ສະເໜີຫຼາຍບັນຫາ ຕິດພັນກັບການແກ້ໄຂບັນຫານໍ້າມັນເຊື້ອໄຟແພງ

    ກະຊວງອຸດສາຫະກຳ ແລະ ການຄ້າ ຈັດກອງປະຊຸມປຶກສາຫາລືການແກ້ໄຂບັນຫານໍ້າມັນເຊື້ອໄຟໃນປັດຈຸບັນ ແລະ ການຜັນຂະຫຍາຍມະຕິຄະນະປະຈໍາສະພາແຫ່ງຊາດ ວ່າດ້ວຍການຮັບຮອງມາດຕະການຮັກສາສະຖຽນລະພາບຂອງລາຄານໍ້າມັນເຊື້ອໄຟໃນສະພາບລາຄາເໜັງຕີງຂຶ້ນສູງ ວັນທີ 11 ພຶດສະພາ 2022 ເປັນປະທານຂອງທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ມີຫົວໜ້າກົມ ຮອງຫົວໜ້າກົມ ຕາງໜ້າຈາກສະພາແຫ່ງຊາດ ບັນດາກະຊວງ ແລະ ທະນາຄານກາງ ຕາງໜ້າບໍລິສັດນໍ້າມັນເຊື້ອໄຟ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ສະມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກັສລາວເຂົ້າຮ່ວມ.

    ທ່ານ ຄຳແພງ ໄຊສົມແພງ ກ່າວວ່າ  ກ່ຽວກັບການຮັກສາສະຖຽນລະພາບຂອງລາຄານໍ້າມັນເຊື້ອໄຟ ໃນສະພາບລາຄາເໜັງຕີງຂຶ້ນສູງເມື່ອບໍ່ດົນມານີ້ ກໍໄດ້ປຶກສາຫາລືກ່ຽວກັບການປັບລາຄານໍ້າມັນເຊື້ອໄຟໃນຕະຫຼາດໂລກທີ່ມີການເໜັງຕີງຂຶ້ນສູງ ໂດຍໄດ້ປຶກສາຫາລື ແລະ ໄດ້ສະເໜີວິທີທາງອອກໃນສະພາບລາຄານໍ້າມັນເຊື້ອໄຟມີລາຄາສູງຂຶ້ນ ໃນນັ້ນ ໄດ້ຂໍປັບຫຼຸດອາກອນຊົມໃຊ້ລົງ ເພື່ອຊ່ວຍໃຫ້ລາຄານໍ້າມັນເຊື້ອໄຟພາຍໃນປະເທດຫຼຸດລົງ ບໍ່ໃຫ້ສົ່ງຜົນກະທົບກັບພື້ນຖານເສດຖະກິດ ກໍຄືພໍ່ແມ່ປະຊາຊົນຫຼາຍຈົນເກີນໄປ ຫຼັງຈາກນັ້ນ ລັດຖະບານໄດ້ລາຍງານສະພາແຫ່ງຊາດເພື່ອພິຈາລະນາຫຼຸດຜ່ອນບາງມາດຕາຂອງກົດໝາຍ ໂດຍສະເພາະ ການຫຼຸດອາກອນຊົມໃຊ້ລົງ ປັດຈຸບັນ ສະພາແຫ່ງຊາດຊາດໄດ້ມີມະຕິສະບັບເລກທີ 103/ຄປຈ ລົງວັນທີ 09 ພຶດສະພາ 2022 ເຫັນດີໃຫ້ຫຼຸດອາກອນຊົມໃຊ້ນໍ້າມັນແອັດຊັງທໍາມະດາຈາກ 31% ມາເປັນ 16% ແລະ ຫຼຸດອາກອນຊົມໃຊ້ນໍ້າມັນກາຊວນຈາກ 21% ມາເປັນ 11% ເປັນມາດຕະການຊົ່ວຄາວນຳໃຊ້ໃນໄລຍະ 3 ເດືອນ.

