ສ້າງບຸຄະລາກອນ ໃຫ້ເປັນຊ່ຽວຊານດ້ານທີ່ປຶກສາ GMP/HACCP

    ໂຄງການຍົກລະດັບການແຂ່ງຂັນຂອງຂະແໜງທຸລະກິດກະສິກໍາ ໂດຍຜ່ານການຢັ້ງຢືນການຜະລິດທີ່ດີ ລະບົບວິເຄາະ ແລະ ຄວບຄຸມຈຸດວິກິດ (Enhancing Competitiveness of Agri-Business Sector Through Certification of GMP and HACCP) ແລະ ຄັດເລືອກບໍລິສັດ/ໂຮງງານ ເພື່ອເປັນຕົວແບບດ້ານ GMP/HACCP ໃຫ້ໄດ້ຮັບການຢັ້ງຢືນ ໄດ້ຮັບການສະໜັບສະໜູນຈາກກອງທຶນພິເສດ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຜ່ານກົມເສດຖະກິດ ກະຊວງການຕ່າງປະເທດ ມູນຄ່າ 138.000 ໂດລາສະຫະລັດ ໂດຍກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ສົມທົບກັບພະແນກອຸດສາຫະກໍາ ແລະ ການຄ້າແຂວງ ແລະ ຜູ້ປະກອບກິດຈະການ ເປັນຜູ້ຈັດຕັ້ງປະຕິບັດ ຢູ່ 3 ແຂວງ ຄື: ຫຼວງນໍ້າທາ ສາລະວັນ ແລະ ຈໍາປະສັກ.

    ພາຍຫຼັງສໍາເລັດການເປີດໂຄງການຢູ່ແຂວງຫຼວງນໍ້າ  ແລະ  ແຂວງສາລະວັນ  ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ກະຊວງອຸດສາຫະກໍາ ແລະ ການຄ້າ ກໍໄດ້ສືບຕໍ່ຈັດພິທີເປີດໂຄງການຢູ່ແຂວງຈໍາປາສັກ ວັນທີ 11 ພຶດສະພາ 2022 ໂດຍເປັນປະທານຂອງທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ທ່ານ ໂສມ ບຸດຍະເດດ ຮອງເຈົ້າແຂວງຈໍາປາສັກ ມີຜູ້ຕາງໜ້າຈາກຂະແໜງ ການກ່ຽວຂ້ອງຂອງແຂວງ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

    ຈຸດປະສົງຫຼັກຂອງໂຄງການດັ່ງກ່າວ ເພື່ອສ້າງບຸຄະລາກອນຂອງແຂວງໃຫ້ເປັນຊ່ຽວຊານດ້ານທີ່ປຶກສາ GMP/HACCP ສ້າງຄວາມເຂັ້ມແຂງໃຫ້ຜູ້ປະກອບກິດຈະການຂອງແຂວງ ໂດຍສະເພາະ ຫົວໜ່ວຍວິສາຫະກິດຂະໜາດນ້ອຍ ແລະ ກາງ (SME) ໃຫ້ໄດ້ຮັບການປັບປຸງດ້ານຜະລິດຕະພາບ (Productivity) ແລະ ການຍົກລະດັບມາດຕະຖານຜະລິດຕະພາບ ໃຫ້ໄດ້ຮັບການຢັ້ງຢືນ GMP/HACCP ເຊິ່ງລະບົບການຢັ້ງຢືນດັ່ງກ່າວ ຍັງຊ່ວຍຫຼຸດຜ່ອນຕົ້ນທຶນການຜະລິດ ແລະ ສ້າງມູນຄ່າເພີ່ມໃຫ້ຜະລິດສິນຄ້າ ເພື່ອສະໜອງຄວາມຕ້ອງການຂອງຕະຫຼາດພາຍໃນແຂວງ ແລະ ສົ່ງເສີມການສົ່ງອອກໃນຕໍ່ໜ້າ.

# ຂ່າວ – ພາບ : ສະບາໄພ

error: Content is protected !!