ມອບ-ຮັບປຶ້ມຫາຍະນະຈາກໄວຣັສໂຄໂຣນ່າ ສູ່ມະນຸດໃນທົ່ວໂລກ

    ທ່ານ ກະຕ່າຍ ມາກໂນຊາ ນັກຂ່າວ-ນັກຈັດລາຍການ (ໂຄສົກ) ວິທະຍຸກະຈາຍສຽງແຫ່ງຊາດລາວ ນໍາປຶ້ມ “ຫາຍະນະຈາກໄວຣັສໂຄໂຣນ່າ ສູມະນຸດໃນທົ່ວໂລກ” ໄປມອບໃຫ້ຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ຂັ້ນສູນກາງ ວັນທີ 12 ພຶດສະພາ 2022 ຢູ່ກະຊວງສາທາລະນະສຸກ ເພື່ອມອບຕໍ່ໃຫ້ບັນດາແຂວງ ແລະ ພາກສ່ວນຕ່າງໆໃນທົ່ວປະເທດ ເຊິ່ງຕາງໜ້າມອບໂດຍທ່ານ ອຸ່ນທວງ ຂາວພັນ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ແລະ ຮັບໂດຍທ່ານ ດຣ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກ ມີພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    ປຶ້ມທີ່ນໍາມາມອບຄັ້ງນີ້ ມີ 1.000 ຫົວ ເຊິ່ງທ່ານ ກະຕ່າຍ ມາກໂນຊາ ໄດ້ໃຊ້ເວລາ 2 ປີກວ່າ ເພື່ອຮວບຮວມຂໍ້ມູນກ່ຽວກັບສະພາບການລະບາດ ແລະ ຄວາມອັນຕະລາຍຮ້າຍແຮງຂອງໄວຣັສໂຄໂຣນ່າ (ໂຄວິດ-19) ທີ່ລະບາດຮ້າຍແຮງແຕ່ທ້າຍປີ 2019 ເປັນຕົ້ນມາ ແລະ ພົບເຫັນການລະບາດຢູ່ຫຼາຍປະເທດທົ່ວໂລກ ເຮັດໃຫ້ອົງການອະນາໄມໂລກ (WHO) ປະກາດໃຫ້ການລະບາດຂອງພະຍາດໂຄວິດ-19 ເປັນເຫດການສຸກເສີນດ້ານສາທາລະນະສຸກລະຫວ່າງປະເທດ ເຮັດໃຫ້ມີຜູ້ຕິດເຊື້ອ ແລະ ເສຍຊີວິດທົ່ວໂລກເປັນຈໍານວນຫຼວງຫຼາຍ ທັງສົ່ງຜົນກະທົບຕໍ່ເສດຖະກິດຂອງທຸກປະເທດທົ່ວໂລກ ນອກຈາກໄດ້ເວົ້າເຖິງສະພາບການລະບາດ ແລະ ຄວາມອັນຕະລາຍຮ້າຍແຮງຂອງພະຍາດໂຄວິດ-19 ທີ່ເກີດຂຶ້ນຢູ່ຫຼາຍປະເທດໃນທະວີບອາຊີ ອາເມຣິກາ ອາເມຣິກາລາຕີນ ແລະ ເອີຣົບ ແລ້ວ ປຶ້ມດັ່ງກ່າວຍັງໄດ້ນໍາສະເໜີໃຫ້ຮູ້ກ່ຽວກັບພະຍາດຕິດຕໍ່ຮ້າຍແຮງທີ່ເຄີຍເກີດຂຶ້ນຢູ່ໃນໂລກ ເຮັດໃຫ້ມີຜູ້ຕິດເຊື້ອ ແລະ ເສຍຊີວິດຈໍານວນຫຼາຍຢູ່ບັນດາປະເທດທົ່ວໂລກໃນໄລຍະຜ່ານມາ ເປັນຕົ້ນ: ພະຍາດອະຫິວາ ໄຂ້ຫວັດໃຫຍ່ ພະຍາດເຮສໄອວີ/ເອດສ (HIV) ພະຍາດລະບົບຫາຍໃຈບົກຜ່ອງຮຸນແຮງ (SARS) ແລະ ພະຍາດອື່ນໆ.

    ທ່ານ ກະຕ່າຍ ມາກໂນຊາ ໃຫ້ສໍາພາດວ່າ: ແຮງຈູງໃຈທີ່ເຮັດໃຫ້ຕົນເອງໃຊ້ເວລາ 2 ປີກວ່າ ເພື່ອຂຽນປຶ້ມຫົວນີ້ ຍ້ອນເຫັນວ່າພະຍາດໂຄວິດ-19 ເປັນພະຍາດຕິດຕໍ່ທີ່ມີຄວາມອັນຕະລາຍຮ້າຍແຮງ ນອກຈາກສົ່ງຜົນກະທົບຮ້າຍແຮງຕໍ່ຮ່າງກາຍ ແລະ ຈິດໃຈຂອງມວນມະນຸດ ຍັງສົ່ງຜົນກະທົບຢ່າງໜັກໜ່ວງຕໍ່ເສດຖະກິດ-ສັງຄົມ ແລະ ວິຖີການດໍາລົງຊີວິດຂອງຄົນໃນໂລກ ຕົນຫວັງວ່າປຶ້ມດັ່ງກ່າວຈະເປັນການບັນທຶກເຫດການ ແລະ ຖ່າຍທອດຄວາມຮູ້ກ່ຽວກັບພະຍາດໂຄວິດ-19 ໃຫ້ສັງຄົມ ກໍຄືຄົນຮຸ່ນຫຼັງໄດ້ຮັບຮູ້ ເພື່ອເປັນບົດຮຽນ ແລະ ຮູ້ຈັກດໍາລົງຊີວິດປົກກະຕິແບບໃໝ່ ໄດ້ຢ່າງປອດໄພຈາກການລະບາດຂອງພະຍາດຕິດຕໍ່ຮ້າຍແຮງຕ່າງໆໃນອະນາຄົດ.

    ນອກຈາກມອບປຶ້ມດັ່ງກ່າວແລ້ວ ທ່ານ ກະຕ່າຍ ມາກໂນຊາ ຍັງໄດ້ມອບຜ້າອັດປາກ-ດັງ 10 ແກັດ ໃຫ້ຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ຂັ້ນສູນກາງ ລວມມູນຄ່າທັງໝົດໃນການມອບຄັ້ງນີ້ 37.500.000 ກີບ.

# ຂ່າວ – ພາບ : ສະບາໄພ

error: Content is protected !!