ສືບຕໍ່ໃຫ້ຄວາມຮູ້ໂທດຂອງຢາສູບ ແລະ ຜົນຮ້າຍຂອງຢາເສບຕິດ

    ໂດຍໄດ້ຮັບການອຸປະຖໍາອຸປະກອນການຮຽນ-ການສອນ ແລະ ວັດຖຸສິ່ງຂອງຈາກອາຈານຄໍາຜົງ ປານີຈິດ ນາງ ໄພວັນ ຈັນງາຄໍາ ບ້ານວັດນາກ ເມືອງສີສັດຕະນາກ ທ່ານ ພູມມະຈັນ ໂພທິສານ ທ່ານ ສຸຂັນສັກ ສີສຸກ ແລະ ທ່ານນາງ ໂຄຕາມີ ບ້ານໂນນຫວາຍ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ວັນທີ 12 ພຶດສະພາ2022 ພະອາຈານ ບຸນຍາດ ຄໍາພູ ພະອຸປັດຊາເຂດສີສັດຕະນາກ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ທັງເປັນທີ່ປຶກສາອົງການພຸດທະສາສະໜາສໍາພັນລາວ ລົງໄປເຮັດກິດຈະກຳເລົ່າສິນທໍາຄວບຄຸມຢາເສບຕິດຢູ່ໂຮງຮຽນ ສັນທະລັກ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ມີນັກຮຽນເຂົ້າຮ່ວມ 200 ຄົນ.

    ການທໍາກິດຈະກຳຄັ້ງນີ້ ຈຸດປະສົງເພື່ອປູກຈິດສໍານຶກໃຫ້ນັກຮຽນ ຮູ້ເຖິງໂທດຂອງຢາສູບ ຄວາມອັນຕະລາຍຂອງຢາເສບຕິດ ມີ ຢາບ້າ ກັນຊາ ເຮໂລອິນ ຢາໄອ ຢາອີ ເຫຼົ່ານີ້ເປັນຕົ້ນ ແນໃສ່ການພັດທະນານັກຮຽນໃຫ້ປອດຈາກສິ່ງເສບຕິດ ແລະ ກາຍເປັນຊັບພະຍາກອນມະນຸດທີ່ດີຂອງຊາດ.

# ຂ່າວ – ພາບ : ຂັນທະວີ

error: Content is protected !!