ເກືອບ 400 ຄົນ ເດີນທາງເຂົ້າ-ອອກດ່ານສາກົນຂົວມິດຕະພາບລາວ-ໄທແຫ່ງທີ 1 ໃນມື້ເປີດມື້ທຳອິດ

    ກົມຕໍາຫຼວດກວດຄົນເຂົ້າ-ອອກເມືອງ ກະຊວງປ້ອງກັນຄວາມສະຫງົບ ມີຄວາມພ້ອມຮ້ອຍສ່ວນຮ້ອຍໃນການຕ້ອນຮັບຜູ້ຄົນທັງພາຍໃນ ເເລະ ຕ່າງປະເທດທີ່ຈະເດີນທາງຜ່ານເຂົ້າ-ອອກຜ່ານດ່ານສາກົນເເຫ່ງຕ່າງໆໃນຂອບເຂດທົ່ວປະເທດ ພາຍຫຼັງທີ່ລັດຖະບານອະນຸຍາດໃຫ້ເປີດດ່ານສາກົນທຸກແຫ່ງນັບເເຕ່ວັນທີ 9 ພຶດສະພາ ເປັນຕົ້ນໄປ ເພື່ອຫຼຸດຜ່ອນຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19.

    ພັນເອກ ສາຍສະໝີງ ສີວິໄລໃຫ້ສໍາພາດໃນວັນທີ 9 ພຶດສະພາ 2022 ວ່າ: ສໍາລັບປະຊາຊົນທັງພາຍໃນ ເເລະ ຕ່າງປະເທດທີ່ມີຈຸດປະສົງເດີນທາງໄປຕ່າງປະເທດ ຫຼື ເດີນທາງກັບຄືນປະເທດ ໃຫ້ປະຕິບັດຕາມການເເນະນໍາຂອງເຈົ້າໜ້າທີ່ກ່ຽວຂ້ອງທີ່ປະຈໍາຢູ່ດ່ານສາກົນເເຕ່ລະເເຫ່ງ ສິ່ງສໍາຄັນ ຕ້ອງກວດກາເອກະສານທີ່ຈໍາເປັນໃຫ້ຄົບຖ້ວນ ໂດຍສະເພາະ ໜັງສືເດີນທາງ ໃບຢັ້ງຢືນການສັກວັກຊີນ ລວມເຖີງເອກະສານກ່ຽວຂ້ອງຕ່າງໆທີ່ມີຢູ່ໃນເເຈ້ງການຂອງລັດຖະບານ ກ່ຽວກັບມາດຕະການຜ່ອນຜັນສະບັບໃໝ່ ພ້ອມທັງປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ຢ່າງເຂັ້ມງວດ ຕາມການເເນະນໍາຂອງເຈົ້າ ໜ້າທີ່ ສໍາລັບການເຂົ້າ-ອອກດ່ານສາກົນຂົວມິດຕະພາບລາວໄທເເຫ່ງທີ 1 ໃນວັນທີ 9ພຶດສະພານີ້ ເຊີ່ງເປັນມື້ທໍາອິດຂອງປະຊາຊົນທັງພາຍໃນເເລະ ຕ່າງປະເທດ ມາຮອດເວລາ 16 ໂມງ ມີເຖີງ 376 ຄົນ ໃນນີ້ສະເພາະຂາເຂົ້າມີ 159 ຄົນ ແລະ ຂາອອກມີ 217 ຄົນ ສ່ວນດ່ານສະໜາມບິນສາກົນວັດໄຕ ວັນທີ 9 ພຶດສະພານີ້ແມ່ນບໍ່ມີຖ້ຽວບິນ ເລີ່ມແຕ່ວັນທີ 10 ພຶດສະພາເປັນຕົ້ນໄປ ຈະມີຖ້ຽວບິນຂາອອກ ແລະ ຂາເຂົ້າເປັນປົກກະຕິ.

      

error: Content is protected !!