ສອງພາກສ່ວນ ຮັດແໜ້ນການຮ່ວມມືດ້ານວຽກງານຍຸຕິທຳ

    ທ່ານ ວິໄລວົງ ບຸດດາຄໍາ ເຈົ້າແຂວງຈໍາປາສັກ ພ້ອມດ້ວຍຄະນະ ເຂົ້າພົບປະ ແລະ ແລກປ່ຽນບົດຮຽນລະຫວ່າງກະຊວງຍຸຕິທໍາ ກັບອົງການປົກຄອງແຂວງຈໍາປາສັກ ວັນທີ 12 ພຶດສະພາ 2022 ທີ່ກະຊວງຍຸຕິທຳ ເປັນກຽດຕ້ອງຮັບຂອງທ່ານ ໄພວີ ສີບົວລິພາ ລັດຖະມົນຕີກະຊວງຍຸຕິທໍາ ມີຫົວໜ້າກົມ ສະຖາບັນອ້ອມຂ້າງກະຊວງເຂົ້າຮ່ວມ.

    ທ່ານ ໄພວີ ສີບົວລິພັນ ໄດ້ຂໍລາຍງານສະພາບ ແລະ ການເຄື່ອນໄຫວວຽກງານຂອງກະຊວງຍຸຕິທຳ ໂດຍໄດ້ຍົກໃຫ້ເຫັນສະພາບຈຸດພິເສດ ການນຳພາຈັດຕັ້ງປະຕິບັດວຽກງານວິຊາສະເພາະຕ່າງໆ ພ້ອມກັນນັ້ນ ທັງສອງຝ່າຍປຶກສາຫາລືການຮ່ວມມືວຽກງານຍຸຕິທຳທັງສອງຝ່າຍ ທັງນີ້ກໍເພື່ອຊຸກຍູ້ ແລະ ສົ່ງເສີມການຮ່ວມມືໃນການສົ່ງເສີມ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານຍຸຕິທຳແບບມີຈຸດສຸມ ລະຫວ່າງກະຊວງຍຸຕິທຳ ແລະ ອົງການປົກຄອງແຂວງຈໍາປາສັກ ແນໃສ່ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ ແຜນພັດທະນາເສດຖະກິດແຫ່ງຊາດ ແລະ ຂອງແຂວງຈໍາປາສັກ ກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍທີ່ວາງອອກເປັນແຕ່ລະໄລຍະ ຕາມພາລະບົດບາດຂອງຕົນໃນວຽກງານຍຸຕິທຳຢູ່ແຂວງຈໍາປາສັກໃຫ້ມີປະສິດທິຜົນສູງ.

    ຈາກນັ້ນ ສອງຝ່າຍກໍໄດ້ເຊັນບົດບັນທຶກຄວາມເຂົ້າໃຈຮ່ວມກັນ ໂດຍທັງສອງຝ່າຍຕົກລົງເຫັນດີເປັນເອກະພາບ ການສົ່ງເສີມ ແລະ ຊຸກຍູ້ການຈັດຕັ້ງຜັນຂະຫຍາຍບັນດານະໂຍບາຍ ແຜນການ ແຜນງານ ແລະ ໂຄງການກ່ຽວກັບການພັດທະນາວຽກງານຍຸຕິທຳ ແລະ ການຈັດຕັ້ງປະຕິບັດກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍຂອງແຂວງຈໍາປາສັກ ການສົ່ງເສີມ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ການຈັດຕັ້ງໃນຂະແໜງຍຸຕິທຳຢູ່ແຂວງຈໍາປາສັກໃຫ້ສາມາດການເຄື່ອນໄຫວໄປຕາມພາລະບົດບາດຂອງຕົນຕາມກົດໝາຍ ໂດຍສະເພາະການຫັນອົງການປະຕິບັດຄໍາຕັດສີນຂອງສານໃຫ້ຂຶ້ນຕາມສາຍຕັ້ງເທື່ອລະກ້າວ ກໍ່ສ້າງ ແລະ ບຳລຸງຍົກລະດັບ ແລກປ່ຽນບົດຮຽນ ປະສົບດ້ານກົດໝາຍ ຍຸຕິທຳໃຫ້ພະນັກງານລັດຖະກອນໃນຂະແໜງຍຸຕິທຳຂອງແຂວງຈໍາປາສັກເຊັ່ນ ວຽກງານສ້າງນິຕິກໍາ ການໂຄສະນາ ແລະ ເຜີຍແຜ່ກົດໝາຍ ວຽກງານຍຸຕິທຳຮາກຖານ ທະບຽນສານ ການປະຕິບັດຄໍາຕັດສີນຂອງສານ ການຊ່ວຍເຫຼືອລ້າທາງດ້ານກົດໝາຍ ວຽກການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ແລະ ວຽກງານຊຸກຍູ້ ແລະ ສົ່ງເສີມການນໍາໃຊ້ເຕັກນິກ-ເຕັກໂນໂລຊີທັນໄໝເຂົ້າໃນວຽກງານສະຖິຕິ ການເກັບກຳຂໍ້ມູນ ການລາຍງານວຽກງານຍຸຕິທຳ ການໂຄສະນາເຜີຍແຜ່ກົດໝາຍຕ່າງໆ ເພື່ອເຮັດໃຫ້ການປະຕິບັດພາລະບົດບາດຂອງຕົນໃຫ້ມີປະສິດທິຜົນສູງ ແລະ ອື່ນໆ.

# ຂ່າວ – ພາບ : ອົ່ນ ໄຟສົມທອງ

error: Content is protected !!