ຫາລືທາງດ້ານການເມືອງ ຄັ້ງທີ 3 ລະຫວ່າງສອງກະຊວງການຕ່າງປະເທດ ລາວ-ສະວິດ

    ໂດຍຕອບສະໜອງຕາມຄຳເຊື້ອເຊີນຂອງທ່ານ ຣາຟາ ແອນ ແນເຊລີ ຜູ້ຊ່ວຍລັດຖະມົນຕີ ຜູ້ຊີ້ນຳຂົງເຂດອາຊີ/ປາຊີຟິກ ກະຊວງການຕ່າງປະເທດແຫ່ງສະມາພັນທະລັດສະວິດ ທ່ານ ບຸນເຫຼືອ ພັນດານຸວົງ ຮອງລັດຖະມົນຕີການກະຊວງການຕ່າງປະເທດແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມປຶກສາຫາລືທາງດ້ານການເມືອງ (Political Consultation – PC) ລະຫວ່າງສອງກະຊວງການຕ່າງປະເທດ ລາວ-ສະວິດ ຄັ້ງທີ 3 ຢ່າງເປັນທາງການ ທີ່ນະຄອນຫຼວງເບີນ ສະມາພັນທະລັດສະວິດ ວັນ ທີ 11 ພຶດສະພາ 2022.

    ກອງປະຊຸມປຶກສາຫາລືທາງດ້ານການເມືອງ ລາວ-ສະ ວິດ ຄັ້ງນີ້ ເປັນກົນໄກຮ່ວມມືລະຫວ່າງສອງກະຊວງການຕ່າງປະເທດ ທີໄດ້ຕົກລົງຮ່ວມກັນ ຊື່ງຈັດຂື້ນທຸກໆສອງປີ ໂດຍຜັດປ່ຽນກັນເປັນເຈົ້າພາບ ເພື່ອທົບທວນຄືນການຮ່ວມມືສອງຝ່າຍໃນໄລຍະຜ່ານມາ ແລະ ປືກສາຫາລືກ່ຽວກັບທິດທາງການພົວພັນຮ່ວມມືໃນຕໍ່ໜ້າ.

    ກອງປະຊຸມຄັ້ງນີ້ ສອງຝ່າຍໄດ້ຮ່ວມກັນຕີລາຄາສະພາບການພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ໃນໄລຍະຜ່ານມາ ທີ່ເຫັນວ່າ ນັບມື້ໄດ້ຮັບການເສີມຂະຫຍາຍຂຶ້ນເລື້ອຍໆ ພາຍຫຼັງທີ່ສອງປະເທດໄດ້ສ້າງຕັ້ງສາຍພົວພັນການທູດນຳກັນໃນວັນທີ 4 ກັນຍາ 1963.  ພ້ອມກັນນັ້ນ ສອງຝ່າຍກໍໄດ້ຢໍ້າຄືນຜົນການຮ່ວມມືກັນໃນຂະແໜງການຕ່າງໆ ລວມທັງຜົນການຢ້ຽມຢາມ ສປປ ລາວ ຂອງຮອງປະທານາທິບໍດີ ລັດຖະມົນຕີຕ່າງປະເທດສະວິດ ໃນປີ 2021 ຊຶ່ງສອງຝ່າຍ ລາວ-ສະວິດ ໄດ້ລົງນາມຮ່ວມກັນໃນສັນຍາການຮ່ວມມືດ້ານວິຊາການວັດທະນະທຳ ການເງິນ ແລະ ເສດຖະກິດ ແລະ ການຊ່ວຍເຫຼືອທາງດ້ານມະນຸດສະທຳ ເພື່ອສືບຕໍ່ໃຫ້ການຊ່ວຍເຫຼືອລາວໃນໄລຍະ 2022-2025 ໂດຍສຸມໃສ່ 3 ຂະແໜງການຫຼັກຄື:

    1) ການປົກຄອງ ແລະ ການມີສ່ວນຮ່ວມຂອງພົນລະເມືອງ

    2) ການພັດທະນາເສດຖະກິດໃຫ້ທົ່ວເຖິງໝົດທຸກຄົນ ແລະ

    3) ການປ່ຽນແປງດິນຟ້າອາກາດ ແລະ ການຄຸ້ມຄອງຊັບພະຍາກອນທໍາມະຊາດໃຫ້ຍືນຍົງ ລວມທັງການຊ່ວຍເຫຼືອດ້ານມະນຸດສະທໍາ.

