ຕະຫຼາດໜອງຈັນ ໄດ້ຢຸດການນຳໃຊ້ຖົງຢາງປລາສຕິກ ເລີ່ມຈັດຕັ້ງປະຕິບັດມາແຕ່ວັນທີ 17 ພຶດສະພາ 2020 ເປັນຕົ້ນມາ ເພື່ອເປັນການຮັກສາສິ່ງແວດລ້ອມ.

ທ່ານ ໄພທອງ ວົງຣາຕຣີ ຫົວໜ້າບໍລິສັດລຽງເຮັງການຄ້າ ບໍລິການຈັດສັນຕະຫຼາດໜອງຈັນ ໃຫ້ສຳພາດໃນວັນທີ 20 ພຶດສະພາ 2020 ວ່າ: ການຈັດຕັ້ງປະຕິບັດໂຄງການຢຸດເຊົານຳໃຊ້ຖົງຢາງປລາສຕິກພາຍໃນຕະຫຼາດນີ້ ແມ່ນໄດ້ມີການປະຊາສຳພັນລ່ວງໜ້າເປັນເວລາ 4 ເດືອນ ເພື່ອສ້າງຄວາມເຂົ້າໃຈໃຫ້ກັບຊາວຄ້າຂາຍ ແລະ ຜູ້ທີ່ມາຈັບຈ່າຍສິນຄ້າພາຍໃນຕະຫຼາດ ຫຼັງຈາກນັ້ນ ຈຶ່ງໄດ້ເລີ່ມປະຕິບັດໃນວັນທີ 17 ພຶດສາພາ 2020 ເປັນຕົ້ນມາ ເຊິ່ງການຈັດຕັ້ງປະຕິບັດໃນ 2-3 ວັນຜ່ານມາ ເຫັນວ່າຊາວຄ້າຂາຍ ລວມທັງຜູ້ມາຊື້ສິນຄ້າ ເຮັດໄດ້ປະມານ 50-60% ເພາະວ່າຍັງຢູ່ໃນການລິເລີ່ມ ເຊິ່ງໂຄງການຢຸດນຳໃຊ້ຖົງຢາງປລາສຕິກພາຍໃນຕະຫຼາດນີ້ ບໍ່ແມ່ນຫ້າມຢຸດເຊົາໃຊ້ທັງໝົດພາຍໃນຕະຫຼາດ ເຊິ່ງໄດ້ມີການກຳນົດປະເພດສິນຄ້າໄວ້ລະອຽດຄື: ພາກສ່ວນທີ່ອະນຸຍາດໃຫ້ນຳໃຊ້ຕໍ່ ຄືຂາຍສິນຄ້າປະເພດ ຊີ້ນ ປາ ເຄື່ອງທີ່ປຽກຊຸ່ມ ລວມທັງອາຫານບາງປະເພດທີ່ຈຳເປັນຕ້ອງໃຊ້ຖົງຢາງ ແລະ ພາກສ່ວນທີ່ຫ້າມເດັດຂາດ ຕ້ອງຢຸດເຊົາໃນການນຳໃຊ້ຖົງຢາງແມ່ນສິນຄ້າປະເພດເຄື່ອງແຫ້ງ ເຄື່ອງນຸ່ງຫົ່ມ ເກີບ ລວມທັງພືດຜັກ ໝາກໄມ້ ທີ່ບໍ່ຈຳເປັນນຳໃຊ້ຖົງຢາງປລາສຕິກ ຕ້ອງຫັນປ່ຽນ ແລະ ພ້ອມກັນປະຕິບັດ.

# ຂ່າວ & ພາບ: ເພັດສະໝອນ