ADC ສະ​ເໜີ ນວ ຂະ​ຫ​ຍາຍ​ເນື້ອ​ທີ່​ການ​ຜ​ະ​ລິດ ເພື່​ອ​ຮ​ອງ​ຮັບ​​ການ​ສ​ະ​ໜ​ອງ​ລູກ​ປາ​ໃຫ້ສັງ​ຄົມ

ບໍລິສັດພັດທະນາການປະມົງ (ADC) ຈໍາກັດ ສະ​ເໜີ​ການ​ນຳ​ນະ​ຄອນຫຼວຽງ​ຈັນ ໃນ​ການ​ຂະ​ຫຍາຍ​ເນື້ອ​ທີ່​ການ​ຜ​ະ​ລິດ ເພື່ອ​ປັບ​ປ​ຸງ​ພື້ນ​ຖານ​ໂຄ​ລ່າງ​ສະ​ຖາ​ນີ​ເພາະ​ພັນ​ປາ ການ​ລ້ຽງ​ປາ​ຊີ້ນ ການ​ແປ​ຮູບ​ຜ​ະລິດ​ຕະ​ພັນ​ປາ ແລະ ການ​ບໍ​ລິ​ການ​ດ້ານ​ເຕັກ​ນິກ​ໃຫ້​ສັງ​ຄົມ​ ຂະ​ນະ​ທີ່​​ທ່ານ​ເຈົ້າ​ຄອງ​ນະ​ຄອນຫຼວງວຽງ​ຈັນ ເນັ້ນ​ໃຫ​້​ບັນ​ດາ​ແນກ​ການ ສົມ​ທົບ​ກັບ​ເມືອງ ເພື່ອ​ແກ້​ໄຂ​ບັນ​ຫາ​ດັ່ງ​ກ່າວ.

ຕາມ​ການ​ລາຍ​ງານ​ສະ​ພາບ​ໂດຍ​ຫຍໍ້​ກ່ຽວ​ກັບ​ການ​ຜ​ະ​ລິດ​ລ​ູກ​ປາ ແລະ ປາ​ຊີ້ນ ຂອງນັກ​ວິ​ຊາ​ການ​ປ​ະ​ຈຳ ADC ​ ໃນ​ໂອ​ກາດ​ທີ່​ ທ່ານ ອາດ​ສະ​ພັງ​ທອງ ສີ​ພັນ​ດອນ ເຈົ້າ​ຄອງ​ນະ​ຄອນຫຼວງວຽງ​ຈັນ ພ້ອມ​ຄະ​ນະ ລົງ​ຊຸກ​ຍູ້​ການ​ຜ​ະ​ລິດ​ການ ​ຜ​ະ​ລິດ​ກະ​ສິ​ກຳ​ຢູ່​ເມືອງ​ນາ​ຊາ​ຍ​ທ​ອງ ວ່າ: ດ້ານການຜະ ລິດລູກປາ ປະ​ກອບ​ມີ ການບໍາລຸງຮັກສາພໍ່ແມ່ພັນ (ປານີນ)ພໍ່-ແມ່ພັນປານີນ ມີທັງໝົດ 2.500 ກິໂລ ຫຼື ປະມານ 2.300 ໂຕ ໃນນີ້ ປາແມ່ພັນ 1.700 ກິໂລ ປະມານ 1.600 ໂຕ  ແລະ ປາພໍ່ພັນ 800 ກິໂລ ປະມານ 700 ໂຕ ໃນຈໍານວນ 5 ໜອງ ສ່ວນການປະສົມພັນ ເກັບຝັກໄຂ່ ແລະ ຜະລິດ ປານ້ອຍໂດຍອີງໃສ່ຈໍານວນພໍ່-ແມ່ພັນທີມີ ການປະສົມພັນ ແລະ ເກັບໄຂ່ ສະເລ່ຍໄດ້ 14 ກິໂລ/ ເດືອນ ຜະລິດເປັນ ປາແປງ (ປາແຕກໃໝ່) ໄດ້ປະມານ 1,12 ລ້ານໂຕ/ເດືອນ ແປງເພດ ແລະ ອາ ນຸບານເປັນປານ້ອຍ ພ້ອມຈໍາໜ່າຍໄດ້ 8 ແສນໂຕ/ເດືອນ ສ່ວນດ້ານການບໍລິການ ການຈໍາໜ່າຍ ປານ້ອຍໃນໄລຍະຜ່ານມາ ທາງບໍລິສັດພັດທະນາການປະມົງ (ADC) ພວກເຮົາໄດ້ ໃຫ້ບໍລິການ ແກ່ສະມາຊິກ ແລະ ລູກຄ້າທົ່ວໄປ ທັງທາງພາຍໃນນະຄອນ ຫຼວງວຽງຈັນ ແລະ ຕ່າງແຂວງ ໂດຍ ສະເລ່ຍ ປະມານ 10,5 ລ້ານໂຕ/ປີ ໃນນີ້​ສະ​ໜ​ອງ​ໃນນະຄອນຫຼວງວຽງຈັນ ໃຫ້ບໍລິການສະມາຊິກ ແລະ ລູກຄ້າທົ່ວໄປ ໄດ້ປະມານ8 ລ້ານໂຕ/ປີ ແລະ ​ຍັງ​ສະ​ໜ​ອງ​ໃຫ​້ຕ່າງແຂວງ ໄດ້ປະມານ 2,5 ລ້ານໂຕ/ປີ ປະກອບມີ ແຂວງວຽງຈັນ ອຸດົມໄຊ ຫຼວງພະບາງ ແລະ ແຂວງໄຊຍະບູລີເປັນຕົ້ນ ນ​ອກ ຈາກ​ການ​ເພາະ​ພັນ ການ​ບໍ​ລິ​ການ​ລູກ​ປາ​ໃຫ້​ສັງ​ຄົມ ສະ​ຖານ​ີ​ຂອ​ງ​ພວກ​ເຮົາ​ຍັງ​ເປັນ​ບ່ອນ​ຮຽນ​ຮູ້​​ຂອງ​ນັກ​ວິ​ຊາ​ການ ນັກ​ສຶກ​ສາ ຊາວ​ກະ​ສິ​ກອນຕື່ມ​ອີກ.

