ພິທີມອບ-ຮັບອຸປະກອນເຄື່ອງມືການແພດ ຈາກລັດຖະບານລຸກຊຳບວກ ໃຫ້ແກ່ຂະແໜງສາທາລະນະສຸກຂອງລາວ ເພື່ອຕໍ່ຕ້ານ ແລະ ຄວບຄຸມ ການລະບາດພະຍາດອັກເສບປອດສາຍພັນໃໝ່ ໂຄວິດ-19 ຊຸດທຳອິດ ມູນຄ່າ 240.000 ເອີໂຣ ຫຼື ປະມານ 2,36 ຕື້ກີບ (ໃນມູນຄ່າການຊ່ວຍເຫຼືອຊຸກເສີນ 3 ລ້ານເອີໂຣ) ຈັດຂຶ້ນວັນທີ 21 ພຶດສະພາ 2020 ຢູ່ກະຊວງສາທາລະນະສຸກ ລະຫວ່າງ ທ່ານ Sam Shreiner ອຸປະທູດແຫ່ງລາຊະອານາຈັກລຸກຊຳບວກ ແລະ ທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ມີຜູ້ຕາງໜ້າອົງການ LuxDev ແລະ ພະນັກງານຂັ້ນສູງກະຊວງສາທາລະນະສຸກເຂົ້າຮ່ວມ.

ທ່ານ Sam Shreiner ກ່າວວ່າ: ພາຍຫຼັງທີ່ມີການບົ່ງມະຕິກໍລະນີຕິດເຊື້ອໂຄວິດ-19 ຢູ່ ສປປ ລາວ ລັດຖະບານລຸກຊຳບວກ ກໍໄດ້ມອບສົ່ງອຸປະກອນການແພດ ແລະ ເຄື່ອງໃຊ້ໃຫ້ແກ່ກະຊວງສາທາລະນະສຸກຂອງລາວ ເພື່ອສົ່ງຕໍ່ໄປຍັງແຂວງວຽງຈັນ ບໍລິຄຳໄຊ ແລະ ແຂວງຄຳມ່ວນ ເພື່ອປະກອບສ່ວນເຂົ້າໃນການກະກຽມສະຖານທີ່ປິ່ນປົວຜູ້ຕິດເຊື້ອ ແລະ ສະຖານທີ່ກັກກັນກໍລະນີສົງໄສ ນອກນີ້ຍັງແມ່ນການປ້ອງກັນບໍ່ໃຫ້ພະນັກງານຕິດເຊື້ອດັ່ງກ່າວ ພ້ອມທັງການຊ່ວຍວຽກງານບົ່ງມະຕິຄົນເຈັບ ແລະ ການຕິດຕາມຜູ້ຄົນທີ່ໄດ້ສຳພັດຜູ້ຕິດເຊື້ອ.
ສຳລັບອຸປະກອນການແພດ ແລະ ເຄື່ອງໃຊ້ ປະກອບມີ: ອຸປະກອນທີ່ຕິດພັນກັບການປິ່ນປົວຄົນເຈັບດ້ວຍອົກຊີແຊນ ອຸປະກອນທີ່ກ່ຽວກັບການປ້ອງກັນ ແລະ ຄວບຄຸມພະຍາດໂຄວິດ-19 ແລະ ອຸປະກອນຮັບໃຊ້ໃນໂຮງໝໍ ເຊັ່ນ: ຕຽງນອນ ລໍ້ຍູ້ ພັດລົມ ຕູ້ເຢັນ ຈັກຊັກເຄື່ອງ ຖັງຂີ້ເຫຍື້ອ ແລະ ອື່ນໆ ເຊິ່ງເຄື່ອງດັ່ງກ່າວ ຈະໄດ້ຖືກແຈກຢາຍໃຫ້ 28 ເມືອງ ທີ່ມີການກະກຽມສະຖານທີ່ກັກກັນຜູ້ຖືສົງໄສຕິດເຊື້ອ.
# ຂ່າວ & ພາບ: ສີພອນ