ໄຂງານແຂ່ງຂັນກີລານັກຮຽນທົ່ວແຂວງສະຫວັນນະເຂດ

     ພິທີໄຂງານແຂ່ງຂັນກີລານັກຮຽນສາມັນທົ່ວແຂວງສະຫວັນນະເຂດ ປະຈໍາເຂດ 6 ສົກຮຽນ 2021-2022 ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ຢູ່ສະໜາມກີລາແຂວງສະຫວັນນະເຂດ  ຫຼັກ 4  ມີທ່ານນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ ທ່ານ ສຸກສົມພອນ ອະໂນໄທ ຫົວໜ້າພະແນກສຶກສາທິການ ແລະ ກີລາແຂວງ ແລະ ທ່ານນາງ ພອນໄຊ ຊະນະວົງໄຊ ຫົວໜ້າຫ້ອງການສຶກສາທິການ ແລະ ກີລາ ນະຄອນໄກສອນ ພົມວິຫານ ພ້ອມດ້ວຍບັນດາຄະນະອໍານວຍການໂຮງຮຽນ ນັກກີລາ 4 ໂຮງຮຽນຄື:  ມສ ສະຫວັນ ເຈົ້າພາບ ມສ ອຸດົມວິໄລ ມສ ໂພນສະຫວັນ ແລະ ໂຮງຮຽນສາມັນກິນນອນຊົນເຜົ່າເຂົ້າຮ່ວມ.

    ທ່ານ ແກ່ນຕາ ສຸວົງເດືອນ ຜູ້ອໍານວຍການໂຮງຮຽນ ມສ ສະຫວັນ ກ່າວວ່າ : ງານແຂ່ງຂັນກີລາຄັ້ງນີ້ ຈັດຂຶ້ນເພື່ອສ້າງຄວາມສາມັກຄີມິດຕະພາບ ແລະ ພັດທະນາເຍົາວະຊົນ-ຊາວໜຸ່ມທາງດ້ານແນວຄິດ ແລະ ສຸຂະພາບໃຫ້ມີນໍ້າໃຈຮັກຊາດ ເປັນເຈົ້າຕົນເອງ ສ້າງຄວາມຟົດຟື້ນ ນໍາເອົາການກີລາເປັນກິດຈະກໍາສົ່ງເສີມພະລັງຂອງຄົນຮຸ່ນໜຸ່ມ ໃຫ້ເຊື່ອມສານຈິດໃຈແຫ່ງຄວາມສາມັັກຄີ ມິດຕະພາບ ແລະ ເພື່ອສຸຂະພາບ.

     ການຈັດງານຄັ້ງນີ້ ຍັງເປັນການຄັດເລືອກເອົານັກກີລາທີ່ດີເດັ່ນຂອງແຕ່ລະເມືອງໃນ 14 ຕົວເມືອງ  ແລະ 1 ນະຄອນ ເພື່ອກະກຽມເຂົ້າຮ່ວມງານມະຫະກໍາກີລາແຫ່ງຊາດຄັ້ງທີ XI ທີ່ແຂວງຊຽງຂວາງເປັນເຈົ້າພາບ ແລະ ງານແຂ່ງຂັນກີລານັກຮຽນມັດທະຍົມສຶກສາທົ່ວປະເທດຄັ້ງທີ VII ທີ່ແຂວງສາລະວັນເປັນເຈົ້າພາບ ໄລຍະກະກຽມການແຂ່ງຂັນແມ່ນເລີ່ມແຕ່ເດືອນຕຸລາ 2021 ແຕ່ອີງໃສ່ສະພາບພະຍາດໂຄວິດ-19 ຈຶ່ງໄດ້ເລື່ອນມາຈັດໃນເດືອນກຸມພາ 2022 ເປັນຕົ້ນມາ ພ້ອມນີ້ ການແຂ່ງຂັນດັ່ງກ່າວຍັງໄດ້ຈັດມາເປັນເຂດທີ 6 ໂດຍມີການຊີງໄຊທັງໝົດ 5 ປະເພດກີລາຄື ບານເຕະຊາຍ-ຍິງ ບານສົ່ງໃນຮົ່ມຊາຍ-ຍິງ ກະຕໍ້ຊາຍ-ຍິງ ເປຕັງຊາຍ-ຍິງ ແລະ ແລ່ນ ແລະ ລານ ຊາຍ-ຍິງ ຄາດວ່າພາຍໃນເດືອນພະຈິກ ຫາເດືອນທັນວາ 2022 ຈະມີການກະກຽມຕົວນັກກີລາເຂົ້າຮ່ວມງານແຂ່ງຂັນກີລາແຫ່ງຊາດ.

(ຂ່າວ-ພາບ: ແຂວງສະຫວັນນະເຂດ)

error: Content is protected !!