ຜູ້ທີ່ຈະເດີນທາງອອກ ສປປ ລາວ ຖ້າຍັງບໍ່ເຂົ້າໃຈຂັ້ນຕອນການດໍາເນີນເອກະສານ ໃຫ້ສອບຖາມເຈົ້າໜ້າທີ່

    ທ່ານ ພັທ ກິດ່ອນ ກິວົງໄຊ ຮອງຫົວໜ້າຄຸ້ມຄອງດ່ານ ຫົວໜ້າດ່ານ ຕມ ສາກົນ ຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃຫ້ສໍາພາດວັນທີ 11 ພຶດສະພາ 2022 ວ່າ: ນັບແຕ່ວັນທີ 9-11 ພຶດສະພາ ເປັນເວລາ 3 ວັນທີ່ດ່ານສາກົນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໄດ້ເປີດໃຫ້ບໍລິການ ໂດຍມີຜູ້ໂດຍສານເດີນທາງອອກ 944 ຄົນ ຍິງ 466 ຄົນ ເດັກ 15 ຄົນ ຜູ້ໂດຍສານເດີນທາງເຂົ້າ 868 ຄົນ ຍິງ 412 ຄົນ ແລະ ເດັກ 12 ຄົນ ມີພາຫະນະເຂົ້າ 148 ຄັນ ລົດຕ່າງປະເທດ 291 ຄັນ ປັດຈຸບັນ ຕມ ພວກເຮົາມີຄວາມພ້ອມທາງດ້ານບຸຄະລາກອນ ດ້ານໄອທີ ດ້ານການບໍລິການຈໍ້າແຈ້ງເອກະສານຂອງຜູ້ໂດຍສານ ຖືກຕ້ອງຕາມລະບຽບກົດໝາຍການເຂົ້າ-ອອກ ສປປ ລາວ ໄດ້ກໍານົດໄວ້ ຄຽງຄູ່ກັນນັ້ນ ໄດ້ມີການປັບປຸງພື້ນຖານໂຄງລ່າງດ່ານເພື່ອຮອງຮັບການເພີ່ມຂຶ້ນຂອງຜູ້ໂດຍສານ ເຊິ່ງການເຂົ້າ-ອອກ ສປປ ລາວ ໃນໄລຍະການແຜ່ລະບາດພະຍາດໂຄວິດ-19 ມີການຈັດຕັ້ງປະຕິບັດຄື: ພົນລະເມືອງລາວ ຄົນຕ່າງດ້າວ ຄົນຕ່າງປະເທດ ແລະ ຄົນບໍ່ມີສັນຊາດ ໃຫ້ປະຕິບັດຕາມແຈ້ງການຂອງກົມ ຕມ ເລກທີ 879/ຕມ ລົງວັນທີ 9 ພຶດສະພາ 2022 ທີ່ຈະເດີນທາງເຂົ້າ-ອອກ ສປປ ລາວ ສາມາດເດີນທາງເຂົ້າ-ອອກໄດ້ປົກກະຕິຄື: ປະເທດທີ່ຍົກເວັ້ນວີຊາ ສາມາດເດີນທາງເຂົ້າ ສປປ ລາວ ໄດ້ໂດຍບໍ່ຕ້ອງຂໍວີຊ່າ ສ່ວນປະເທດທີ່ຍັງບໍ່ທັນຍົກເວັ້ນວີຊ່າ ສາມາດຂໍວີຊ່ານໍາສະຖານທູດ ສະຖານກົງສູນທີ່ປະຈໍາຢູ່ຕ່າງປະເທດ ຫຼື ລະບົບ E-VISA ຫຼື ຂໍວີຊ່າກັບດ່ານ ພ້ອມນັ້ນ ສໍາລັບຜູ້ທີ່ມີອາຍຸແຕ່ 12 ປີ ຂຶ້ນໄປ ບໍ່ທັນມີໃບຢັ້ງຢືນສັກວັກຊິນຄົບໂດສ ແມ່ນໃຫ້ມີຜົນກວດເຊື້ອພະຍາດໂຄວິດ-19 ດ້ວຍເຄື່ອງກວດ ATK ພາຍໃນ 48 ຊົ່ວໂມງ ຈາກປະເທດຕົ້ນທາງກ່ອນເດີນທາງມາເຖິງ ສປປ ລາວ ສ່ວນຜູ້ທີ່ມີໃບສັກວັກຊິນຄົບໂດສ ສາມາດເດີນທາງເຂົ້າ ສປປ ລາວ ປົກກະຕິ ແລະ ຄົນຕ່າງປະເທດທີ່ເດີນທາງເຂົ້າມາ ສປປ ລາວ ກໍລະນີມີການຕິດເຊື້ອພະຍາດໂຄວິດ-19 ຕ້ອງໄດ້ຮັບຜິດ ຊອບຄ່າໃຊ້ຈ່າຍໃນການປິ່ນປົວຕົນເອງ ພ້ອມນັ້ນ ການເຂົ້າ-ອອກຂອງຜູ້ໂດຍສານ ພາຫະນະ ສໍາລັບ ສປປ ລາວ ສາມາດເດີນທາງເຂົ້າ-ອອກໄດ້ຕາມປົກກະຕິ ສະເພາະການເດີນທາງອອກ ສປປ ລາວ ແມ່ນໃຫ້ປະຕິບັດຕາມກົດໝາຍຂອງປະເທດປາຍທາງ.

