ໃຜ​ທໍລະ​ຍົດ​ຕ້ອງ​ຮັບ​ກຳ​ທີ່​ຕົນ​ກໍ່​ຂຶ້ນ

     ທ້າວ ໂຈກ ໄດ້​ມີ​ການ​ຮ່ວມ​ມື​ກັບ​ຄົນ​ຕ່າງປະເທດ​ເພື່ອ​ເຄື່ອນ​ໄຫວ​ກໍ່​ຄວາມ​ບໍ່​ສະຫງົບ ຢູ່​ໃນ​ຂອບ​ເຂດ​ດິນແດນ​ຂອງ ​ສປປ ລາວ​ສະເພາະ ຢູ່​ເຂດ​ຊາຍ​ແດນ ຊຶ່ງ​ການເຄື່ອນໄຫວ​ຂອງ​ຜູ້ກ່ຽວ​ໄດ້​ຮັບ​ການ​ສະໜັບສະໜູນ​ດ້ານ​ການ​ເງິນ ອາວຸດ ແລະ ອຸປະກອນ​ສື່ສານ​ຕ່າງໆ​ຈາກ​ກຸ່ມ​ຄົນ​ຕ່າງປະເທດ ນຳ​ໃຊ້​ເຂົ້າ​ໃນ​ການເຄື່ອນໄຫວ ເພື່ອ​ກໍ່​ຄວາມ​ບໍ່​ສະຫງົບ​ສຸກ ສ້າງ​ບໍ່​ຄວາມ​ເປັນ​ລະບຽບ​ຮຽບ​ຮ້ອຍ​ໃນ​ສັງຄົມ ອອກແຮງ​ຍຸຍົງ​ສົ່ງເສີມ​ໃຫ້​ຄົນ​ພາຍ​ໃນ​ກຽດ​ຊັງ ໂຄ້ນ​ລົ້ມ​ໂຈມ​ຕີ​ກັນ ຂ້າ​ຟັນ​ລັ່ນ​ແທງ​ກັນ ປ່າວ​ຂ່າວ​ອະກຸສົນ ບິດ​ເບືອນ​ຄວາມ​ຈິງ​ດ້ວຍ​ການ​ສ້າງ​ກະແສ​ຂ່າວ​ຕ່າງໆ​ນາໆ ເຮັດ​ໃຫ້​ປະຊາຊົນ​ເກີດ​ຄວາມ​ສັບສົນ ຂາດ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ການ​ນຳພາ​ຂອງ​ພັກ ການ​ຄຸ້ມ​ຄອງ​ຂອງ​ລັດ ແລະ ອື່ນໆ. ຈາກ​ການ​ປະພຶດ​ຂອງ ທ້າວ ໂຈກ​ທີ່​ສະແດງ​ອອກ​ມາ​ພາຍ​ນອກ​ເຊັ່ນ​ນີ້ ທ້າວ ໂຈກ​ຈະ​ຕົກ​ເປັນ​ຜູ້​ກະທຳ​ຜິດ​ທາງ​ອາຍາ ຫຼື ບໍ່?

     ພົນລະເມືອງ​ລາວ ຜູ້​ທີ່​ໄດ້​ເຄື່ອນ​ໄຫວ​ພົວພັນ ແລະ ຮ່ວມ​ມື​ກັບ​ຄົນ​ຕ່າງປະເທດ ຫຼື ອົງ​ການຈັດຕັ້ງ​ຕ່າງປະເທດ ໂດຍ​ມີ​ເຈດ​ຕະ​ນາ​ທຳລາຍ​ຄວາມ​ເປັນ​ເອກະລາດ ອຳນາດ​ອະທິປະ​ໄຕ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ ຜົນ​ປະໂຫຍດ​ອັນ​ຍິ່ງ​ໃຫຍ່​ທາງ​ດ້ານ​ການເມືອງ ການ​ປ້ອງ​ກັນ​ຊາດ ປ້ອງ​ກັນ​ຄວາມ​ສະຫງົບ ເສດຖະກິດ ວັດທະນະທຳ ແລະ ສັງຄົມ ຂອງ ສາທາລະນະ​ລັດ ປະຊາທິປະໄຕ ປະຊາຊົນ​ລາວ ຈະ​ຖືກ​ລົງໂທດ​ຕັດ​ອິດ​ສະລະ​ພາບ​ແຕ່ ສິບ​ປີ ຫາ ຊາວ​ປີ ແລະ ຈະ​ຖືກ​ປັບ​ໃໝ​ແຕ່  10.000.000 ກີບ​ຫາ 500.000.000 ກີບ ອາດ​ຈະ​ຖືກ​ຮິບ​ຊັບ ແລະ ອາດ​ຈະ​ຖືກ​ຈຳກັດ​ທີ່ຢູ່ ຫຼື ຕັດ​ອິດ​ສະລະ​ພາບ​ຕະຫຼອດ​ຊີວິດ ແລະ ຈະ​ຖືກ​ປັບ​ໃໝ​ແຕ່   50.000.000 ກີບ 700.000.000 ກີບ ຫຼື ປະຫານ​ຊີວິດ.

