ລາວ-ເກົາຫຼີ ຮ່ວມມື ເພີ່ມທະວີສາຍພົວພັນທາງທຸລະກິດການທ່ອງທ່ຽວ

    ພິທີເຊັນບົດບັນທຶກຄວາມເຂົ້າໃຈໃນດ້ານການທ່ອງທ່ຽວ ລາວ-ເກົາຫຼີ ຈັດຂຶ້ນວັນທີ 12 ພຶດສະພາ 2022 ຜ່ານມານີ້ ທີ່ຮ້ານອາຫານ ຊັນທຣາລາ ນະຄອນຫຼວງວຽງຈັນ ຮ່ວມລົງນາມລະຫວ່າງທ່ານ ອິນທີ ເດືອນສະຫວັນ ປະທານບໍລິສັດທ່ອງທ່ຽວກຣີນດິສໂຄເວີລີ ແລະ ປະທານກຸ່ມບໍລິສັດອິນທິຣາ ແລະ ທ່ານ ແຊມເມັງ (Sangho MAENG) ປະທານສະມາຄົມຮ່ວມມືດ້ານວັດທະນະທຳ ອຸດສາຫະກຳການທ່ອງທ່ຽວນາໆຊາດ ແລະ ປະທານສະມາຄົມການແລກປ່ຽນ ແລະ ຮ່ວມມືດ້ານວັດທະນະທຳ ອຸດສາຫະກຳການທ່ອງທ່ຽວ ລາວ-ເກົາຫຼີ ມີຕາງໜ້າບໍລິສັດທ່ອງທ່ຽວ ແລະ ພະນັກງານວິຊາການກ່ຽວຂ້ອງເຂົ້າຮ່ວມ.

    ທ່ານ ອິນທີ ເດືອນສະຫວັນ ກ່າວວ່າ: ການເຊັນບົດບັນທຶກຄວາມເຂົ້າໃຈຄັ້ງນີ້ ເພື່ອການຮ່ວມມື ແລະ ເພີ່ມທະວີສາຍພົວພັນທາງທຸລະກິດ ບົນພື້ນຖານຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ທັງສອງຝ່າຍຈິ່ງໄດ້ຕົກລົງຮ່ວມມືກັນດ້ານທຸລະກິນການທ່ອງທ່ຽວ ແລກປ່ຽນວັດທະນະທໍາ ອຸດສາຫະກໍາ ແລະ ການທ່ອງທ່ຽວ ລະຫວ່າງສອງປະເທດ ສປປ ລາວ ແລະ ສ ເກົາຫຼີ. ໂດຍການໂຄສະນາຮ່ວມກັນຜ່ານທາງສື່ມນຊົນ ວິທະຍຸ ໂທລະພາບ ໃນການດຶງດູດນັກທ່ອງທ່ຽວເຫຼີາຫຼີ ນອກຈາກນີ້ ບໍ່ພຽງແຕ່ຮ່ວມມືດ້ານທຸລະກິດການທ່ອງທ່ຽວລະຫວ່າງ 2 ປະເທດເທົ່ານັ້ນ ແຕ່ຍັງເປັນການພົບປະແລກປ່ຽນທາງດ້ານວັດທະນະທໍາ ແລະ ອຸດສາຫະກໍາການທ່ອງທ່ຽວ ລະຫວ່າງ 2 ປະເທດ ພ້ອມນີ້ ທັງ 2 ຝ່າຍຍັງໄດ້ຮ່ວມມືກັນເພື່ອພັດທະນາແອັບພລິເຄຊັ່ນມືຖືກ່ຽວກັບການທ່ອງທ່ຽວໃນລາວ ເພື່ອອໍານວຍຄວາມສະດວກໃຫ້ແກ່ນັກທ່ອງທ່ຽວ.

# ຂ່າວ – ພາບ :  ວຽງມາ

error: Content is protected !!