    ທ່ານ ພັທ ກິດ່ອນ ກິວົງໄຊ ໃຫ້ຮູ້ຕື່ມອີກວ່າ: ສະເພາະຜູ້ທີ່ຈະເດີນທາງອອກ ສປປ ລາວ ໃຫ້ສຶກສາຂໍ້ກໍານົດ ກົດລະບຽບ ແລະ ກົນໄກຂອງປະເທດປາຍທາງທີ່ຈະເດີນທາງໄປໃຫ້ລະອຽດຈະແຈ້ງ ການສອບຖາມ ໃຫ້ເນັ້ນໃສ່ສອບຖາມເຈົ້າໜ້າທີ່ ຕມ ໃນຕູ້ສະເພາະ ຫຼື ເຈົ້າໜ້າທີ່ນຸ່ງເຄື່ອງແບບ ຫຼື ມາຕິດຕໍ່ພົວພັນຢູ່ຫ້ອງການເບີ 12 ເພື່ອພົວພັນສອບຖາມຂໍ້ມູນລາຍລະອຽດໃນການເດີນທາງເຂົ້າ-ອອກໄລຍະນີ້ ເພື່ອຫຼຸດຊ່ອງຫວ່າງໃຫ້ກັບບຸກຄົນທີ່ແອບອ້າງໃນການເຮັດເອກະສານຕ່າງໆ ໂດຍສະເພາະ ບັນຫາປາກົດການຫຍໍ້ທໍ້ທີ່ຈະເກີດຂຶ້ນຕໍ່ກັບຜູ້ເດີນທາງ ສໍາລັບບັດສັກວັກຊິນ ຖ້າຫາກໄດ້ຮັບການຢັ້ງຢືນຢ່າງຖືກຕ້ອງຈາກຂະແໜງກ່ຽວຂ້ອງ ສາມາດເດີນທາງເຂົ້າ-ອອກໄດ້ເລີຍ ບໍ່ຈໍາເປັນຕ້ອງໄປແປພາສາ ແລະ ບໍ່ຈໍາເປັນຕ້ອງຕິດຄິວອາໂຄດຕື່ມໃສ່ອີກ ສະນັ້ນຮຽກຮ້ອງສັງຄົມໃຫ້ມີສະຕິໃນການບໍລິໂພກຂໍ້ມູນຂ່າວສານ ໃຫ້ເລືອກເຟັ້ນໃນການບໍລິໂພກຂ່າວຈາກສື່ມວນຊົນຂອງລັດຖະບານລາວເປັນຫຼັກ ເພື່ອບໍ່ໃຫ້ຄາດເຄື່ອນ ພ້ອມນັ້ນ ຮຽກຮ້ອງມາຍັງຜູ້ທີ່ຈະເດີນທາງເຂົ້າ-ອອກ ສປປ ລາວ ແມ່ນໃຫ້ພ້ອມກັນປະຕິບັດຕາມກົດໝາຍເຂົ້າ-ອອກ ສປປ ລາວ ເຊິ່ງໄດ້ລະບຸໄວ້ໃນລະບຽບການຢ່າງຈະແຈ້ງ ທີ່ຖືກຕ້ອງຄົບຖ້ວນ ພ້ອມນັ້ນ ໃຫ້ປະຕິບັດມາດຕະການຕ່າງໆ ແລະ ຕາມຄໍາແນະນນໍາຂອງເຈົ້າໜ້າທີ່ ເພື່ອອໍານວຍຄວາມສະດວກໃນການເດີນທາງຂອງທ່ານເອງ.

# ຂ່າວ – ພາບ : ຂັນທະວີ

error: Content is protected !!