39 ວັນຕິດຕໍ່ກັນ ທີ່ ສປປ ລາວກວດບໍ່ພົບກໍລະນີຕິດເຊື້ອພະຍາດໂຄວິດ-19 ເພີ່ມ ເຖີງຢ່າງໃດກໍຕາມ ຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງ COVID-19 ຮຽກຮ້ອງໃຫ້ທົ່ວສັງຄົມ ສືບຕໍ່ປະຕິບັດມາດຕະການປ້ອງກັນຢ່າງເຂັ້ມງວດ ຮັບປະກັນບໍ່ໃຫ້ມີການລະບາດຮອບໃໝ່.

ຄະນະສະເພາະກິດ ໄດ້ຖະແຫຼງຂ່າວໃນວັນທີ 21 ພຶດສະພາໃຫ້ຮູ້ວ່າ: ການເຝົ້າລະວັງ ແລະ ວິເຄາະ ມາຮອດ ໃນວັນທີ 20 ພຶດສະພາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ 69 ຄົນ ໃນນັ້ນ ມີກໍລະນີສົງໄສ 7 ຄົນ ແຮງງານລາວທີ່ກັບມາແຕ່ໄທ 60 ຄົນ ຄົນເຈັບທີ່ຕິດເຊື້ອນອນຕິດຕາມຢູ່ໂຮງໝໍມິດຕະພາບ 2 ຄົນ ກໍລະນີສົງໄສ 7 ຄົນ ແມ່ນມາຈາກນະຄອນຫຼວງວຽງຈັນ 4 ຄົນ ແຂວງສະຫວັນນະເຂດ 1 ຄົນ ແຂວງວຽງຈັນ 1 ຄົນ ແລະ ເຊກອງ 1 ຄົນ ຜົນກວດກໍລະນີສົງໄສ ແລະ ແຮງງານລາວ ບໍ່ພົບເຊື້ອ ໝາຍຄວມວ່າໃນວັນທີ 20 ພຶດສະພາ 2020 ສປປ ລາວ ບໍ່ພົບຜູ້ຕິດເຊື້ອໃໝ່ 39 ວັນແລ້ວ (ເລິ່ມແຕ່ວັນທີ 12 ເມສາ 2020 ເປັນຕົ້ນມາ) ໄດ້ເກັບຕົວຢ່າງມາກວດທັງໝົດ ມີ 4.812 ຕົວຢ່າງ ມີຈຳນວນຜູ້ຕິດເຊື້ອສະສົມທັງໝົດ 19 ຄົນ ຍັງນອນຕິດຕາມຢູ່ໂຮງໝໍ 5 ຄົນ ທັງໝົດເຫັນວ່າມີອາການປົກກະຕິ ແລະ ການກວດວິເຄາະຫາເຊື້ອພະຍາດ ຈຳນວນ 2 ຄົນ ຍັງເປັນຜົນບວກ ຈະໄດ້ສືບຕໍ່ຕິດຕາມຕໍ່ໄປ.

ທ່ານ ພູທອນ ເມືອງປາກ ໄດ້ກ່າວຕື່ມວ່າ: ເຖິງວ່າ ສປປ ລາວ ບໍ່ພົບເຊື້ອເປັນເວລາ 39 ວັນແລ້ວກໍຕາມ ແຕ່ກໍຂໍຮຽກຮ້ອງໃຫ້ທຸກຄົນເອົາໃຈໃສ່ສືບຕໍ່ປະຕິບັດຈົນກວ່າຈະມີແຈ້ງການປ່ຽນແປງ ຫຼັງວັນທີ 1 ມິຖຸນາ 2020 ແລະ ຂໍໃຫ້ບັນດາທ່ານເຂົ້າໃຈວ່າ ການຜ່ອນຜັນມາດຕະການຕ່າງໆ ແມ່ນນະໂຍບາຍຂອງພັກ-ລັດຖະບານທີ່ເປັນຫ່ວງເປັນໄຍຕໍ່ຜົນກະທົບດ້ານຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນ ແລະ ດ້ານເສດຖະກິດ-ສັງຄົມ ເປັນໂອກາດໃຫ້ພາກທຸລະກິດ ກໍຄືພໍ່ແມ່ປະຊາຊົນບັນດາເຜົ່າໄດ້ກັບຄືນມາດຳເນີດກິດຈະການ ຫຼື ດຳເນີນຊີວິດເປັນປົກກະຕິເທື່ອລະກ້າວ ແຕ່ພ້ອມດຽວກັນນີ້ ກໍເປັນໂອກາດທີ່ຈະມີຄວາມສ່ຽງທີ່ຈະເກີດການລະບາດຮອບໃໝ່ ຖ້າຫາກວ່າພວກເຮົາບໍ່ປະຕິບັດວິທີການປ້ອງກັນການຕິດເຊື້ອຢ່າງເຂັ້ມງວດ ໂດຍສະເພາະຢູ່ສະຖານທີ່ໃຫ້ບໍລິການ ພາຫະນະໃຊ້ບໍລິການ ຜູ້ໃຫ້ບໍລິການ ແລະ ຜູ້ມາໃຊ້ບໍລິການ ເປັນຕົ້ນແມ່ນ: ການປະຕິບັດຫຼັກການອະນາໄມ ການທຳຄວາມສະອາດຂ້າເຊື້ອພະຍາດຢູ່ສະຖານທີ່ບໍລິການ ການແທກອຸນຫະພູມຮ່າງກາຍ ການລ້າງມືດ້ວຍນ້ຳສະອາດໃສ່ສະບູ ຫຼື ໃຊ້ເຈວລ້າງມື ການປະຕິບັດໄລຍະຫ່າງທາງສັງຄົມ ບໍ່ໃຫ້ມີການແອອັດ ການໃສ່ຜ້າປິດປາກ-ດັງ ເວລາອອກຈາກບ້ານ ຫຼື ໄປສະຖານທີ່ທີ່ມີຄວາມສ່ຽງຕໍ່ການຕິດເຊື້ອ ທັງໝົດນີ້ໃຫ້ກາຍເປັນຄວາມຊິນເຄີຍໃນການດຳລົງຊີວິດປະຈຳວັນ ພວກເຮົາຈຶ່ງຈະສາມາດສະກັດກັ້ນ ການລະບາດຂອງພະຍາດ COVID-19 ບໍ່ໃຫ້ກັບຄືນມາຮອບໃໝ່ ແລະ ເອົາໃຈໃສ່ ປ້ອງກັນ ຄວບຄຸມການລະບາດຂອງພະຍາດໄຂ້ຍຸງລາຍ ທັງໄດ້ເປີດຂະບວນການສັກຢາກັນພະຍາດທົ່ວປະເທດ.
# ຂ່າວ & ພາບ: ເພັດສະໝອນ