ແລກປ່ຽນບົດຮຽນ ໃນການຈັດຕັ້ງປະຕິບັດວຽກງານປອດຄວັນຢາສູບ

ກົມ​ອະ­ນາ­ໄມ ແລະ ສົ່ງ­ເສີມ​ສຸ­ຂະ­ພາບ ກະ­ຊວງ​ສາ­ທາ­ລະ­ນະ​ສຸກ ຈັດ​ກອງ​ປະ­ຊຸມ​ຮ່ວມ​ກັບ​ສື່​ມວນ​ຊົນ ເພື່ອ​ແລກ­ປ່ຽນ​ບົດ­ຮຽນ​ໃນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ວຽກ​ງານ​ປອດ​ຄວັນ​ຢາ­ສູບ ແລະ ສະ­ຖາ­ນະ​ການ​ກ່ຽວ​ກັບ​ຢາ­ສູບ​ໃນ​ສະ­ພາບ​ປັດ­ຈຸ­ບັນ ແລະ ວັນ​ງົດ​ສູບ­ຢາ​ໂລກ ປະ­ຈຳ​ປີ 2020 ຂຶ້ນ​ໃນ​ວັນ​ທີ 21 ພຶດ­ສະ­ພາ 2020 ມີ​ທ່ານ ພອນ​ປະ­ເສີດ ອຸ​ນາ​ພົມ ຫົວ­ໜ້າ​ກົມ​ອະ­ນາ­ໄມ ແລະ ສົ່ງ­ເສີມ​ສຸ­ຂະ­ພາບ ທ່ານ ບຸນ​ຫາບ ສຸ­ລິ­ໂຍ ຮອງ​ຫົວ­ໜ້າ​ກົມ​ສື່​ມວນ​ຊົນ ກະ­ຊວງ​ຖະ­ແຫຼງ​ຂ່າວ ວັດ­ທະ­ນະ­ທຳ ແລະ ທ່ອງ​ທ່ຽວ ມີ​ບັນ­ດາ​ຄະ­ນະ​ບັນ­ນາ­ທິ­ການ ວິ­ຊາ​ການ​ຂ່າວ​ຈາກ​ໂທລະ­ພາບ ວິ­ທະ­ຍຸ ໜັງ­ສື­ພິມ ແລະ ສື່​ສັງ­ຄົມ​ອອນ​ລາຍ​ທຸກ​ຂະ­ແໜງ­ການ​ເຂົ້າ​ຮ່ວມ.

ໂອ­ກາດ​ນີ້ ທ່ານ ພອນ​ປະ­ເສີດ ອຸ​ນາ​ພົມ ກ່າວ​ວ່າ: ການ​ສູບ­ຢາ​ແມ່ນ​ເປັນ​ສາ­ເຫດ​ຕົ້ນ­ຕໍ​ຂອງ​ການ​ເປັນ​ພະ­ຍາດ​ປອດ​ຊຳ​ເຮື້ອ ແລະ ພະ­ຍາດ​ລະ­ບົບ​ທາງ​ເດີນ​ຫາຍ­ໃຈ ການ​ສຶກ​ສາ​ຂອງ​ທີມ​ງານ​ຊ່ຽວ­ຊານ​ດ້ານ​ສາ­ທາ­ລະ­ນະ​ສຸກ ທີ່​ຈັດ​ໂດຍ​ອົງ­ການ​ອະ­ນາ­ໄມ​ໂລກ​ໃນ​ທ້າຍ​ເດືອນ​ເມ­ສາ 2020 ໃຫ້​ເຫັນ​ວ່າ ຜູ້​ສູບ­ຢາ​ແມ່ນ​ມີ​ຄວາມ​ສ່ຽງ​ທີ່​ຈະ​ກຳ­ເນີດ​ພະ­ຍາດ​ຮ້າຍ​ແຮງ​ຊະ­ນິດ​ອື່ນ ພ້ອມ​ກັບ​ພະ­ຍາດ​ໂຄ​ວິດ-19 ຮ້າຍ​ແຮງ​ຂຶ້ນ​ກວ່າ​ເກົ່າ ຖ້າ​ທຽບ­ໃສ່​ຜູ້​ບໍ່​ສູບ­ຢາ ໂດຍ​ພະ­ຍາດ​ໂຄ​ວິດ-19 ເປັນ​ພະ­ຍາດ​ຊຶມ​ເຊື້ອ ແລະ ຮ້າຍ​ແຮງ ທີ່​ທຳ­ລາຍ​ປອດ​ຂອງ​ຜູ້​ຄົນ ການ​ສູບ­ຢາ​ເຮັດ​ໃຫ້​ຄວາມ​ສາ­ມາດ​ໃນ​ການ​ເຮັດ​ວຽກ​ຂອງ​ປອດ​ຫຼຸດ​ລົງ ທັງ​ເຮັດ​ໃຫ້​ຮ່າງ­ກາຍ​ບໍ່​ສາ­ມາດ​ຕ້ານ​ກັບ​ໄວ​ຣັດ​ໂຄ​ໂຣ​ນາ ແລະ ພະ­ຍາດ​ອື່ນໆ.

ນອກ­ຈາກ​ນີ້ ການ​ສູບ­ຢາ​ຍັງ​ເປັນ​ປັດ​ໄຈ​ສ່ຽງ​ຕໍ່​ການ​ເປັນ​ພະ­ຍາດ​ບໍ່​ຕິດ­ຕໍ່​ຫຼາຍ​ຊະ­ນິດ ເປັນ­ຕົ້ນ ພະ­ຍາດ­ຫົວ­ໃຈ ມະ​ເຮັງ​ປອດ ແລະ ເບົາ­ຫວານ ທັງ​ຍັງ​ເຮດ​ໃຫ້​ບຸກ­ຄົນ​ທີ່​ມີ​ພະ­ຍາດ​ປະ­ຈຳ​ຕົວ​ເຫຼົ່າ​ນີ້​ເປັນ​ພະ­ຍາດ​ຮ້າຍ​ແຮງ​ນຳ​ອີກ ເມື່ອ​ຕິດ­ພະ­ຍາດ​ໂຄ​ວິດ-19 ເຊິ່ງ​ຜົນ​ການ​ສຶກ​ສາ ສະ­ແດງ​ໃຫ້​ເຫັນ​ວ່າ ຢາ­ສູບ​ເຮັດ​ໃຫ້​ຄົນ​ເສຍ​ຊີ­ວິດ​ຫຼາຍ​ກວ່າ 8 ລ້ານ​ຄົນ​ແຕ່​ລະ​ປີ​ໃນ​ທົ່ວ​ໂລກ ໃນ​ຈຳ­ນວນ​ຜູ້​ເສຍ​ຊີ­ວິດ​ດັ່ງ­ກ່າວ ຫຼາຍ​ກວ່າ 7 ລ້ານ​ຄົນ​ແມ່ນ​ຜູ້​ສູບ­ຢາ ແລະ ປະ­ມານ 1,2 ລ້ານ​ຄົນ ແມ່ນ​ຜູ້​ບໍ່​ສູບ­ຢາ ແຕ່​ໄດ້​ຮັບ​ຄວັນ​ຢາ­ສູບ ສຳ­ລັບ ສປປ ລາວ ຄົນ​ເສຍ​ຊີ­ວິດ​ຍ້ອນ​ຢາ­ສູບ ປະ­ມານ 6.225 ຄົນ​ຕໍ່​ປີ.

# ຂ່າວ & ພາບ: ສີ​ພອນ

error: Content is protected !!