ນວ ເລັ່ງຊຸກຍູ້ຫົວໜ່ວຍທຸລະກິດທ່ອງທ່ຽວປັບປຸງຄຸນນະພາບ ແລະ ບໍລິການ ຕ້ອນຮັບນັກທ່ອງທ່ຽວ

     ທ່ານ ຄໍາຄູນ ໃບລາຕຣີ ຮອງຫົວໜ້າພະແນກ ຖວທ ນວ ໄດ້ໃຫ້ສຳພາດໃນວັນທີ 10 ພຶດສະພາ 2022 ວ່າ: ເພື່ອຈັດຕັ້ງປະຕິບັດການກະກຽມຕ້ອນຮັບນັກທ່ອງທ່ຽວຢູ່ນະຄອນຫຼວງວຽງຈັນໃຫ້ມີປະສິດທິພາບ ມີຄວາມເປັນລະບຽບຮຽບຮ້ອຍ ຮັບປະກັນຄວາມປອດໄພທາງດ້ານສຸຂະພາບຂອງຜູ້ບໍລິການ ແລະນັກທ່ອງທ່ຽວ ເອົາໃຈໃສ່ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ທຸກພາກສ່ວນໃນສັງຄົມໄດ້ມີສ່ວນຮ່ວມໃນການເປັນເຈົ້າພາບທີ່ດີ ຕ້ອນຮັບນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດທີ່ເຂົ້າມາທ່ອງທ່ຽວ ແລະ ຢ້ຽມຢາມ ນວ ໂອກາດນີ້ ເຊີນຊວນທຸກພາກສ່ວນໃນສັງຄົມ ຕ້ອງຮ່ວມແຮງຮ່ວມໃຈກັນກະກຽມຄວາມພ້ອມໃນການເປັນເຈົ້າພາບທີ່ດີ ຕ້ອນຮັບນັກທ່ອງທ່ຽວດ້ວຍຄວາມຍິ້ມແຍ້ມແຈ່ມໃສ ມີໄມຕີຈິດ ມິດຕະພາບ ດ້ວຍການອໍານວຍຄວາມສະດວກໃຫ້ແກ່ນັກທ່ອງທ່ຽວໃນການສະໜອງຂໍ້ມູນຂ່າວສານການທ່ອງທ່ຽວ ການບໍລິການເຂົ້າ-ອອກປະເທດຕາມດ່ານສາກົນຕ່າງໆ ການເດີນທາງພາຍໃນ ນວ ການກິນຢູ່ພັກເຊົາ ການຮັກສາສຸຂະພາບ ການຢ້ຽມຢາມທ່ຽວຊົມຕາມສະຖານທີ່ທ່ອງທ່ຽວຕ່າງໆ ຮັບປະກັນໃຫ້ມີຄວາມປະທັບໃຈ ແລະ ມີຄວາມປອດໄພ.

    ສໍາລັບນະຄອນຫຼວງວຽງຈັນ ແມ່ນມີພື້ນຖານເພື່ອຮອງຮັບນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດດີ ພໍສົມຄວນ ເຊິ່ງມີສະຖານທີ່ພັກແຮມຈໍານວນ 627 ແຫ່ງ ມີຫ້ອງພັກແຮມທັງໝົດ 16.382 ຫ້ອງ ມີພັດຕາຄານ ຮ້ານອາຫານ ແລະ ສວນອາຫານ ຈໍານວນ 139 ແຫ່ງ ມີແຫຼ່ງທ່ອງທ່ຽວຈໍານວນ 86 ແຫ່ງ ບໍລິສັດທ່ອງທ່ຽວຈໍານວນ 344 ແຫ່ງ ແລະ ສະຖານບັນເທິງ 45 ແຫ່ງ ນອກຈາກນັ້ນ ນວ ຍັງມີລະບົບການຂົນສົ່ງມວນຊົນທີ່ເຊື່ອມຈອດກັບບັນດາດ່ານສາກົນ ແລະ ສະຖານີຂົນສົ່ງໂດຍສານສາຍເໜືອ ສາຍໃຕ້ ແລະ ສາຍຕ່າງປະເທດ ນອກຈາກນັ້ນ ຄະນະຮັບຜິດຊອບວຽກງານຕ້ານໂຄວິດ-19 ຢູ່ ນວ ໄດ້ຮັບຮອງເອົາໂຮງແຮມເປັນສະຖານທີ່ຈໍາກັດບໍລິເວນຈໍານວນ 50 ແຫ່ງ ແລະ ຮັບຮອງໂຮງແຮມ ແລະ ເຮືອນພັກ ເພື່ອກໍານົດເປັນສະຖານທີ່ຈໍາກັດບໍລິເວນສໍາລັບຜູ້ມີຜົນບວກບໍ່ມີອາການສະແດງ ແລະ ບໍ່ມີຄວາມສ່ຽງດ້ານສຸຂະພາບອື່ນໆ ຈໍານວນ 8 ແຫ່ງ ສຳລັບຕົວເລກນັກທ່ອງທ່ຽວເຂົ້າມາພາຍໃຕ້ໂຄງທ່ອງທ່ຽວສີຂຽວ ຮອດເດືອນເມສາ ມີ 1.251 ຄົນ.