    ການ​ກະກຽມ​ໃຫ້​ແກ່​ການ​ກະທຳ​ຜິດ ຄວາມ​ພະຍາຍາມ​ກໍ່​ການ​ກະທຳ​ຜິດ ກໍ​ຈະ​ຖືກ​ລົງໂທດ. ພົນລະເມືອງ​ລາວ ຜູ້​ທີ່​ຖືກ​ຄົນ​ຕ່າງປະເທດ ຫຼື ອົງ​ການຈັດຕັ້ງ​ຕ່າງປະເທດ ມອບ​ໝາຍ​ໃຫ້​ກະທຳ​ຜິດ​ແຕ່​ໄດ້​ສະໝັກ​ໃຈ​ລາຍ​ງານ​ເຫດການ​ໃຫ້​ເຈົ້າ​ໜ້າທີ່​ຮູ້​ລ່ວງ​ໜ້າ ແລະ ຍັງ​ບໍ່​ທັນ​ໄດ້​ລົງມື​ກະທຳ​ຜິດ​ນັ້ນ​ຈະ​ບໍ່​ຖືກ​ລົງໂທດ.

     ຂໍ​ໃຫ້​ທ່ານ​ຜູ້​ອ່ານ​ເຂົ້າໃຈ​ວ່າ ຜູ້​ກະທຳ​ຜິດ​ໃນ​ສະຖານ​ການ​ທໍລະ​ຍົດ​ຕໍ່​ຊາດ ມີ​ແຕ່​ຜູ້​ທີ່​ເປັນ​ພົນລະເມືອງ​ລາວ ແລະ ທີ່​ຖື​ສັນຊາດ​ລາວ ຫຼື ບຸກຄົນ​ຕ່າງປະເທດ​ທີ່​ໄດ້​ຕັດ​ສັນຊາດ​ເດີມ​ຂອງ​ຕົນ​ແລ້ວ ຖື​ສັນຊາດ​ລາວ ກໍ​ຈະ​ມີ​ຄວາມ​ຮັບຜິດຊອບ​ຕາມ​ປະມວນ​ກົດໝາຍ​ອາຍາ ແລະ ກໍ​ແມ່ນ​ຜູ້​ທີ່​ມີ​ອາຍຸ​ກະສຽນ​ທາງ​ອາຍາ ແຕ່ 15 ປີ​ຂຶ້ນ​ໄປ ບໍ່​ເປັນ​ຄົນ​ໃບ້​ບ້າ ເສຍ​ຈິດ ຊຶ່ງ​ໄດ້​ມີ​ການເຄື່ອນໄຫວ ຫຼື ມີ​ການ​ປະພຶດ​ຕາມ​ທີ່​ໄດ້​ກຳນົດ​ໄວ້​ຢູ່​ໃນ​ມາດຕາ 110 ກໍ​ຈະ​ຕ້ອງ​ນຳ​ເອົາ​ມາ​ດຳເນີນ​ຄະດີ​ຕາມ​ຂະ​ບວນ​ການ​ຂອງ​ກົດໝາຍ​ຂອງ ​ສປປ ລາວ.      ຕົວຢ່າງ ທ້າວ ໂຈກ ໄດ້​ມີ​ການ​ຮ່ວມ​ມື​ກັບ​ຄົນ​ຕ່າງປະເທດ​ເພື່ອ​ເຄື່ອນ​ໄຫວ​ກໍ່​ຄວາມ​ບໍ່​ສະຫງົບ ຢູ່​ໃນ​ຂອບ​ເຂດ​ດິນແດນ​ຂອງ ​ສປປ ລາວ​ໂດຍ​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກ​ກຸ່ມ​ຄົນ​ບໍ່​ດີ​ເພື່ອ​ຫວັງ​ທຳລາຍ​ຄວາມ​ສະຫງົບ​ສຸກ ຄວາມ​ເປັນ​ລະບຽບ​ຮຽບ​ຮ້ອຍ​ຂອງ​ສັງຄົມ ຍຸຍົງ​ສົ່ງເສີມ​ໃຫ້​ຄົນ​ພາຍ​ໃນ​ກຽດ​ຊັງ ໂຄ້ນ​ລົ້ມ​ໂຈມ​ຕີ​ກັນ.

error: Content is protected !!