ສະມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກັສລາວ ຈັດກອງປະຊຸມປະຈໍາປີ 2022

    ປີ 2021 ຜ່ານມາ ປະເທດເຮົານໍາເຂົ້ານໍ້າມັນເຊື້ອໄຟ 1.161,71 ລ້ານລິດ ມູນຄ່າ 642,76 ລ້ານໂດລາສະຫະລັດ ການນໍາເຂົ້າອາຍແກັສຫຸງຕົ້ມ PLG ຈໍານວນ 1.798.528 ກີໂລກຣາມ ມູນຄ່າ 202.227 ໂດລາ ດ້ານການຈໍາໜ່າຍນໍ້າມັນເຊື້ອໄຟທຸກຊະນິດ ຈໍານວນ 1.166,22 ລ້ານລິດ ມູນຄ່າ 8.166,24 ຕື້ກີບ ຈໍາໜ່າຍອາຍແກັສຫຸງຕົ້ມ PLG ຈໍານວນ 1.896.535 ກີໂລກຣາມ ມູນຄ່າ 3,25 ຕື້ກີບ.

    ກອງປະຊຸມສະມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກັສລາວ (ສນກ) ປະຈໍາປີ 2022 ຈັດຂຶ້ນວັນທີ 10 ພຶດສະພາ 2022 ທີ່ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ເປັນປະທານຮ່ວມຂອງທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ທ່ານ ສີສັງຄົມ ໂຄດໂຍທາ ປະທານ ສນກ ແລະ ທ່ານ ດາວວອນ ພະຈັນທະວົງ ຮອງປະທານ ສຄອຊ ມີພາກສ່ວນກ່ຽວຂ້ອງ ແລະ ຜູ້ປະກອບການທຸລະກິດນໍ້າມັນເຂົ້າຮ່ວມ.

    ທ່ານ ສີສັງຄົມ ໂຄດໂຍທາກ່າວວ່າ: ສະມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກັສລາວ (ສນກ) ມີ 60 ບໍລິສັດ ປະກອບດ້ວຍສະມາຊິກສາມາມັນ 51 ບໍລິສັດ ແລະ ສະມາຊິກສະໜັບສະໜູນ 9 ບໍລິສັດ ການດໍາເນີນທຸລະກິດໃນປີ 2021 ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ມີຂັ້ນຕອນ ແລະ ຄ່າໃຊ້ຈ່າຍຂອງຜູ້ປະກອບທຸລະກິດເພີ່ມຂຶ້ນ ສະພາບລາຄານໍ້າມັນໃນຕະຫຼາດໂລກປັບຕົວສູງຂຶ້ນ ບັນຫາການສະໜອງເງິນຕາຕ່າງປະເທດບໍ່ພຽງພໍ ແລະ ຂໍ້ຈໍາກັດໃນການດໍາເນີນທຸລະກິດໃນຫຼາຍດ້ານ ແຕ່ບັນດາຄະນະນໍາ ແລະ ພະນັກງານຂອງບໍລິສັດທີ່ເປັນສະມາຊິກ ສນກ ໄດ້ສູ້ຊົນສືບຕໍ່ນໍາເຂົ້ານໍ້າມັນເຊື້ອໄຟ ນໍ້າມັນເຄື່ອງ ແລະ ອາຍແກັສ ເພື່ອມາຮັບໃຊ້ບໍລິການສັງຄົມຕາມເງື່ອນໄຂຂອງແຕ່ລະບໍລິສັດ ໂດຍສັງລວມ ແລະ ຜົນງານທີ່ສໍາຄັນຄື: ການນໍາເຂົ້ານໍ້າມັນເຊື້ອໄຟທຸກຊະນິດ 1.161,71 ລ້ານລິດ ມູນຄ່າ 642,76 ລ້ານໂດລາສະຫະລັດ ການນໍາເຂົ້າອາຍແກັສຫຸງຕົ້ມ PLG 1.798.528 ກິໂລກຣາມ ມູນຄ່າ 202.227 ໂດລາ ດ້ານການຈໍາໜ່າຍນໍ້າມັນເຊື້ອໄຟທຸກຊະນິດ 1.166,22 ລ້ານລິດ ມູນຄ່າ 8.166,24 ຕື້ກີບ ຈໍາໜ່າຍອາຍແກັສຫຸງຕົ້ມ PLG 1.896.535 ກິໂລກຣາມ ມູນຄ່າ 3,25 ຕື້ກີບ ສ່ວນດ້ານການມອບພັນທະງົບປະມານແຫ່ງຊາດ ແລະ ຄ່າທໍານຽມຕ່າງໆໃຫ້ລັດມີ 2.269,60 ຕື້ກີບ ປະກອບດ້ວຍ ຄ່າພາສີນໍາເຂົ້າ 242,56 ຕື້ກີບ ຄ່າອາກອນຕ່າງໆ 1.369,49 ຕື້ກີບ ຄ່າກອງທຶນທາງ 315,22 ຕື້ກີບ ເງິນຄັງແຮລັດຖະບານ 325,39 ຕື້ກີບ ຄ່າກວດຄຸນນະພາບນໍ້າມັນ 16,42 ຕື້ກີບ ແລະ ຄ່າອີ-ແມັດເຕີ 512,20 ລ້ານກີບ.

    ສໍາລັບການນໍາເຂົ້ານໍາມັນເຊື້ອໄຟປີ 2021 ທຽບໃສ່ປີ 2022 ຫຼຸດລົງ 13,35% ຫຼາຍບໍລິສັດປະສົບກັບການຂາດທຶນການນໍາເຂົ້ານໍ້າມັນເຊື້ອໄຟມາສະໜອງໃຫ້ສັງຄົມບໍ່ພຽງພໍ ໃນບາງຄັ້ງຄາວ ບັນຫາຄົງຄ້າງພາຍໃນບໍລິສັດສະມາຊິກ ສນກ ແລະ ບັນຫາທີ່ຕິດພັນກັບພາກລັດທີ່ຈະຕ້ອງສືບຕໍ່ປັບປຸງແກ້ໄຂ ເພື່ອຮັບປະກັນໃຫ້ຜົນປະໂຫຍດຂອງຊາດ ຜູ້ປະກອບການ ແລະ ສັງຄົມມີຄວາມເໝາະສົມ.

.

# ຂ່າວ – ພາບ : ຂັນທະວີ

error: Content is protected !!