ກະຊວງອຸດສາຫະກຳ ແລະ ການຄ້າ ເລັ່ງແກ້ໄຂບັນຫານໍ້າມັນບໍ່ພຽງພໍ

    ປັດຈຸບັນ ກະຊວງອຸດສາຫະກໍາ ເເລະ ການຄ້າ ກໍາລັງສົມທົບກັບພາກສ່ວນກ່ຽວຂ້ອງ ເລັ່ງເເກ້ໄຂຂອດການນໍາເຂົ້ານໍ້າມັນເຊື້ອໄຟຢ່າງຮີບດ່ວນ ເພາະວ່າໃນໄລຍະ 2-3 ວັນຜ່ານມາ ຄືນັບເເຕ່ວັນທີ 7 ຫາ 11 ພຶດສະພາ 2022 ຢູ່ຫຼາຍທ້ອງຖີ່ນໃນຂອບເຂດທົ່ວປະເທດ ໂດຍສະເພາະຢູ່ນະຄອນຫຼວງວຽງຈັນ ພົບກັບບັນຫານໍ້າມັນເຊື້ອໄຟຂາດຕະຫຼາດ ເຮັດໃຫ້ປະຊາຊົນລາວບັນດາເຜົ່າໄດ້ຮັບຜົນກະທົບຢ່າງໜັກໃນການດໍາລົງຊີວິດປະຈໍາວັນ ເນື່ອງຈາກສ່ວນໃຫຍ່ຕ້ອງໄດ້ນໍາໃຊ້ຍານພາຫະນະທີ່ມີນໍ້າມັນເຊື້ອໄຟເປັນຕົວຂັບເຄື່ອນໃນການໄປມາຫາສູ່ກັນ ການເດີນທາງໄປປະຕິບັດໜ້າທີ່ວຽກງານ ລວມເຖີງການເຮັດການຜະລິດຕ່າງໆ.

    ໃນໂອກາດຖະເເຫຼງຂ່າວຕໍ່ສື່ມວນຊົນຢູ່ສະພາການຄ້າ ເເລະ ອຸດສາຫະກໍາເເຫ່ງຊາດລາວ ໃນວັນທີ 10 ພຶດສະພາ 2022 ທ່ານ ຄໍາເເພງ ໄຊສົມເເພງ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ໃຫ້ຮູ້ວ່າ: ສະພາບການຂາດເເຄນນໍ້າມັນທີ່ເກີດຂື້ນໃນໄລຍະ 2-3 ວັນຜ່ານມາ ເກີດຈາກຫຼາຍປັດໄຈ ເປັນຕົ້ນ ສະພາບການຂໍ້ຂັດເເຍ່ງລະຫວ່າງຜູ້ຜະລິດນໍ້າມັນ ການລະບາດຂອງພະຍາດໂຄວິດ-19 ການເພີ່ມຂື້ນຂອງລາຄານໍ້າມັນ ຂອງບັນດາປະເທດຜູ້ຜະລິດນໍ້າມັນມີການປັບຕົວສູງຂຶ້ນ ການດໍາເນີນຂັ້ນຕອນ ເອກະສານລະຫວ່າງລາວ ກັບປະເທດຜູ້ສົ່ງອອກນໍ້າມັນມີການປັບປຸງເນື້ອໃນບາງອັນ ເພື່ອໃຫ້ສອດຄ່ອງກັນສະພາບເງື່ອນໄຂປັດຈຸບັນ ການເພີ່ມຂຶ້ນຢ່າງຕໍ່ເນື່ອງຂອງອັດຕາເເລກປ່ຽນເງີນຕາຕ່າງປະເທດກັບເງິນກີບລາວ ເຮັດໃຫ້ບໍລິສັດນໍາເຂົ້ານໍ້າມັນເຊື້ອໄຟບາງເເຫ່ງຕ້ອງໂຈະການນໍາເຂົ້າຊົ່ວຄາວ ລວມເຖີງບັນຫາອື່ນໆ ສົ່ງຜົນກະທົບໂດຍກົງ ເຮັດໃຫ້ການນໍາເຂົ້ານໍ້າມັນເຊື້ອໄຟຂອງລາວມີຄວາມຊັກຊ້າ ກາຍເປັນສາເຫດເຮັດໃຫ້ນໍ້າມັນເຊື້ອໄຟຂາດຕະຫຼາດ ເນື່ອງຈາກລາວເຮົາເປັນປະເທດໜຶ່ງທີ່ນໍາເຂົ້ານໍ້າມັນເຊື້ອໄຟຈາກຕ່າງປະເທດຮ້ອຍສ່ວນຮ້ອຍ ປັດຈຸບັນ ລັດຖະບານ ກໍຄືກະຊວງອຸດສະຫະກໍາ ເເລະ ການຄ້າ ກໍາລັງສົມທົບກັບພາກສ່ວນກ່ຽວຂ້ອງ ເລັ່ງເເກ້ໄຂຂອດການນໍາເຂົ້ານໍ້າມັນເຊື້ອໄຟກັບປະເທດຜູ້ສົ່ງອອກນໍ້າມັນໃນຮູບເເບບຕ່າງໆ ເພື່ອສະໜອງໃຫ້ປະຊາຊົນ ກໍຄືຜູ້ຊົມໃຊ້ໄດ້ຢ່າງພຽງພໍ ຄາດວ່າຈະໄດ້ຮັບການເເກ້ໄຂໃນໄວໆນີ້ ຮຽກຮ້ອງໃຫ້ປະຊາຊົນລາວບັນດາເຜົ່າຢ່າເເຕກຕື່ນຈົນເກີນໄປ ເເລະ ໃຫ້ຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກ ເເລະ ລັດຖະບານ ໃນການເເກ້ໄຂວິກິດການໃນຄັ້ງນີ້.

