ເປໂຕຣຫວຽດນາມອອຍລາວ ຈຳກັດ ເປັນບໍລິສັດທີສອງທີ່ໄດ້ຮັບສິດອຳນວຍຄວາມສະດວກດ້ານພາສີ ແລະ ອາກອນ

    ພິທີມອບຂໍ້ຕົກລົງອະນຸມັດສິດອໍານວຍຄວາມສະດວກດ້ານພາສີ ແລະ ອາກອນ ໃຫ້ແກ່ບໍລິສັດເປໂຕຣຫວຽດນາມອອຍລາວ ຈຳກັດ ຕາມຂໍ້ຕົກລົງຂອງລັດຖະມົນຕີກະຊວງການເງິນ ສະບັບເລກທີ 1185/ກງ ຈັດຂຶ້ນວັນທີ 10 ພຶດສະພາ 2022 ທີ່ກົມສ່ວຍສາອາກອນ ໂດຍການມອບຂອງທ່ານ ໄພທູນ ທ່ຽງລະໄມ ຮອງຫົວໜ້າກົມສ່ວຍສາອາກອນ ກະຊວງການເງິນ ແລະ ຕາງໜ້າຮັບຂອງທ່ານ ບຸຍ ຮິວ ກວ່ານ ຜູ້ອໍານວຍການໃຫຍ່ ບໍລິສັດ ເປໂຕຣຫວຽດນາມອອຍລາວ ຈຳກັດ ມີກົມພາສີ ກົມສ່ວຍສາອາກອນ ພາສີ ສ່ວຍສາອາກອນປະຈຳ ນະຄອນຫຼວງວຽງຈັນ ກົມການຄ້າພາຍໃນ ກະຊວງອຸດສາຫະກຳ ແລະ ການຄ້າ ສະພາອຸດສາຫະກຳ ແລະ ການຄ້າ ບໍລິສັດ ເປໂຕຣຫວຽດນາມ ອອຍ ບໍລິສັດ ເອັນພິທີການດ້າ ນໍ້າມັນເຊື້ອໄຟມະຫາຊົນ ບໍລິສັດທີທີພາວເວີ ແລະ ບໍລິສັດນໍ້າມັນເຊື້ອໄຟດາລາຈະເລີນ ເຂົ້າຮ່ວມ.

    ການມອບຂໍ້ຕົກລົງໃນຄັ້ງນີ້ ແມ່ນມອບໃຫ້ແກ່ບໍລິສັດນຳເຂົ້າ-ສົ່ງອອກນໍ້າມັນເຊື້ອໄຟ ທີ່ປະຕິບັດເງື່ອນໄຂ 10 ຂໍ້ຄົບຖ້ວນຕາມແຈ້ງການຂອງກະຊວງການເງິນ ສະບັບເລກທີ 4491/ກງ ລົງວັນທີ 14 ກັນຍາ 2021 ເປັນຕົ້ນ ການເຊື່ອມຕໍ່ຂໍ້ມູນການຂາຍ ແລະ ລະບົບສາງກັບລະບົບ TaxRIS ຂອງກະຊວງການເງິນ ເຊິ່ງຈະໄດ້ຮັບສິດຜົນປະໂຫຍດການເລື່ອນຊຳລະຄ່າອາກອນຊົມໃຊ້ ແລະ ອາກອນມູນຄ່າເພີ່ມ ໃນເວລານໍາເຂົ້ານໍ້າມັນເຊື້ອໄຟ 30 ວັນ ແລ້ວຈຶ່ງກັບໄປຊຳລະຄືນ ອຳນວຍຄວາມສະດວກໃນເວລາກວດກາສິນຄ້າຢູ່ດ່ານນຳເຂົ້າ ປັດຈຸບັນ ບໍລິສັດ ເປໂຕຣຫວຽດນາມອອຍລາວ ຈຳກັດ ເປັນບໍລິສັດທີສອງທີ່ໄດ້ຮັບສິດອຳນວຍຄວາມສະດວກດັ່ງກ່າວຕໍ່ຈາກບໍລິສັດ ປີໂຕເທດ ນຳເຂົ້າສົ່ງອອກ ຈຳກັດ ແລະ ກໍມີບໍລິສັດນໍ້າມັນເຊື້ອໄຟອື່ນໆທີ່ເປັນເປົ້າໝາຍ ໃນການປັບປຸງເງື່ອນໄຂຂອງບໍລິສັດຕົນ ໃນການເຂົ້າຮ່ວມປະຕິບັດຕາມແຈ້ງການຂອງກະຊວງການເງິນ ເລກທີ 4491/ກງ.

.

# ຂ່າວ – ພາບ : ຂັນທະວີ

error: Content is protected !!