    ໂອກາດນີ້ ຜູ້ເຂົ້າຮ່ວມໄດ້ສະເໜີບາງບັນຫາທີ່ຄິດວ່າຕິດພັນກັບການແກ້ໄຂບັນຫານໍ້າມັນເຊື້ອໄຟໃນປັດຈຸບັນ ແລະ ການຜັນຂະຫຍາຍມະຕິຄະນະປະຈໍາສະພາແຫ່ງຊາດ ສະບັບເລກທີ 103/ຄປຈ ຄື ການຮັກສາສະຖຽນລະພາບຂອງລາຄານໍ້າມັນເຊື້ອໄຟ ເຊິ່ງເປັນສິນຄ້າຍຸດທະສາດສຳຄັນໃນສະພາບລາຄານໍ້າມັນເຊື້ອໄຟເໜັງຕີງຂຶ້ນສູງ ໂດຍໃຫ້ມີການກຳນົດເປັນນະໂຍບາຍ ເປັນຍຸດທະສາດ ເປັນແຜນງານໃນແຕ່ລະໄລຍະ ຄວນມີການເລິ່ມຕົ້ນເປັນລະບົບແນວໃດ ປັດຈຸບັນ ການດັດສົມຈາກທາງພາກລັດ ກໍຄືການນຳໃຊ້ເຄື່ອງມີດ້ານພາສີອາກອນ ໂດຍໄດ້ຫຼຸດອາກອນຊົມໃຊ້ລົງຈາກອັດຕາປົກກະຕິໃນໄລຍະເວລາໃດໜຶ່ງ ເພື່ອຫຼຸດຜ່ອນຜົນກະທົບຕໍ່ເສດຖະກິດ ກໍຄືການດຳລົງຊີວິດຂອງປະຊາຊົນ ພ້ອມທັງຮັກສາສະຖຽນລະພາບຂອງລາຄາສິນຄ້າ ເຊິ່ງການປະຕິບັດນະໂຍບາຍຫຼຸດອາກອນຊົມໃຊ້ ກໍເປັນວິທີທາງໜຶ່ງ ແລະ ໃຫ້ມີການຄົ້ນຄວ້າຫຼາຍວິທີທາງຮ່ວມກັນ ໃນສະພາບທີ່ລັດຖະບານກໍມີຄວາມຫຍຸ້ງຍາກທາງດ້ານງົບປະມານ ການຕິດຕາມສະພາບການນໍາເຂົ້ານໍ້າມັນເຊື້ອໄຟຂອງບັນດາບໍລິສັດໄລຍະຜ່ານມາ ບໍ່ສາມາດມາດນໍາເຂົ້າໄດ້ຢ່າງຕໍ່ເນື່ອງ ຄວນມີການປຶກສາຫາລືຮ່ວມກັນຢ່າງເອົາໃຈໃສ່ ແລະ ປະສານສົມທົບກັນໃນລາຍລະອຽດ ໃນສະພາບທີ່ລາຄານໍ້າມັນເໜັງຕີງເພີ່ມຂື້ນ ແລະ ເໜັງຕີໄວ ບວກກັບຄວາມຫຍຸ້ງຍາກລະຫວ່າງການກຳນົດໂຄງສ້າງລາຄານໍ້າມັນ ແລະ ປັດໄຈຕົ້ນຕໍພາຍໃນໂຄງສ້າງລາຄາເຊັ່ນ ອັດຕາແລກປ່ຽນເງິນຕາ ອັດຕາຄ່າບໍລິການ ແລະ ຄ່າສິ້ນເປືອງຕ່າງໆ ເພື່ອພ້ອມກັນຊອກວິທີແກ້ໄຂໃນແຕ່ລະຈຸດ ແລະ ອື່ນໆ.

# ຂ່າວ-ພາບ : ອົ່ນ ໄຟສົມທອງ

error: Content is protected !!