​ບໍລິສັດ ຫົວເຫວີຍລາວ ມອບອຸປະກອນກອງປະຊຸມທາງໄກ ໃຫ້ກະຊວງເຕັກໂນໂລຊີ ແລະ ການສື່ສານ

    ວັນທີ 9 ພຶດສະພາ 2022 ຢູ່ກະຊວງເຕັກໂນໂລຊີ ແລະ ການສື່ສານ ບໍລິສັດ ຫົວເຫວີຍລາວ ໄດ້ມອບອຸປະກອນກອງປະຊຸມທາງໄກ Huawei idea Hub Series ຈຳນວນ 2 ເຄື່ອງ ມູນຄ່າ 26.000 ໂດລາສະຫະລັດ ຫຼື ປະມານ 300 ລ້ານກີບ ໃຫ້ກະຊວງເຕັກໂນໂລຊີ ແລະ ການສື່ສານ ເພື່ອປະກອບສ່ວນນໍາໃຊ້ໃນການຈັດກອງປະຊຸມທາງໄກ ເພື່ອຫຼຸດຜ່ອນການແຜ່ລະບາດຂອງພະຍາດໂຄວິດ-19 ເຊິ່ງມອບໂດຍທ່ານ ຫູ ເຫວິນ ຫົວ ປະທານບໍລິສັດ ຫົວເຫວີຍລາວ ແລະ ຮັບໂດຍທ່ານ ບັນດິດ ສຈ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ.

    ທ່ານ ຫູ ເຫວິນ ຫົວ ໄດ້ສະແດງຄວາມຂອບໃຈລັດຖະບານ ກໍຄືກະຊວງເຕັກໂນໂລຊີ ແລະ ການສື່ສານ ທີ່ໃຫ້ຄວາມເຂົ້າໃຈ ໄວ້ວາງໃຈ ສະໜັບສະໜູນ ແລະ ຊ່ວຍເຫຼືອບໍລິສັດ ຫົວເຫວີຍລາວ ມາເປັນເວລາຍາວນານ ປັດຈຸບັນ ປະເທດລາວຢູ່ໃນໄລຍະພົບຄວາມຫຍຸ້ງຍາກ ຍ້ອນການລະບາດຂອງພະຍາດໂຄວິດ-19 ແຕ່ເຊື່ອໝັ້ນວ່າ ດ້ວຍຄວາມສາມັກຄີ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ພວກເຮົາຈະສາມາດຜ່ານພົ້ນອຸປະສັກດັ່ງກ່າວໄປໄດ້ດ້ວຍດີ ອຸປະກອນເພື່ອນຳໃຊ້ໃນການຈັດປະຊຸມທາງໄກຄັ້ງນີ້ ແມ່ນ Huawei idea Hub Series ທີ່ມີໜ້າຈໍສໍາຜັດອັດສະລິຍະ ການຂີດ-ຂຽນແບບບໍ່ຕິດຂັດ ສາມາດລຶບໄດ້ດ້ວຍຝາມື ສາມາດເຊື່ອມຕໍ່ກັບອຸປະກອນອື່ນໆແບບໄຮ້ສາຍ ຮູບພາບທີ່ຊັດເຈນ ມີລໍາໂພງໃນຕົວ ມີປາກກາອັດສະລິຍະສໍາລັບຄໍາສັ່ງໄລຍະໄກ ມີຄວາມລະອຽດລະດັບສູງ 4K ທີ່ຊັດເຈນ ແລະ ການແບ່ງປັນແບບໄຮ້ສາຍ ແລະ ສາມາດນຳໃຊ້ App Gallery ທີ່ຄ້າຍຄືກັບຫ້ອງການອະເນກປະສົງ ຖືກອອກແບບໃຫ້ເໝາະສົມກັບທຸກສະພາບແວດລ້ອມໃນການປ່ຽນຫ້ອງປະຊຸມ ຫ້ອງຮຽນ ລວມເຖີງຫ້ອງການ ໃຫ້ເປັນພື້ນທີ່ອັດສະລິຍະໃນອະນາຄົດ.

    ໂອກາດນີ້ ທ່ານ ບັນດິດ ສຈ ບໍ່ວຽງຄໍາ ວົງດາລາ ກໍໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ການປະກອບສ່ວນຂອງບໍລິສັດ ຫົວເຫວີຍລາວ ທີ່ໄດ້ມອບການຊ່ວຍເຫຼືອຄັ້ງນີ້ ຫົວເຫວີຍລາວ ເປັນບໍລິສັດຜູ້ໃຫ້ບໍລິການເຄືອຂ່າຍ ແລະ ຜູ້ຜະລິດອຸປະກອນໄອຊີທີຊັ້ນແນວໜ້າຂອງໂລກ ຫວັງວ່າ ຫົວເຫວີຍລາວ ຈະສືບຕໍ່ນໍາໃຊ້ເຕັກໂນໂລຊີທີ່ກ້າວໜ້າ ທັນສະໄໝ ມາສົ່ງເສີມການພັດທະນາເສດຖະກິດລາວໃຫ້ນັບມື້ຫຼາຍຂຶ້ນ ພ້ອມນີ້ທ່ານລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ຍັງໄດ້ມອບໃບກຽດຕິຄຸນໃຫ້ບໍລິສັດ ຫົວເຫວີຍລາວ ຕື່ມອີກ.

        # ຂ່າວ – ພາບ :  ສະບາໄພ

error: Content is protected !!