ຢ່າງ​ໃດ​ກໍ​ຕາມ​ເພື່ອ​ເປັນການເພີ່ມ ຫຼື ຂະຫຍາຍກິດຈະກໍາດ້ານການຜະລິດ ແລະ ການບໍລິການ ເຕັກນິກວິຊາການ ດ້ານດັ່ງກ່າວນັ້ນ ອາດຈະຕ້ອງໄດ້ເພີ່ມເນື້ອທີ່ການຜະລິດຂຶ້ນຕື່ມ ເພື່ອຮອງຮັບ ໃນການກໍ່ສ້າງ ແລະ ປັບປຸງດ້ານພື້ນຖານໂຄງລ່າງ ຂອງສະຖານີ ໂດຍສະເພາະການຂະຫຍາຍ ການຜະລິດລູກປາ ການລ້ຽງປາຊີ້ນ ການແປຮູບຜະ ລິດຕະພັນປາ ແລະ ການໃຫ້ບໍລິການເຕັກ ນິກວິຊາການ ຈາກເດີມທີ່ມີຢູ່ ແລ້ວທັງໝົດ 9.055 ເຮັກຕາ ເພີ່ມອີກ 8.00 ເຮັກຕາ ລວມທັງ ໝົດ 17.055 ເຮັກຕາເພື່ອຮອງຮັບຕາມ ທິດທາງແຜນພັດທະນາການລ້ຽງປາ ແລະ ການປະມົງ ຂອງບໍລິສັດ ໃນເຂດພື້ນທີ່ສະຖານີລ້ຽງປານໍ້າຫຸມ.