    ພະແນກ ຖວທ.ນວ ໄດ້ສົມທົບກັບພາກສ່ວນກ່ຽວຂ້ອງ ຊຸກຍູ້ໃຫ້ຜູ້ປະກອບການທຸລະກິດທີ່ພັກແຮມ ທຸລະກິດອາຫານ-ເຄື່ອງດື່ມ ທຸລະກິດຂົນສົ່ງ ທຸລະກິດແຫຼ່ງທ່ອງທ່ຽວ ພະນັກງານນໍາທ່ຽວ ແລະ ຜູ້ສະໜອງການບໍລິການທ່ອງທ່ຽວ ໄດ້ພ້ອມກັນປັບປຸງຍົກສູງຄຸນນະພາບດ້ານສິ່ງອໍານວຍຄວາມສະດວກ ແລະການບໍລິການ ສ້າງລາຍການທ່ອງທ່ຽວ ຫຼືຜະລິດຕະພັນການທ່ອງທ່ຽວໃຫ້ມີຄວາມຫຼາກຫຼາຍ ມີຄຸນນະພາບ ແລະ ມາດຖານທີ່ດີ ເພື່ອເປັນທາງເລືອກໃຫ້ແກ່ນັກທ່ອງທ່ຽວ ໂດຍໃຫ້ຖືວ່າການບໍລິການ ແລະ ການທ່ອງທ່ຽວແມ່ນເປັນຄວາມຮັບຜິດຊອບລວມຂອງທຸກພາກສ່ວນໃນສັງຄົມ ເພື່ອເປັນການຟື້ນຟູຄວາມຫຍຸ້ງຍາກຂອງເສດຖະກິດ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂື້ນ.

     ທ່ານ ຄໍາຄູນ ໃບລາຕຣີ ໄດ້ກ່າວຕື່ມວ່າ: ອີກເທື່ອໜຶ່ງ ຂໍຮຽກຮ້ອງມາຍັງຜູ້ປະກອບການທຸລະກິດການທ່ອງທ່ຽວ ແລະ ຜູ້ສະໜອງການບໍລິການທ່ອງທ່ຽວ ຈົ່ງໄດ້ເອົາໃຈໃສ່ສືບຕໍ່ປັບປຸງສະຖານທີ່ຂອງຕົນ ພ້ອມທັງການບໍລິການໃຫ້ຮັບປະກັນຄຸນນະພາບ ເພື່ອໃຫ້ມີຄວາມພ້ອມສໍາລັບບໍລິການ ແລະ ສ້າງຄວາມປະທັບໃຈແກ່ນັກທ່ອງທ່ຽວ ພ້ອມທັງໂຄສະນາຢ່າງກວ້າງຂວາງ ສູ່ກຸ່ມຕະຫຼາດເປົ້າໝາຍ ແລະ ໃນນາມຕາງໜ້າພະແນກ ຖວທ ນວ ຂໍຮຽກຮ້ອງມາຍັງທຸກພາກສ່ວນໃນທົ່ວສັງຄົມ ຈົ່ງຮ່ວມແຮງ ຮ່ວມໃຈກັນເປັນເຈົ້າການຢ່າງຕັ້ງໜ້າ ໃນການຕ້ອນຮັບນັກທ່ອງທ່ຽວໃຫ້ມີຄວາມປະທັບໃຈ ປອດໄພ ແລະ ທ່ອງທ່ຽວຢ້ຽມຢາມ ນວ ດ້ວຍຄວາມເບີກບານມ່ວນຊື່ນ.

        # ຂ່າວ – ພາບ :  ເພັດສະໝອນ

error: Content is protected !!