ຫວຽດນາມ ສົ່ງເສີມທັບນັກກິລາລາວ 100 ລ້ານດົງ ລ່າເປົ້າໝາຍ 5 ຫຼຽນຄຳ ຮ່າໂນ້ຍ ເກມ 2021

    ສະມາຄົມສູນກາງມິດຕະພາບ ລາວ-ຫວຽດນາມ ໃຫ້ການສະໜັບສະໜູນທັບນັກກິລາລາວຈຳນວນເງິນສົດ 100 ລ້ານດົງ ຫຼື ປະມານ 60 ລ້ານກວ່າກີບ ເພື່ອເປັນກຳລັງໃຈໃຫ້ທັບນັກກິລາລາວ 28 ປະເພດ ລ່າຫຼຽນເປົ້າໝາຍ 5 ຫຼຽນຄຳ ໃນຮ່າໂນ້ຍ ເກມ 2021 ທີ່ ສສ ຫວຽດນາມ. ໃນຕອນບ່າຍວັນທີ 10 ພຶດສະພາຜ່ານມາ ພາຍຫຼັງທີ່ທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຄະນະໄດ້ເດີນທາງມາເຖີງນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ເພື່ອຮ່ວມພິທີເປີດງານກິລາ ຊີເກມ ຄັ້ງທີ່ 31 ຊຶ່ງຈະໄຂຂຶ້ນຢ່າງເປັນທາງການ ໃນວັນທີ 12 ພຶດສະພານີ້ ກໍໄດ້ເຂົ້າພົບປະສະມາຄົມສູນກາງມິດຕະພາບ ຫວຽດນາມ-ລາວ ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກທ່ານ ເຈີນ ວັນຕຸ້ຍ ປະທານສະມາຄົມສູນກາງມິດຕະພາບ ຫວຽດນາມ-ລາວ ພ້ອມດ້ວຍຄະນະ.

    ໂອກາດນີ້ ທ່ານ ເຈີນ ວັນຕຸ້ຍ ກ່າວວ່າ: ຕະຫຼອດໄລຍະຜ່ານມາ ສະມາຄົມສູນກາງມິດຕະພາບຫວຽດນາມ-ລາວ ຍາມໃດກໍໄດ້ເອົາໃຈໃສ່ເພີ່ມທະວີຄວາມສາມັກຄີສາຍພົວພັນຮັກແພງລະຫວ່າງຫວຽດນາມ-ລາວ ແລະ ລາວ-ຫວຽດນາມ ໂດຍສະເພາະແມ່ນການສົ່ງເສີມໃຫ້ນັກຮຽນນັກສຶກລາວທີ່ຮຽນຢູ່ ສສ ຫວຽດນາມ ໃນນັ້ນ ກໍໄດ້ເນັ້ນໜັກໃຫ້ສະຖານທູດສືບຕໍ່ຈັດກິດຈະກຳຢ່າງເປັນປົກກະຕິ ເວົ້າສະເພາະການສອບເສັງນັກນຽນເກັ່ງ ຫວັງວ່າທ່ານຈະເດີນທາງກັບມາຮ່ວມງານສໍາຄັນນີ້ອີກຄັ້ງ ແນວໃດກໍດີ ສຳລັບການມາຮ່ວມງານກິລາຊີເກມຄັ້ງນີ້ ຂອງທັບນັກກິລາລາວ ທາງສະມາຄົມພວກເຮົາກໍໄດ້ມີການປຸກລະດົມຮູບແບບທີ່ເໝາະສົມໃຫ້ບັນດາສະມາຄົມຢູ່ເຂດທ້ອງຖິ່ນໄປເຊຍນັກກິລາລາວເປັນພິເສດ ເໝືອນກັບເຊຍທີມຊາດຂອງຕົວເອງ ເພື່ອສົ່ງເສີມໃຫ້ສາມາດສ້າງຜົນງານໃຫ້ໄດ້ດີທີ່ສຸດ ແລະ ກໍເຊື່ອວ່າການມາຄັ້ງນີ້ຂອງທ່ານລັດຖະມົນຕີ ສສກ ຈະເປັນກຳລັງໃຈດີໆໃຫ້ທັບນັກກິລາລາວ ຍາດເອົາໄຊຊະນະຕາມຈຸດປະສົງ ແລະ ເປົ້າໝາຍທີ່ວາງໄວ້.

