ປກສ ເມືອງປາກງື່ມ ເລັ່ງສືບສວນເຫດພົບສົບຄົນຕາຍໃນລົດປຣາໂດທີ່ຖືກໄຟໄໝ້

    ໃນວັນທີ 7 ພຶດສະພາ 2022 ຜ່ານມາ ເວລາ 17: 20 ໂມງ ເຈົ້າໜ້າທີ່ໄດ້ຮັບແຈ້ງເຫດຈາກພົນລະເມືອງດີວ່າ ເກີດເຫດໄຟໄໝ້ລົດຢູ່ປ່າເຂດຖີ້ມຂີ້ເຫຍື້ອ ບ້ານດອນໄຮ່ ເມືອງປາກງື່ມ ນະຄອນຫຼວງວຽງຈັນ ຈາກນັ້ນເຈົ້າໜ້າທີ່ປ້ອງກັນຄວາມສະຫງົບເມືອງປາກງື່ມຈຶ່ງໄດ້ປະສານ ແລະ ສົມທົບກັບເຈົ້າໜ້າທີ່ວິຊາສະເພາະ ແລະ ອຳນາດການປົກຄອງບ້ານ ລົງກວດກາສະຖານທີ່ຕົວຈິງ ແລະ ພົບເຫັນລົດຖືກໄຟໄໝ້ ຈຶ່ງໄດ້ແຈ້ງເຈົ້າໜ້າທີ່ກູ້ໄພ ແລະ ເຈົ້າໜ້າທີ່ກ່ຽວຂ້ອງເຂົ້າມາມອດໄຟ

    ຜ່ານການເກັບກຳຂໍ້ມູນເບື້ອງຕົ້ນຂອງເຈົ້າໜ້າທີ່ປ້ອງກັນຄວາມສະຫງົບເມືອງປາກງື່ມ ທ່ານ ພັນໂທ ສິງຄຳ ລໍວັນໄຊ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບເມືອງປາກງື່ມ ໃຫ້ຮູ້ໃນວັນທີ 9 ພຶດສະພາ 2022 ວ່າ: ລົດທີ່ຖືກໄຟໄໝ້ ເປັນລົດຈິບປຣາໂດ ພວງມະໄລຊ້າຍ ຜ່ານການກວດກາລົດຄັນດັ່ງກ່າວໃນມື້ເກີດເຫດ ວັນທີ 7 ພຶດສະພາ 2022 ພົບເຫັນຜູ້ເສຍຊີວິດ 1 ຄົນເປັນເພດຊາຍ ແລະ ພົບກະສອບລູກປືນ 4 ກະສອບຍັງບໍ່ຮູ້ຊະນິດ ຕໍ່ມາວັນທີ 8 ພຶດສະພາ 2022 ເຈົ້າໜ້າທີ່ໄດ້ເຂົ້າກວດກາຄືນໃໝ່ ພົບເຫັນກະສອບລູກປືນອີກ 2 ກະສອບບໍ່ຮູ້ຊະນິດ.

    ຕໍ່ກັບຄະດີດັ່ງກ່າວ ເຈົ້າໜ້າທີ່ກໍາລັງເກັບກໍາຂໍ້ມູນຫຼັກຖານເພື່ອໃຫ້ຄວາມກະຈ່າງແຈ້ງຕໍ່ສັງຄົມ ແລ້ວຈະນໍາສະເໜິຂ່າວໃນຂັ້ນຕໍ່ໄປ.

error: Content is protected !!