ຍັງມີປະຊາຊົນຈຳນວນໜຶ່ງ ບໍ່ຢາກໃຫ້ການຮ່ວມມືປາບຍຸງລາຍ

ທ່ານ​ນາງ ມະ­ນີ​ວອນ ວົງ​ສຸ​ລິ ນາຍ­ບ້ານ​ໂພນ​ສະ­ຫວາດ​ໃຕ້ ໃຫ້​ສຳ­ພາດວັນ​ທີ 19 ພຶດ­ສະ­ພາ 2020 ວ່າ ປັດ­ຈຸ­ບັນ ບ້ານ​ໂພນ​ສະ­ຫວາດ​ໃຕ້​ ມີ​ຜູ້​ເປັນ​ພະ­ຍາດ​ໄຂ້­ຍຸງ​ລາຍ 1 ກໍ­ລະ­ນີ ທຽບ­ໃສ່​ປີ­ຜ່ານ­ມາ​ແມ່ນ​ເພີ່ມ​ຂຶ້ນ ເມື່ອ​ເກີດ​ມີ​ກໍ­ລະ­ນີ​ຕິດ­ເຊື້ອ ຫ້ອງ­ການ​ສາ­ທາ­ລະ­ນະ​ສຸກ​ເມືອງ ສົມ­ທົບ ອສບ ໄດ້​ລົງ​ກວດ​ຫາ​ໜອນ​ນ້ຳ​ຍຸງ​ລາຍ​ຢູ່​ບໍ­ລິ­ເວນ​ທີ່​ມີ​ຜູ້​ຕິດ­ເຊື້ອ ໃນ​ລັດ­ສະ­ໝີ 100 ແມັດ ຜ່ານ​ການ​ລົງ​ກວດ­ກາແມ່ນ​ບໍ່​ພົບ​ໜອນ​ນ້ຳ​ຍຸງ​ລາຍ ແລະ ຍັງ​ມີ​ປະ­ຊາ­ຊົນ​ຈຳ­ນວນ​ໜຶ່ງ​ບໍ່​ຢາກ​ໃຫ້­ການ​ຮ່ວມ​ມື ພ້ອມ​ດຽວ​ກັນ​ນີ້ ອຳ­ນາດ​ການ​ປົກ­ຄອງ​ບ້ານ ​ກໍ​ມີ​ການ​ສຶກ​ສາ​ອົບ­ຮົມ​ໃຫ້​ແກ່​ປະ­ຊາ­ຊົນ ໂດຍ​ສະ­ເພາະ​ຜູ້​ທີ່​ບໍ່​ຢາກ​ໃຫ້­ການ​ຮ່ວມ​ມື​ກັບ ອສບ ໃນ​ການ​ກວດ​ຫາ​ໜອນ​ນ້ຳ​ຍຸງ​ລາຍ​ໃຫ້​ຮັບ​ຮູ້ ແລະ ເຂົ້າ­ໃຈ​ເຖິງ​ຜົນ​ຮ້ານ​ຂອງ​ພະ­ຍາດ​ໄຂ້­ຍຸງ​ລາຍ ຜ່ານ​ການ​ສຶກ​ສາ​ອົບ ​ປັດ­ຈຸ­ບັນ​ເຫັນ​ວ່າ​ປະ­ຊາ­ຊົນ​ໄດ້​ໃຫ້­ການ​ຮ່ວມ​ມື​ເປັນ​ຢ່າງ​ດີ.

# ຂ່າວ & ພາບ: ອົ່ນ

error: Content is protected !!