ມື້ນີ້ ທົ່ວປະເທດກວດພົບຜູ້ຕິດເຊື້ອໂຄວິດ-19 ອີກ 100 ກວ່າຄົນ

    ຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ໄດ້ລາຍງານກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ລວມທັງຕົວເລກການຕິດເຊື້ອພະຍາດໂຄວິດ-19 ໃນທົ່ວໂລກ ປະຈໍາວັນທີ 11 ພຶດສະພາ 2022 ທີ່ກະຊວງສາທາລະນະສຸກ ນະຄອນຫຼວງວຽງຈັນ ໃນວັນທີ 10 ພຶດສະພາ 2022 ທົ່ວປະເທດໄດ້ກວດວິເຄາະຫາເຊື້ອພະຍາດໂຄວິດ-19 ທັງໝົດ 1.334 ຕົວຢ່າງ ໃນນີ້ ກວດພົບຜູ້ຕິດເຊື້ອທັງໝົດ 121 ຄົນ ເປັນການຕິດເຊື້ອພາຍໃນຈຳນວນ 117 ຄົນ ແລະ ນໍາເຂົ້າ 4 ຄົນ. ສຳລັບຜູ້ຕິດເຊື້ອພາຍໃນໃໝ່ໃນປະເທດຈຳນວນ 117 ຄົນ ມີລາຍລະອຽດດັ່ງນີ້:

  • ນະຄອນຫຼວງວຽງຈັນ 70 ຄົນ
  • ແຂວງວຽງຈັນ 11 ຄົນ
  • ຈຳປາສັກ 5 ຄົນ
  • ສະຫວັນນະເຂດ ສາລະວັນ ໄຊຍະບູລີ ແຂວງລະ 4 ຄົນ
  • ຫຼວງພະບາງ ອຸດົມໄຊ ຊຽງຂວາງ ແລະ ບໍລິຄຳໄຊ ແຂວງລະ 3 ຄົນ
  • ເຊກອງ ອັດຕະປື ແລະ ຄຳມ່ວນ ແຂວງລະ 2 ຄົນ
  • ແຂວງຫົວພັນ 1 ຄົນ

    ສ່ວນການຕິດເຊື້ອນໍາເຂົ້າຈຳນວນ 4 ຄົນ ຈາກແຂວງສະຫວັນນະເຂດ 1 ຄົນ ຄຳມ່ວນ 1 ຄົນ ແລະ ນະຄອນຫຼວງວຽງຈັນ 2 ຄົນ ເຊິ່ງທັງໝົດໄດ້ເຂົ້າຈໍາກັດບໍລິເວນຕາມສະຖານທີ່ກໍານົດໄວ້ກ່ອນຈະກວດພົບເຊື້ອ.

   ຮອດປັດຈຸບັນ ຢູ່ ສປປ ລາວ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ທັງໝົດ 209.149 ຄົນ (ຕິດເຊື້ອພາຍໃນ 193.089 ຄົນ ແລະ ນໍາເຂົ້າ 16.060 ຄົນ) ອອກໂຮງໝໍວັນທີ 10 ພຶດສະພາ 2022 ຈຳນວນ 39 ຄົນ ກຳລັງປິ່ນປົວ 292 ຄົນ ແລະ ເສຍຊີວິດສະສົມທັງໝົດ 752 ຄົນ (ບໍ່ມີຜູ້ເສຍຊີວິດໃໝ່). ໃນທົ່ວໂລກຍັງສືບຕໍ່ມີລາຍງານຄົນຕິດເຊືື້ອໃໝ່ ແລະ ເສຍຊີວິດໃໝ່ທຸກວັນ ກໍລະນີຢັ້ງຢືນຕິດເຊື້ອທັງໝົດ 518.242.167 ຄົນ (ໃໝ່ 541.772 ຄົນ) ເສຍຊິວິດທັງໝົດ 6.279.583 ຄົນ (ໃໝ່ 1.402 ຄົນ) ແລະ ປີ່ນປົວຫາຍດີ 473.119.290 ຄົນ (ໃໝ່ 601.730 ຄົນ).

    ສະພາບການລະບາດຂອງພະຍາດໂຄວິດ-19 ໃນທົ່ວໂລກຍັງບໍ່ປົກກະຕິ ຕົວເລກຂຶ້ນ-ລົງ ຢູ່ຕະຫຼອດເວລາ ເຫັນໄດ້ຈາກມີລາຍງານຜູ້ຕິດເຊື້ອໃໝ່ໃນທົ່ວໂລກ ສະເພາະມື້ນີ້ ສູງເຖິງ 5 ແສນກວ່າຄົນ ໂດຍສະເພາະການແຜ່ລະບາດຂອງສາຍພັນໂອໄມຄຣອນ ທີ່ສາມາດຕິດເຊື້ອໄດ້ງ່າຍ ແລະ ໄວກວ່າເກົ່າ ປັດຈຸບັນ ອົງການອະນາໄມໂລກ ໄດ້ເຝົ້າລະວັງ 3 ສາຍພັນຍ່ອຍຂອງໂອໄມຄຣອນ ໄດ້ແກ່: BA.4 BA.5 ເຊິ່ງສາຍພັນຍ່ອຍດັ່ງກ່າວ ສ່ວນໃຫຍ່ແມ່ນພົບຢູ່ໃນອາຟຣິກາໃຕ້ ແລະ ຢູໂຣບບາງປະເທດ (ປັດຈຸບັນ ໄດ້ແຜ່ກະຈາຍໄປແລ້ວ ຢ່າງໜ້ອຍ 21 ປະເທດໃນທົ່ວໂລກ) ສ່ວນອີກໜຶ່ງສາຍພັນຍ່ອຍທີ່ກຳລັງເຝົ້າລະວັງ ກໍຄື BA.2.12.1 ສ່ວນໃຫຍ່ແມ່ນພົບໃນອາເມລິກາ ເນື່ອງຈາກມີຂໍ້ສັງເກດວ່າ ສາຍພັນດ່ັງກ່າວອາດເປັນສາເຫດທີ່ເຮັດໃຫ້ຄົນເຈັບເຂົ້ານອນປິ່ນປົວຢູ່ໂຮງໝໍຫຼາຍຂຶ້ນ ຫຼື ອາດຈະມີອາການຮຸນແຮງຂຶ້ນ.

        # ຂ່າວ – ພາບ :  ຊິລິການດາ

error: Content is protected !!