ສະພາບການລະບາດພະຍາດໂຄວິດຢູ່ລາວເຮົາຢູ່ໃນລະດັບຄົງທີ່

    ອີງຕາມການຖະແຫຼງຂ່າວຂອງຄະນະສະເພາະເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ປະຈຳວັນທີ 10 ພຶດສະພາ 2022 ໃຫ້ຮູ້ວ່າ: ວັນທີ 9 ພຶດສະພາ 2022  ໄດ້ກວດວິເຄາະໃນທົ່ວປະເທດທັງໝົດ 1.796 ຕົວຢ່າງ ແລະ ພົບຜູ້ຕິດເຊື້ອທັງໝົດ 89 ຄົນ ໃນນີ້ຕິດເຊື້ອພາຍໃນ 81 ຄົນ ແລະ ນໍາເຂົ້າ 8 ຄົນ ຮອດປັດຈຸບັນຢູ່ ສປປ ລາວ ມີຜູ້ຕິດເຊື້ອທັງໝົດ 209.028 ຄົນ (ຕິດເຊື້ອພາຍໃນ 192.972 ຄົນ ແລະ ນໍາເຂົ້າ 16.056 ຄົນ) ແລະ ເສຍຊີວິດສະສົມທັງໝົດ 752 ຄົນ (ຜູ້ເສຍຊີວິດໃໝ່ 1 ຄົນ ຈາກແຂວງຄໍາມ່ວນ).

    ສຳລັບ ຜູ້ຕິດເຊື້ອພາຍໃນຈຳນວນ 81 ຄົນ ຈາກນະຄອນຫຼວງວຽງຈັນ 52 ຄົນ ແຂວງວຽງຈັນ 9 ຄົນ ຫຼວງພະບາງ 7 ຄົນ ຄໍາມ່ວນ 4 ຄົນ ໄຊຍະບູລີ 3 ຄົນ ຊຽງຂວາງ 2 ຄົນ ສະຫວັນນະເຂດ  ບໍ່ແກ້ວ  ອຸດົມໄຊ  ແລະ ແຂວງບໍລິຄຳໄຊແຂວງລະ 1 ຄົນ

    ສໍາລັບການຕິດເຊື້ອນໍາເຂົ້າມີ 8 ຄົນ ຈາກສະຫວັນນະເຂດ 4 ຄົນ ຈຳປາສັກ 3 ຄົນ  ແລະ ນະຄອນຫຼວງ 1 ຄົນ ເຊິ່ງທັງໝົດໄດ້ເຂົ້າຈໍາກັດບໍລິເວນຕາມສະຖານທີ່ກໍານົດໄວ້ກ່ອນຈະກວດພົບເຊື້ອ.

     ປັດຈຸບັນ ຫຼາຍປະເທດ ໄດ້ເປີດປະເທດຢ່າງເປັນທາງການໃນເດືອນພຶດສະພາ ເຊັ່ນດຽວກັບ ສປປ ລາວ ທີ່ເປີດປະເທດຢ່າງເຕັມຮູບແບບ ເລິ່ມແຕ່ວັນທີ 9 ພຶດສະພາ 2022 ເປັນຕົ້ນໄປ ພາຍຫຼັງປິດປະເທດເປັນເວລາ 2 ປີກວ່າ ໂດຍໄດ້ຜ່ອນຜັນຫຼາຍມາດຕະການ ໃນການເດີນທາງເຂົ້າມາ ສປປ ລາວ ເພື່ອດຶງດູດນັກທ່ອງທ່ຽວຊາວຕ່າງປະເທດໃຫ້ເດີນທາງເຂົ້າມາປະເທດເຮົາຫຼາຍຂຶ້ນ ເພິ່ມລາຍຮັບເຂົ້າໃນຂົງເຂດການທ່ອງທ່ຽວ ແລະ ສິ່ງສຳຄັນ ເພື່ອກະຕຸ້ນວົງຈອນເສດຖະກິດໃຫ້ກັບຄືນມາສູ່ສະພາບປົກກະຕິໂດຍໄວ.

    ປັດຈຸບັນ ຫຼາຍທ່ານອາດມີຄວາມກັງວົນໃຈວ່າ ພາຍຫຼັງເປີດປະເທດ ອາດຈະເກີດມີການລະບາດເປັນວົງກວ້າງ ແລະ ແກ່ຍາວຄືໃນໄລຍະຜ່ານມາ ຕໍ່ກັບສະພາບການນີ້ ຂໍໃຫ້ບັນດາທ່ານບໍ່ຕ້ອງກັງວົນຫຼາຍເກີນໄປ ເນື່ອງຈາກສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ໃນລະດັບຄົງທີ່ໃນໄລຍະໜຶ່ງແລ້ວ ທັງໃນທົ່ວໂລກ ແລະ ໃນ ສປປ ລາວ ຫວັງຢ່າງຍິ່ງວ່າ ຖ້າບໍ່ມີການກາຍພັນຂອງສາຍພັນດັ່ງກ່າວໃນໄລຍະນີ້ ລະບົບສາທາລະນະສຸກຂອງພວກເຮົາກໍຍັງສາມາດຮັບມືໄດ້.

    ສຳລັບຄວາມຮຸນແຮງຂອງສາຍພັນ ໂອໄມຄຣອນ ຖືວ່າບໍ່ສູງ ເມື່ອທຽບໃສ່ສາຍພັນກ່ອນໜ້ານີ້ ແຕ່ເຖິງຢ່າງໃດກໍຕາມ ການໄດ້ຮັບວັກຊີນເຂັມກະຕຸ້ນ ຈະຊ່ວຍຫຼຸດຜ່ອນຄວາມຮຸນແຮງຂອງອາການລົງໄດ້ ໂດຍສະເພາະຜູ້ສູງອາຍຸ ຜູ້ທີ່ມີພະຍາດປະຈຳໂຕ ແລະ ແມ່ຍິງຖືພາ.

    ປັດຈຸບັນ ທົ່ວປະເທດເຮົາສາມາດສັກວັກຊີນ ເຂັມ1 ໄດ້ 5.788.920 ເຂັມ ກວມເອົາ 78.89% ແລະ ທຸກເຂັມທີ່ແນະນໍາ 4.963.503 ເຂັມ ກວມເອົາ 67.64% ແລະ ເຂັມກະຕຸ້ນ ຫຼື ເຂັມ 3 ສັກໄດ້ 19.9%.

# ຂ່າວ – ພາບ :  ລັດເວລາ

error: Content is protected !!