​ໂອ​ກາດ​ດັ່ງ​ກ່າວ ທ່ານ​ເຈົ້າ​ຄອງ​ນະ​ຄອນຫຼວງວຽງ​ຈັນ ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ການ​ເຄື່ອນ​ໄຫວ​ຂອງ ADC ໃນ​ໄລ​ຍະ​ຜ່ານ​ການ ເຊິ່ງ​ປະ​ກອບ​ສ່ວນ​ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ຊາວ​ກະ​ສິ​ກອນ ສ້າງ​ວິ​ຊາ​ອາ​ຊີບ ສ້າງ​ບົດ​ຮຽນ​ໃຫ້​ກັບ​ນັກ​ຮຽນ​ນັກ​ສຶກ​ສາ ແລະ ຍັງ​ເປັນ​ການ​ແກ້​ໄຂ​ທາງ​ດ້ານ​ເສດ​ຖະ​ກິດ ກໍ​ຄື ຫຼຸດ​ຜ່ອນ​ການ​ນຳ​ເຂົ້າ ເຊິ່ງ​ຕ້ອງ​ໄດ້​ມີ​ການ​ສືບ​ຕໍ່​ສົ່ງ​ເສີມ​ເຮັດ​ໃຫ້​ວຽກ​ງານ​ດັ່ງ​ກ່າວ​ຂະ​ຫຍາຍ​ຕົວ​ຕື່ມ​ອີກ ສ່ວນ​ການ​ສະ​ເໜີ​ຂໍທິດຊີ້ນໍາກ່ຽວກັບການຈັດຕັ້ງປະຕິບັດ ທິດທາງແຜນ ພັດທະນາ ການ ລ້ຽງປາ ແລະ ການປະມົງ ຂອງບໍລິສັດພັດທະນາການປະມົງ (ADC) ຈໍາກັດ ໂດຍ​ສະ​ເພາະ​ແມ່ນ​ເນື້ອ​ທີ່​ດິນ​ທີ່​ຈະ​ຂ​ະ​ຫຍາຍ​ການ​ຜະ​ລິດນັ້ນ ແມ່ນ​ໃຫ້​ເມືອງ​ແຕ່ງ​ຕັ້ງ​ຄະ​ນະ​ລົງ​ເກັບ​ກຳ​ຂໍ້​ມູນ ກວດ​ກາ​ຄືນ​ເນື້ອ​ທີ່​ດິນ​ຢູ່​ໃນ​ຂໍ​້​ຕົກ​ລົງ​ຂອງ​ທ່ານ​ເຈົ້າ​ຄອງ​ນະ​ຄອນຫຼວງວຽງ​ຈັນ​ໃນ​ເມື່ອ​ກ່ອນ ​ສົມ​ທົບ​ກັບ​ພະ​ແນກ​ການ​ກ່ຽວ​ຂ້ອງ ໂດຍ​ເຮ​ັດ​ເປັນ​ຈຸດ​ສຸມ ແລ​ລະ ມີ​ການ​ລາຍ​ງານ​ແຕ່​ລະ​ຂັ້ນ ເພື່ອ​ໃຫ້​ແກ້​ໄຂ​ໄດ້​ຢ່າງ​ໂດຍ​ໄວ ສ່ວນ​ການ​ເຄື່ອນ​ໄຫວ​ດ້ານ​ອື່ນໆ​ຂອງ​ໂຄງ​ການ​ແມ່ນ​ຢາກ​ໃຫ້​ສືບ​ຕໍ່​ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ຊາວ​ກະ​ສິ​ກອນ ທັງ​ເປັນ​ການຫຼຸດ​ຜ່ອນ​ການ​ນຳ​ເຂົ້າ​ລູ​ກ​ປາ​ຕື່​ມ​ອີກ.

ການລົງ​ຊຸກ​ຍູ້​ການ​ຜ​ະ​ລິດ​ການ ​ຜ​ະ​ລິດ​ກະ​ສິ​ກຳເທື່ອນີ້​ມີ​ຂຶ້ນ​ໃນ​ວັນ​ທີ 10 ພຶດ​ສະ​ພາ 2022 ໂດຍ​ການ​ໃຫ້​ການ​ຕ້ອນ​ຮັບ​ຂອງຄະ​ນະສູນບໍລິການຊົນລະກະເສດນໍ້າຫຸມ-ນໍ້າຊ່ວງ ບໍລິສັດພັດທະ ນາການປະມົງ (ADC) ຈໍາກັດ ແລະ ພະ​ນັກ​ງານ​ກ່ຽວ​ຂ້ອງ.

error: Content is protected !!