    ທ່ານ ຄໍາເເພງ ໄຊສົມເເພງ ໃຫ້ຮູ້ຕື່ມວ່າ: ສໍາລັບບັນຫາລາຄານໍ້າມັນເຊື້ອໄຟຢູ່ປະເທດເຮົາມີລາຄາເພີ່ມຂຶ້ນໃນເເຕ່ລະວັນນັ້ນ ເເມ່ນເກີດຂື້ນຈາກການປັບຕົວຂອງລາຄານໍ້າມັນໃນຕະຫຼາດໂລກ ໂດຍສະເພາະ ບັນດາກຸ່ມປະເທດຜະລິດ ເເລະ ສົ່ງອອກນໍ້າມັນ ເນື່ອງຈາກຕ້ອງໄດ້ຄິດໄລ່ຕາມອັດຕາເເລກປ່ຽນເງີນຕາຕ່າງປະເທດ ກັບເງີນກີບລາວ ເເຕ່ເຖີງຢ່າງໃດກໍຕາມ ລັດຖະບານ ກໍຄືກະຊວງອຸດສາຫະກໍາ ເເລະ ການຄ້າ ຈະພະຍາຍາມປັບປຸງກົນໄກຂັ້ນຕ່າງໆທີ່ກ່ຽວຂ້ອງ ໂດຍສະເພາະ ການປັບຫຼຸດພາສີອາກອນນໍາເຂົ້າ ອາກອນລາຍໄດ້ ລວມເຖີງຂອດບໍລິການຕ່າງໆເພື່ອປັບຫຼຸດຄາລານໍ້າມັນລົງໃຫ້ຢູ່ໃນລະດັບທີ່ເໝາະສົມຕາມສະພາບເງື່ອນໄຂຕົວຈີງໃນປັດຈຸບັນ ເພື່ອໃຫ້ປະຊາຊົນເກີດຄວາມເພີ່ງພໍໃຈ ເເລະ ອີກບັນຫາໜຶ່ງທີ່ສັງຄົມໃຫ້ຄວາມສົນໃຈໃນປັດຈຸບັນ ວ່າລັດຖະບານຈະມີການນໍາເຂົ້ານໍ້າມັນຈາກປະເທດຣັດເຊຍນັ້ນ ເເມ່ນບໍ່ມີມູນຄວາມຈີງ ເປັນພຽງການສະເໜີໃນກອງປະຊຸມຂອງຄະນະລັດຖະບານເທົ່ານັ້ນ ໂດຍບໍ່ທັນໄດ້ມີການຕົກລົງເຫັນດີຈາກພາກສ່ວນໃດເທື່ອ ເນື່ອງຈາກຕ້ອງໄດ້ດໍາເນີນການໃນຫຼາຍຂັ້ນຕອນ ເຊິ່ງປັດຈຸບັນນີ້ ລາວໄດ້ນໍາເຂົ້ານໍ້າມັນເຊື້ອໄຟຈາກ 3 ປະເທດເທົ່ານັ້ນ ຄື: ຫວຽດນາມ ສີງກະໂປ ເເລະ ປະເທດໄທ ຮຽກຮ້ອງໃຫ້ທຸກຄົນບໍລິໂພກຂໍ້ມູນຂ່າວສານຢ່າງມີສະຕິ.

error: Content is protected !!