ນາຊາຍທອງ ຈັດແຂ່ງຂັນກີລາ ບານເຕະ 2 ລຸ້ນ ຊີງຂັນເຈົ້າເມືອງ

ເມືອງ​ນາ​ຊາຍ​ທອງ ນະ​ຄອນຫຼວງວຽງ​ຈັນ ຈັດການ​ແຂ່ງຂັນກີລາບານເຕະ ລຸ້ນຊາວໜຸ່ມ ຄັ້ງທີ 19 ແລະ ລຸ້ນອາວຸໂສຄັ້ງທີ 1 ຊີງຂັນທ່ານເຈົ້າເມືອງນາຊາຍທອງ ປະ​ຈຳ​ປີ 2022 ເຊິ່ງ​ໄດ້ຂຶ້ນ​ໃນ​ວັນ​ທີ 11 ພຶດ​ສະ​ພາ 2022 ເຊິ່ງ​ມີ​ນັກ​ກີລາ​ເຂົ້າ​ຮ່ວມ​ເຖິງ 26 ທີມ ອາ​ວຸ​ໂສ 6 ທີມ.

ຈຸດ​ປະ​ສົງ​ແ​ມ່ນເພື່ອການສ້າງຂະບວນການຄຳນັບຮັບຕ້ອນວັນສໍາຄັນທາງດ້ານປະຫວັດ ຂອງຊາດຂອງພັກ ໃຫ້ ມີບັນຍາກາດ ແລະ ເປັນຂະບວນການ ຢ່າງຟົດຟື້ນ ເປັນ​ການສ້າງຂະ ບວນການເ​ພື່ອພົບປະຮັດແໜ້ນຄວາມສາມັກຄີ ລະຫວ່າງ ຊາວ​ໜຸ່ມ ອາວຸໂສ ຈາກສໍານັກງານ -ຫ້ອງການ ກົມກອງ ກຸ່ມບ້ານ ບ້ານ ພາກສ່ວນທຸລະກິດ-ບໍລິສັດ ວິສາຫະກິດພາຍໃນເມືອງ ນາຊາຍທອງ ແລະ ເພື່ອເຮັດໃຫ້ຊາວໜຸ່ມ-ໄວໜຸ່ມຫັນມາຫຼິ້ນ​ກີລາໃຫ້ນັບມື້ນັບຫຼາຍ ແລະ ຫ່າງໄກຈາກສິ່ງເສບຕິດ.

ເຂົ້າ​ຮ່ວ​ມ​ໃນ​ພິ​ທີ​ຄັ້ງ​ນີ້​ມີ​ ທ່ານ ວຽງ​ຄຳ​ ສີ​ຫາ​ໂຄດ ເຈົ້າ​ເມືອງ ເມືອງ​ນາ​ຊາຍ​ທອງ ມີ​ຮອງ​ເຈົ້າ​ເມືອງ ຕາງ​ໜ້າ 3 ແງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນ ຫ້ອງ​ການ ພ​າກ​ທຸ​ລະ​ກິດ ແລະ ນັກ​ກີ​ລາ​ຈາ​ກ​ພາກ​ສ່ວນ​ຕ່າງໆ.

​ສຳ​ລັບ​ລາງວັນ​ຂອ​ງ​ການ​ແຂ່ງ​ຂັນ​ປະ​ກອບ​ມີ: ລຸ້ນຊາວໜຸ່ມ ລາງວັນທີ 1 ເງິນສົດ 3 ລ້ານກີບ ພ້ອມຂັນ 1 ​ໜ່ວຍ ລາງວັນທີ 2 ເງິນສົດ 2 ລ້ານກີບ ພ້ອມຂັນ 1 ​ໜ່ວຍ ລາງວັນທີ 3 ເງິນສົດ 1 ລ້ານກີບ ພ້ອມຂັນ 1 ໜ່ວຍ ລາງວັນທີ 4 ເງິນສົດ 8 ແສນກີບ ສ່ວນລຸ້ນອາວຸໂສ ລາງວັນທີ 1 ເງິນສົດ 2 ລ້ານກີບ ພ້ອມຂັນ 1 ​ໜ່ວຍ ລາງວັນທີ 2 ເງິນສົດ 1,5 ລ້ານກີບ ພ້ອມຂັນ 1 ໜ່ວຍ ລາງວັນທີ 3 ເງິນສົດ 1 ລ້ານກີບ ພ້ອມຂັນ 1 ​ໜ່ວຍ ສ່ວນລາງວັນທີ 4 ເງິນສົດ 8 ແສນກີບ.

error: Content is protected !!