ເປີດໂຄງການຍົກລະດັບການແຂ່ງຂັນຂະແໜງທຸລະກິດກະສິກໍາ ຜ່ານ GMP/HACCP

    ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ກະຊວງອຸດສາຫະກໍາ ແລະ ການຄ້າ ຈັດພິທີເປີດໂຄງການຍົກລະດັບການແຂ່ງຂັນຂອງຂະແໜງທຸລະກິດກະສິກໍາ ໂດຍຜ່ານການຢັ້ງຢືນການຜະລິດທີ່ດີ ລະບົບວິເຄາະ ແລະ ຄວບຄຸມຈຸດວິກິດ (Enhancing Competitiveness of Agri-Business Sector Through Certification of GMP and HACCP) ແລະ ຄັດເລືອກບໍລິສັດ/ໂຮງງານ ເພື່ອເປັນຕົວແບບດ້ານ GMP/HACCP ໃຫ້ໄດ້ຮັບການຢັ້ງຢືນ ຂຶ້ນວັນທີ 9 ພຶດສະພາ 2022 ຢູ່ແຂວງສາລະວັນ ໂດຍເປັນປະທານຂອງທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ທ່ານ ພູທົງ ຄໍາມະນີວົງ ຮອງເຈົ້າແຂວງສາລະວັນ ມີຜູ້ຕາງໜ້າຈາກຂະແໜງການກ່ຽວຂ້ອງຂອງແຂວງ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

    ໂຄງການດັ່ງກ່າວ ແມ່ນກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ສົມທົບກັບພະແນກອຸດສາ ຫະກໍາ ແລະ ການຄ້າແຂວງ ແລະ ຜູ້ປະກອບກິດຈະການ ເປັນຜູ້ຈັດຕັ້ງປະຕິບັດ ເຊິ່ງຈະຈັດຕັ້ງປະຕິບັດຢູ່ 3 ແຂວງ ຄື: ສາລະວັນ ຈໍາປະສັກ ແລະ ຫຼວງນໍ້າທາ ຈຸດປະສົງຫຼັກຂອງໂຄງການ ແມ່ນການສ້າງບຸຄະລາກອນຂອງແຂວງໃຫ້ເປັນຊ່ຽວຊານດ້ານທີ່ປຶກສາ GMP/HACCP ການສ້າງຄວາມເຂັ້ມແຂງໃຫ້ຜູ້ປະກອບກິດຈະການຂອງແຂວງ ໂດຍສະເພາະ ຫົວໜ່ວຍວິສາຫະກິດຂະໜາດນ້ອຍ ແລະ ກາງ ໃຫ້ໄດ້ຮັບການປັບປຸງດ້ານຜະລິດຕະພາບ (Productivity) ແລະ ການຍົກລະດັບມາດຕະຖານຜະລິດຕະພາບໃຫ້ໄດ້ຮັບການຢັ້ງຢືນ GMP/HACCP ໂດຍລະບົບການຢັ້ງຢືນດັ່ງກ່າວ ຍັງຊ່ວຍຫຼຸດຜ່ອນຕົ້ນທຶນການຜະລິດ  ແລະ ສ້າງມູນຄ່າເພີ່ມໃຫ້ຜະລິດສິນຄ້າ ເພື່ອສະໜອງຄວາມຕ້ອງການຂອງຕະຫຼາດພາຍໃນແຂວງ ແລະ ສົ່ງເສີມການສົ່ງອອກໃນຕໍ່ໜ້າ.

    ໂຄງການຍົກລະດັບການແຂ່ງຂັນຂອງຂະແໜງທຸລະກິດກະສິກໍາ ຜ່ານການຢັ້ງຢືນ GMP/HACCP ໄດ້ຮັບການສະໜັບສະໜູນຈາກກອງທຶນພິເສດ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຜ່ານກົມເສດຖະກິດ ກະ ຊວງການຕ່າງປະເທດ ມູນຄ່າ 138.000 ໂດລາສະຫະລັດ.

# ຂ່າວ – ພາບ : ສະບາໄພ

error: Content is protected !!