສາຫະກິດ ວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ ຊຸກຍູ້ການຫັນເປັນດີຈິຕອນ ແລະ ອໍານວຍຄວາມສະດວກທາງດ້ານການຄ້າ ການລົງທຶນ ແລະ ການບໍລິການໃຫ້ມີປະສິດທິພາບ. ໃນດ້ານການປ່ຽນແປງສະພາບດິນຟ້າອາກາດ ອາຊຽນ ແລະ ອາເມຣິກາ ຢໍ້າຄືນຄວາມໝາຍໝັ້ນຕໍ່ການປະຕິບັດພັນທະຂອງຕົນ ພາຍໃຕ້ສົນທິສັນຍາປາຣີ ວ່າດ້ວຍການປ່ຽນແປງດິນຟ້າອາກາດ. ອາເມຣິກາຢືນຢັນຈະສະໜັບສະໜູນອາຊຽນເພື່ອສ້າງຄວາມເຂັ້ມໃນການຮັບມື ແລະ ປັບຕົວເຂົ້າກັບການປ່ຽນແປງຂອງດິນຟ້າອາກາດ ເປັນຕົ້ນແມ່ນບັນດາລະດັບນ້ຳທະເລເພີ່ມຂຶ້ນ ໄພນໍ້າຖ້ວມ ໄພແຫ້ງແລ້ງ ແລະ ໄພພິບັດອື່ນໆ. ກ່ຽວກັບການຫັນປ່ຽນໄປສູ່ພະລັງງານສະອາດ ແລະ ຄວາມເຂັ້ມແຂງດ້ານພະລັງງານ ສອງຝ່າຍເຫັນດີຮ່ວມມືເພື່ອສົ່ງເສີມການນຳໃຊ້ພະລັງງານທົດແທນ ໂດຍການມີສ່ວນຮ່ວມຂອງພາກລັດ-ພາກເອກະຊົນ ການນຳໃຊ້ເຕັກໂນໂລຊີທັນສະໄໝ ແລະ ການສົ່ງເສີມຕາໜ່າງໄຟຟ້າອາຊຽນ. ສຳລັບການຮ່ວມມືດ້ານພື້ນຖານໂຄງລ່າງ ສອງຝ່າຍເຫັນດີເພີ່ມທະວີການເຊື່ອມຈອດໃນທຸກດ້ານ ທະເລ ທາງບົກ ແລະ ທາງອາກາດ. 

    ບັນດາຜູ້ນຳອາຊຽນ ໄດ້ພົບປະກັບພະນະທ່ານ ໂຈ ໄບເດັນ, ປະທານາທິບໍດີແຫ່ງສະຫະລັດອາເມຣິກາ ໂດຍໄດ້ແລກປ່ຽນທັດສະນະກ່ຽວກັບບັນຫາພາກພື້ນ ແລະ ສາກົນທີ່ພົ້ນເດັ່ນ. ໃນກອງປະຊຸມສຸດຍອດຄັ້ງນີ້ ຜູ້ນຳອາຊຽນ ແລະ ອາເມຣິກາໄດ້ເຫັນດີໃນດ້ານຫຼັກການຍົກລະດັບການພົວພັນອາຊຽນ-ອາເມຣິກາ ຂຶ້ນເປັນຄູ່ຮ່ວມຍຸດທະສາດຮອບດ້ານ ຊຶ່ງຈະຮັບຮອງເອົາຢ່າງເປັນທາງການ ໃນໂອກາດກອງປະຊຸມສຸດຍອດອາຊຽນ-ອາເມຣິກາ ຄັ້ງທີ 10 ທີ່ຈະຈັດຂຶ້ນໃນເດືອນພະຈິກ 2022. 

    ໃນໂອກາດນີ້ ຜູ້ນຳອາຊຽນ ແລະ ອາເມຣິກາ ໄດ້ຮັບຮອງເອົາຖະແຫຼງການວິໄສທັດຮ່ວມອາຊຽນ-ອາເມຣິກາ ເພື່ອເປັນພື້ນຖານໃຫ້ແກ່ການຮ່ວມມືໃນຕໍ່ໜ້າ.

# ຂ່າວ – ພາບ : ໄຊບັນດິດ

error: Content is protected !!