    ໃນໂອກາດດຽວກັນ ທ່ານ ຮສ.ປອ ພຸດ ສິມມາລາວົງ ກໍໄດ້ກ່າວສະແດງຄວາມຂອບໃຈມາຍັງສະມາຄົມສູນກາງມິດຕະພາບ ຫວຽດນາມ-ລາວ ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ ການພົບປະຄັ້ງນີ້ ເປັນຂີດໝາຍອັນສຳຄັນອັນໜຶ່ງ ໃນໂອກາດທີ່ຂ້າພະເຈົ້າໄດ້ມາເຄື່ອນໄຫວຮ່ວມການກິລາຊີເກມ ໃນນາມກະຊວງ ສສກ ກໍຂໍສະແດງຄວາມຊົມເຊີຍຢ່າງສຸດໃຈມາຍັງບັນດາສະຫາຍທີ່ໄດ້ເປັນຫ່ວງເປັນໄຍ ເພີ່ມທະວີຄວາມຮັກແພງສາມັກຄີສາຍພົວພັນຂອງສອງຊາດຢ່າງແໜ້ນແຟ້ນ ເຖີງວ່າປັດຈຸບັນຈະມີສະພາບຂອງພະຍາດໂອຄິດ-19 ແຕ່ກໍຂໍໃຫ້ ສສ ຫວຽດນາມເຮົາຈົ່ງທີຄວາມປອດໄພ ແລະ ສາມາດເປີດການກິລາຊີເກມໄປດ້ວຍດີ ພິເສດປີນີ້ ທັງສອງພັກ-ລັດສອງຊາດເຮົາໄດ້ກຳນົດເປັນປີເສີມຂະຫຍາຍສາຍພົວພັນແຫ່ງຄວາມສາມັກຄີຮັກແພງ ຄົບຮອບ 60 ປີ ແຫ່ງສາຍພົວພັນທາງການທູດ ແລະ ຄົບຮອບ 45 ປີ ສະນັ້ນ ຢູ່ ສປປ ລາວ ກໍໄດ້ຈັດກິດຈະກຳຕ່າງໆຢ່າງຟົດຟື້ນ ເພື່ອເສີມຂະຫຍາຍມູນເຊື້ອອັນດີງາມຂອງສອງຊາດເຮົາທີ່ມີໃຫ້ກັນມາຢ່າງຍາວນານ ແລະ ທາງກະຊວງ ສສກ ກໍຈະໄດ້ຈົດບັນທຶກເພື່ອຈະຂຽນເປັນປື້ມກ່ຽວກັບຄວາມສາມັກຄີແບບພິເສດຂອງສອງຊາດລາວ-ຫວຽດນາມ ແລະ ຫວຽດນາມລາວ ອີກເທື່ອໜຶ່ງ ຂໍສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຢ່າງສູງທີ່ ສສ ຫວຽດນາມ ໄດ້ໃຫ້ການຊ່ວຍເຫຼືອສະໜັບສະໜຸນທັບນັກກິລາລາວໄດ້ມາຝຶກແອບ ຝຶກຊ້ອມ ແລະ ເຂົ້າຮ່ວມງານກິລາຊີເກມໃນຄັ້ງນີ້ໄປດ້ວຍດີ.

    ຫຼັງຈາກນັ້ນ ທາງສະມາຄົມດັ່ງກ່າວກໍຍັງໄດ້ມອບເງິນສົດ ຈຳນວນ 100 ລ້ານດົງ ເພື່ອຊຸກຍູ້ສົ່ງເສີມທັບນັກກິລາລາວ ຮ່ວມສ້າງຜົນງານ ຮ່າໂນ້ຍ ເກມ 2021ອີກດ້ວຍ ແນວໃດກໍດີ ໃນໂອກາດທີ່ມາ ສສ ຫວຽດນາມ ເພື່ອຮ່ວມງານກິລາຊີເກມ ທ່ານລັດຖະມົນຕີ ພ້ອມດ້ວຍຄະນະ ກໍຍັງງຈະເຄື່ອນໄຫວເຮັດວຽກນຳບັນດາພາກສ່ວນທີ່ນອນໃນຂະແໜງການສຶກສາ ແລະ ກິລາ ໂດຍສະເພາະ ເຂົ້າພົບປະກັບກະຊວງສຶກສາ ແລະ ກິລາ ຫວຽດນາມ.

# ຂອບໃຈຜູ້ໃຫ້ການສະໜັບສະໜູນການລາຍງານຂ່າວ ໂດຍ: ທະນາຄານ ລາວ-ຫວຽດ, ເຄື່ອງດື່ມສະຕິງ, ນໍ້າດື່ມຣີໄວ ສະມາຄົມນັກທຸລະກິດຮ້ານອາຫານ ໄອສະປອດ ແລະ ປະສານໃຈ ເອຟຊີ.

# ສົງການ ພັນແພງດີ ລາຍງານຈາກ ສສ ຫວຽດນາມ

error: Content is protected !!