    ນອກນັ້ນ, ສອງຝ່າຍ ໄດ້ຖືໂອກາດນີ້ແຈ້ງໃຫ້ກັນຊາບ ກ່ຽວກັບສະພາບການເມືອງ ແລະ ການພັດທະນາເສດຖະກິດ-ສັງຄົມ ຢູ່ໃນປະເທດຕົນ ລວມທັງການແກ້ໄຂບັນຫາການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ແລກປ່ຽນຄໍາຄິດຄໍາເຫັນກ່ຽວກັບບັນຫາພາກພື້ນ ແລະ ສາກົນ ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ພ້ອມກັນນັ້ນ ກໍເປັນເອກະພາບສືບຕໍ່ຊຸກຍູ້ໃຫ້ມີການແລກປ່ຽນການຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງໃນຕໍ່ໜ້າ ແລະ ໃຫ້ມີການຈັດກອງປະຊຸມປຶກສາຫາລືທາງດ້ານການເມືອງ ລະຫວ່າງສອງກະຊວງການຕ່າງປະເທດ ລາວ-ສະວິດ ຢ່າງເປັນປົກກະຕິ ເພື່ອປຶກສາຫາລື ຖອດຖອນບົດຮຽນ ແລະ ສົ່ງເສີມການຮ່ວມມືລະຫວ່າງສອງກະຊວງການຕ່າງປະເທດໃນແຕ່ລະດ້ານ ຕໍ່ແຜນການຮ່ວມມືໃນຕໍ່ໜ້າ ໃຫ້ກ້າວສູ່ລວງເລິກຕື່ມ ໃຫ້ມີປະສິດທິພາບ ປະສິດທິຜົນ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ເປັນຕົ້ນ ສືບຕໍ່ຮ່ວມມືກັນດ້ານການຄ້າ ແລະ ການລົງທຶນ ຂະແໜງ ການສຶກສາ ສາທາລະນະສຸກ ການຮ່ວມມືດ້ານກະສິກຳ ແລະ ປ່າໄມ້ ການຮ່ວມມືດ້ານພະລັງງານ ວຽກມະນຸດສະທຳ ແລະ ອື່ນໆ. ນອກຈາກນີ້ ສອງຝ່າຍໄດ້ເຫັນດີເປັນເອກະພາບຈະສືບຕໍ່ສະໜັບສະໜູນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ ໃນເວທີ ສປຊ ແລະ ອາຊຽນ ໂດຍສະເພາະ ການສະໜັບສະໜູນຊ່ວຍເຫຼືອການກະກຽມເປັນປະທານອາຊຽນຄັ້ງທີ 3 ຂອງ ສປປ ລາວ ໃນປີ 2024.

   ໃນໂອກາດນີ້ ທ່ານຮອງລັດຖະມົນຕີ ບຸນເຫຼືອ ພັນດານຸວົງ ກໍໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຢ່າງຈິງໃຈ ແລະ ຮູ້ບຸນຄຸນເປັນຢ່າງສູງ ມາຍັງລັດຖະບານ ແລະ ປະຊາຊົນສະວິດ ຕໍ່ການຊ່ວຍເຫຼືອທີ່ມີໝາກຜົນ ແລະ ການປະກອບສ່ວນອັນສຳຄັນ ທັງດ້ານທຶນຮອນ ແລະ ເຕັກນິກວິຊາການ ໃຫ້ແກ່ ສປປ ລາວ ເຊິ່ງເປັນການປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຂອງ ສປປ ລາວ ໃນແຕ່ລະໄລຍະ ແລະ ລວມທັງຄວາມໝາຍໝັ້ນທີ່ຈະສືບຕໍ່ຊ່ວຍເຫຼືອ ສປປ ລາວ ໃນຕໍ່ໜ້າ. ພິເສດ ໄດ້ສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອດ້ານຕ່າງໆເຂົ້າໃນການຕ້ານການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ. ພ້ອມກັນນີ້ ທ່ານ ຣາຟາແອນ ແນເຊລີ ກໍໄດ້ອວຍພອນໃຫ້ຄະນະຜູ້ແທນລາວເດີນທາງກັບຄືນປະເທດດ້ວຍຄວາມສະຫວັດດີພາບ.

error: Content is protected !!