ເຈົ້າໜ້າທີ່ ຕມ ດ່ານສາກົນພູດູ່ ພ້ອມເປີດບໍລິການເຂົ້າ-ອອກເມືອງ

   ກໍາລັງຕໍາຫຼວດກວດຄົນເຂົ້າ-ອອກເມືອງ (ຕມ) ດ່ານສາກົນພູດູ່ ເມືອງປາກລາຍ ແຂວງໄຊຍະບູລີ ແມ່ນເຫຼົ່າຮົບວິຊາສະເພາະກົມກອງໜຶ່ງ ທີ່ຢູ່ດ້ານປ້ອມໜ້າໃນການກວດຄົນເຂົ້າ-ອອກເມືອງ ເປັນແບບຢ່າງໃນການປະຕິບັດໜ້າທີ່ການເມືອງຂອງຕົນມີຜົນສໍາເລັດເປັນກ້າວໆ ເຊິ່ງໄດ້ເອົາໃຈໃສ່ກວດກາຄົນເຂົ້າ- ອອກເມືອງ ປະຈໍາການປ້ອງກັນເວນຍາມດ່ານມີຄວາມສະຫງົບປອດໄພ ກຽມພ້ອມເຮັດໜ້າທີ່ ແລະ ເອົາໃຈໃສ່ຕິດຕາມສະພາບການຕ່າງໆພາຍໃນ ແລະ ນອກດ່ານທີ່ເຂົ້າອອກຜ່ານປະຕູດ່ານຢ່າງເຂັ້ມງວດ.

    ທ່ານ ທອງຈັນ ສຸພົນສັກ ຮອງຫົວໜ້າດ່ານສາກົນພູດູ່ ໃຫ້ຮູ້ວ່າ: ໃນ 1 ເດືອນຜ່ານມາ ມີຄົນເຂົ້າ-ອອກຜ່ານດ່ານທັງໝົດ 2.220 ຄົນ ຍິງ 43 ຄົນ ອອກປື້ມຜ່ານແດນໄດ້ 12 ຫົວ ແຈ້ງຄົນເຂົ້າເມືອງທັງໝົດ 675 ຄົນ ຍິງ 27 ຄົນ ຄົນລາວເຂົ້າ 496 ຄົນ ຍິງ 27 ຄົນ ສັນຊາດໄທເຂົ້າ 179 ຄົນ ແຈ້ງຄົນອອກເມືອງທັງໝົດ 681 ຄົນ ຍິງ 28 ຄົນ ຄົນລາວອອກ 496 ຄົນ ຍິງ 27 ຄົນ ຄົນໄທອອກ 185 ຄົນ ຍິງ 1 ຄົນ ພາຫະນະເຂົ້າ 648 ຖ້ຽວຕໍ່ຄັນ ແລະ ພາຫະນະອອກ 648 ຖ້ຽວຕໍ່ຄັນ.

    ດ່ານສາກົນພູດູ່ ຕັ້ງຢູ່ຂອບເຂດບ້ານສາມສ້າງບວມເລົາ-ຜາແກ້ວ ຫ່າງຈາກເທດສະບານເມືອງປາກລາຍ ໄປທາງທິດຕາເວັນຕົກສ່ຽງໃຕ້ປະມານ 38 ກິໂລແມັດ ເຊິ່ງຈຸດຜ່ານແດນເຂົ້າ-ອອກເມືອງ ແມ່ນເຊື່ອມຕໍ່ກັບຈຸດດ່ານຖາວອນພູດູ່ ຂອບເຂດຕາແສງບ້ານມ່ວງເຈັດຕົ້ນ ເມືອງບ້ານໂຄກ ແຂວງອຸດຕະຣະ ດິດລາຊະອານາຈັກໄທ ຜ່ານມາ ໄດ້ເອົາໃຈໃສ່ປະຕິບັດໜ້າທີ່ບໍລິການເຂົ້າ-ອອກ ຂອງຜູ້ໂດຍສານໄດ້ຢ່າງສະດວກວ່ອງໄວ ແລະ ຮັບປະກັນໄດ້ຄວາມສະຫງົບປອດໄພຢ່າງໜັກແໜ້ນ.

    ໃນການກະກຽມເປີດດ່ານຄືນໃໝ່ ຕາມແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ກ່ຽວກັບມາດຕະການໃນການເຂົ້າ-ອອກ ສປປ ລາວ ແລະ ມາດຕະການຜ່ອນຜັນພາຍໃນປະເທດ ໃນໄລຍະມີການລະບາດຂອງພະຍາດໂຄວິດ-19 ຄະນະດ່ານໄດ້ຊີ້ນໍາບັນດາຂະແໜງການພາຍໃນດ່ານ ໃຫ້ເອົາໃຈໃສ່ກະກຽມຄວາມພ້ອມຮອບດ້ານ ເປັນຕົ້ນ: ດ້ານບຸຄະລາກອນ ສະຖານທີ່ ເຄື່ອງອຸປະກອນເຕັກນິກຮັບໃຊ້ຕ່າງໆ ເພື່ອຮອງຮັບໃນການບໍລິການຜູ້ໂດຍສານ ຍານພາຫະນະ ສິນຄ້າປະເພດຕ່າງໆທີ່ຈະເຂົ້າ-ອອກຜ່ານດ່ານ ໃຫ້ຮັບປະກັນຄວາມສະດວກວ່ອງໄວ ຖືກຕ້ອງຕາມລະບຽບຫຼັກການ ປຸກລະດົມພໍ່-ແມ່ ປະຊາຊົນ ພໍ່ຄ້າ-ຊາວຂາຍ ຜູ້ປະກອບການຕ່າງໆ ມາໃຊ້ບໍລິການເຂົ້າ-ອອກດ່ານໃຫ້ຫຼາຍຂຶ້ນ ເພື່ອເກັບລາຍຮັບເຂົ້າງົບປະມານໃຫ້ໄດ້ຕາມແຜນການ ແລະ ລື່ນແຜນການທີ່ວາງໄວ້.

     ປັດຈຸບັນ ພວກເຮົາພວມປະສານກັບດ່ານເຊິ່ງໜ້າ ເພື່ອຄວາມເປັນເອກະພາບໃນການປະກອບເອກະສານເຂົ້າ-ອອກຂອງຄົນ ຍານພາຫະນະ ແລະ ສິນຄ້າ ໃນໄລຍະທີ່ມີການລະບາດຂອງພະຍາດໂຄວິດ-19 ນີ້ ບັນດາຂະແໜງການວິຊາສະເພາະ ກໍຄືດ່ານສາກົນພູດູ່ ພວກເຮົາມີຄວາມພ້ອມແລ້ວທີ່ຈະເປີດບໍລິການຢ່າງເປັນທາງການ.

# ຂ່າວ – ພາບ : ຊິລິການດາ

error: Content is protected !!