ມອບຄອມພິວເຕີ ຊຸກຍູ້ວຽກງານໄອຍະການປະຊາຊົນ

    ວັນທີ 11 ພຶດສະພາ 2022  ບໍລິສັດ ແກ້ວໂອໂຕ ກຣຸບ ຈໍາກັດຜູ້ດຽວ ໄດ້ມອບຄອມພິວເຕີ 10 ຊຸດ ມູນຄ່າ 65 ລ້ານກີບ ໃຫ້ອົງການໄອຍະການປະຊາຊົນສູງສຸດ (ອອປສ) ເພື່ອນໍາໃຊ້ເຂົ້າໃນວຽກງານໄອຍະການປະຊາຊົນ ກ່າວຮັບໂດຍທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແລະ ມອບໂດຍທ່ານ ທິບພະເນດ ແກ້ວມະນີວົງ ຕາງໜ້າບໍລິສັດ ແກ້ວໂອໂຕ ກຣຸບ ຈຳກັດຜູ້ດຽວ ມີຫົວໜ້າຫ້ອງການ ຫົວໜ້າກົມການເງິນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

     ໂອກາດນີ້ ທ່ານ ໄຊຊະນະ ໂຄດພູທອນ ສະແດງຄວາມຂອບໃຈມາຍັງບໍລິສັດ ແກ້ວໂອໂຕ ກຣຸບ ຈຳກັດຜູ້ດຽວ ທີ່ໄດ້ປະກອບສ່ວນໃຫ້ການສະໜັບສະໜູນວຽກງານໄອຍະການປະຊາຊົນ   ໂດຍສະເພາະ  ການຕອບສະໜອງຄວາມຮຽກຮ້ອງຕ້ອງການອັນຈຳເປັນກ່ຽວກັບການນໍາໃຊ້ຄອມພິວເຕີເຂົ້າໃນການປະຕິບັດໜ້າທີ່ວຽກງານໄອຍະການປະຊາຊົນຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ເພື່ອຍົກສູງຄຸນນະພາບໃນການສັ່ງຟ້ອງ ການຕິດຕາມກວດກາ ການປະຕິບັດກົດໝາຍຢ່າງມີປະສິດທິຜົນ ເຮັດໃຫ້ສັງຄົມມີຄວາມສະຫງົບ ຄວາມເປັນລະບຽບຮຽບຮ້ອຍ ເສດຖະກິດ-ສັງຄົມມີການຂະຫຍາຍຕົວ ແລະ ການຈັດຕັ້ງຜັນຂະຫຍາຍແຜນພັດທະນາວຽກງານໄອຍະການປະຊາຊົນ ແຕ່ປີ 2021-2025 ຕາມທິດກ້າວໜ້າ ທັນສະໄໝ ແລະ ມີວິທະຍາສາດ.

# (ຂ່າວ-ພາບ: ອອປສ)

error: Content is protected !!