ຈຸດຂາຍປີ້ລົດໄຟຫຼວງພະບາງ ເປີດໃຫ້ບໍລິການຈອງປີ້ລົດໄຟລ່ວງໜ້າ

    ອີງຕາມການລາຍງານຂອງບໍລິສັດລົດໄຟລາວ-ຈີນ ຈໍາກັດ ໃຫ້ຮູ້ວ່າ: ເພື່ອອຳນວຍຄວາມສະດວກໃຫ້ແກ່ຜູ້ໂດຍສານໃນການຊື້ປີ້ ແລະ ຂະຫຍາຍການບໍລິການໃນການຊື້ປີ້ລົດໄຟໃຫ້ຫຼາກຫຼາຍຂຶ້ນ ຈຸດຂາຍປີ້ລົດໄຟຫຼວງພະບາງໄດ້ເປີດໃຫ້ບໍລິການຈອງປີ້ລົດໄຟແລ້ວ ໂດຍເລີ່ມແຕ່ວັນທີ 10 ພຶດສະພາ 2022 ເປັນຕົ້ນໄປ.

    ຈຸດຂາຍປີ້ຫຼວງພະບາງ ສາມາດຈອງປີ້ພາຍໃນ 4-7 ວັນກ່ອນການອອກເດີນທາງ (ສຳລັບລົດໄຟທີ່ອອກເດີນທາງຈາກສະຖານີຫຼວງພະບາງຂອງລົດໄຟແຕ່ລະຖ້ຽວ) ຕົວຢ່າງ: ຫາກທ່ານມີແຜນຈະເດີນທາງໃນລະຫວ່າງວັນທີ 4-7 ມີຖຸນາ ທ່ານສາມາດຈອງປີ້ລ່ວງໜ້າໄດ້ໃນວັນທີ 1 ມີຖຸນາ ທ່ານຕ້ອງໄປເອົາປີ້ທີ່ຈອງໄດ້ຕາມເວລາທີ່ກຳນົດ ໂດຍຫຼັກການແລ້ວແມ່ນໃຫ້ເຂົ້າໄປເອົາປີ້ທີ່ຈອງໄວ້ 2 ມື້ລ່ວງໜ້າກ່ອນມື້ອອກເດີນທາງ ຕົວຢ່າງ: ມື້ທີ່ຈະອອກເດີນທາງແມ່ນວັນທີ 3 ມີຖຸນາ ຜູ້ໂດຍສານຕ້ອງໄປເອົາປີ້ທີ່ຈອງໄວ້ໃນວັນທີ 1 ມິຖຸນາ.

    ສໍາລັບປີ້ທີ່ຈອງໄວ້ ກຳນົດໃຫ້ສາມາດເອົາຮອດເວລາ 14:00 ໂມງຂອງມື້ກຳນົດເອົາປີ້ ຖ້າຜູ້ໂດຍສານບໍ່ມາເອົາປີ້ ປີ້ດັ່ງກ່າວແມ່ນຈະຖືກຍົກເລີກທັນທີ ຈຳນວນປີ້ທີ່ຈອງໄດ້ແມ່ນເທົ່າກັບຈຳນວນປີ້ທີ່ຊື້ຢູ່ສະຖານີ ແຕ່ບໍ່ສາມາດຈອງປີ້ເດັກນ້ອຍ ປີ້ທົວ ປີ້ໄປ-ກັບ ດຳເນີນທຸລະກຳຖອນປີ້ ຫຼື ປ່ຽນແປງປີ້ໄດ້.

    ຂັ້ນຕອນການຈອງປີ້ ການຈອງປີ້ ຜູ້ໂດຍສານສາມາດໂທໄປລົງທະບຽນ ແລະ ຈອງປີ້ໄດ້ທີ່ເບີ 030 2022002 ໃນເວລາເຮັດວຽກຂອງຈຸດຂາຍປີ້ຫຼວງພະບາງ ຫຼື ໄປທີ່ຈຸດຂາຍປີ້ ແລະ ທຳການຈອງປີ້ດ້ວຍຕົນເອງ ຂໍ້ມູນໃນການຈອງປີ້ ປະກອບມີວັນທີໃນການຈອງປີ້ ວັນທີທີ່ຈະອອກເດີນທາງ ຖ້ຽວລົດໄຟ ສະຖານີຕົ້ນທາງ-ສະຖານີປາຍທາງ ຊັ້ນນັ່ງ ຊື່ ເບີຕິດຕໍ່ ແລະ ຂໍ້ມູນອື່ນໆ ການເອົາປີ້ ຫຼັງຈາກສຳເລັດການຈອງປີ້ແລ້ວ ຜູ້ໂດຍ ສານຕ້ອງມາເອົາປີ້ໃນເວລາທີ່ກຳນົດ ເມື່ອມາເອົາປີ້ ຜູ້ໂດຍສານຕ້ອງສະແດງບັດປະຈຳຕົວ ແລະ ເບີຕິດຕໍ່ຂອງຜູ້ທີ່ຈອງປີ້ໃຫ້ພະນັກງານຢູ່ຈຸດຂາຍປີ້ ພ້ອມທັງສະແດງບັດປະຈຳຕົວ ແລະ ບັກສັກວັກຊີນຂອງຜູ້ໂດຍສານທີ່ຈະເດີນທາງ ຫຼັງຈາກກວດສອບຂໍ້ມູນຖືກຕ້ອງແລ້ວ ກໍສາມາດເອົາປີ້ໄດ້.

# ຂ່າວ – ພາບ : ຂັນທະວີ

error: Content is protected !!