ສ້າງຕັ້ງວິສາຫະກິດປະສົມ ບໍລິສັດ ພັດທະນານິຄົມອຸດສາຫະກໍາວຽງຈັນຈໍາກັດ

    ວັນທີ 9 ພຶດສະພາ 2022 ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ (ນວ) ໄດ້ພິທີເຊັນສັນຍາຮ່ວມທຶນ ເພື່ອສ້າງຕັ້ງວິສາຫະກິດປະສົມ ບໍລິສັດ ພັດທະນານິຄົມອຸດສາຫະກໍາວຽງຈັນ ຈໍາກັດ ລະຫວ່າງອົງການປົກຄອງ ນວ ຕາງໜ້າໂດຍພະແນກການເງິນ ນວ ແລະ ຕາງໜ້າພາກທຸລະກິດຂອງສະພາການຄ້າ ແລະ ອຸດສາຫະກຳ ນວ ຈັດຂຶ້ນວັນທີ 9 ພຶດສະພາ 2022 ທີ່ຫ້ອງວ່າການ ນວ ໂດຍການລົງນາມຂອງທ່ານ ສີລິລາດທົງສິນ ທອງເພັງ ຫົວໜ້າພະແນກການເງິນ ນວ ແລະ ທ່ານ ສັງຄົມ ຈັນສຸກ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ປະທານສະພາການຄ້າ ແລະ ອຸດສາຫະກຳ ນວ ທັງເປັນຜູ້ອໍານວຍການບໍລິສັດ ພັດທະນານິຄົມອຸດສາຫະກຳ ວຽງຈັນ ຈຳກັດ ເຊັນເປັນພະຍານຂອງທ່ານນາງ ບົວວອນ ສຸກລາແສງ ຫົວໜ້າພະແນກແຜນການ ແລະ ການລົງທຶນ ນວ ທ່ານນາງ ວັນມະນີ ພິມມະສານ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ນວ ທ່ານ ຄໍາໝັ້ນ ໄຊຍະແສງ ຄະນະບໍລິຫານງາຍສະພາການຄ້າ ແລະ ອຸດສາຫະກຳ ນວ ແລະ ທ່ານ ບຸນທ່ຽງ ລັດຕະນະວົງ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳ ນວ ມີທ່ານ ພູຂົງ ບັນນະວົງ ຮອງເຈົ້າຄອງ ນວ ເຈົ້າເມືອງໄຊທານີ ເຈົ້າເມືອງໄຊເສດຖາ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກສີພິຍານ.

    ບໍລິສັດ ພັດທະນານິຄົມອຸດສາຫະກຳ ວຽງຈັນ ຈຳກັດ ສ້າງຕັ້ງຂຶ້ນໂດຍອີງຕາມຂໍ້ຕົກລົງຂອງທ່ານເຈົ້າຄອງ ນວ ສະບັບເລກທີ 272/ຈນວ ວ່າດ້ວຍການສ້າງຕັ້ງວິສາຫະກິດປະສົມລະຫວ່າງອົງການປົກຄອງ ນວ ແລະ ສະພາການຄ້າ ແລະ ອຸດສາຫະກຳ ທີ່ມີຊື່ວ່າ: ບໍລິສັດ ພັດທະນາ ນິຄົມອຸດສາຫະກຳ ວຽງຈັນ ຈຳກັດ (ຜນອວ) ດ້ວຍທຶນຈົດທະບຽນ 10 ຕື້ກີບ ການລົງທຶນທັງໝົດ 500 ຕື້ກີບ ໃນນັ້ນ ພາກລັດແມ່ນອົງການປົກຄອງ ນວ ຕາງໜ້າໂດຍພະແນກ ການເງິນ ນວ ຖືຮຸ້ນ 25% ສຳລັບພາກເອກກະຊົນຕາງໜ້າພາກທຸລະກິດຂອງສະພາການຄ້າ ແລະ ອຸດສາຫະກຳ ນວ ຖືຮຸ້ນ 75% ໂດຍທ່ານ ສັງຄົມ ຈັນສຸກ ຖືຮຸ້ນ 38% ແລະ ທ່ານ ຄຳໝັ້ນ ໄຊຍະແສງ ຖືຮຸ້ນ 37%. ການສ້າງຕັ້ງວິສາຫະກິດປະສົມອີງໃສ່ທ່າແຮງຂອງ ນວ ອົງການປົກຄອງ ນວ ກໍຄືພະແນກອຸດສາຫະກຳ ແລະ ການຄ້າ ໄດ້ອອກແບບ ແລະ ກຳນົດເຂດໄວ້ແລ້ວແຕ່ປີ 2005 ເປັນຕົ້ນມາ ຕາມຂໍ້ຕົກລົງຮັບຮອງເອົາເຂດອຸດສາຫະກຳຂອງທ່ານເຈົ້າຄອງ ນວ ສະບັບເລກທີ 602/ຈຄ ນວ ກວມເອົາ 12 ໝູ່ບ້ານ ລວມເນື້ອທີ່ 2.080 ເຮັກຕາ ແຕ່ມາຮອດປີ 2010 ລັດຖະບານໄດ້ອອກຂໍ້ຕົກລົງສະບັບເລກທີ 149/ນຍ ໄດ້ແບ່ງເນື້ອທີ່ດັ່ງກ່າວໃຫ້ເປັນເຂດໂຄງການພັດທະນາກວມລວມໄຊເສດຖາຈໍານວນໜຶ່ງ ແລະ ເຂດນິຄົມອຸດສາຫະກຳ ນວ ຍັງເຫຼືພຽງແຕ່ 1.516 ເຮັກຕາ ມາຮອດປັດຈຸບັນໄດ້ມີໂຄງການທີ່ລັດຖະບານໄດ້ຕົກລົງ ແລະ ອະນຸມັດໄປແລ້ວລວມມີເຂດສຶກສາ ແລະ ພັດທະນາຂອງບໍລິສັດພົງສະຫວັນ 300 ເຮັກຕາ ແລະ ຂອງບໍລິສັດສວນເຢ 80,56 ເຮັກຕາ ເຊິ່ງພັດທະນາເປັນເຂດກະສິກຳສົ່ງອອກ.

    ໂດຍອີງໃສ່ແຜນຍຸດທະສາດໃນການພັດທະນາ ນວ ບໍລິສັດ ພັດທະນາ ນິຄົມອຸດສາຫະກຳ ວຽງຈັນຈໍາກັດ ມີເປົ້າໝາຍໃນການພັດທະນາ ນວ ໃຫ້ເປັນເມືອງທີ່ສະອາດສວຍງາມ ແລະ ໜ້າຢູ່ ໂດຍມີຈຸດສຸມຈະດໍາເນີນການສໍາຫຼວດເວນຄືນເນື້ອທີ່ດິນຂອງເຂດນິຄົມອຸດສາຫະກໍາ ນວ ໃນເນື້ອທີ່ດິນ 99,57 ເຮັກຕາ ສໍາລັບໄລຍະທີ 1 ຕາມທີ່ທາງບໍລິສັດໄດ້ອອກແບບ ແລະ ປະເມີນໃນບົດວິພາກເສດຖະກິດແບ່ງອອກເປັນ 3 ເຂດໃນການພັດທະນາເບື້ອງຕົ້ນຄື:ເຂດໂລຈິສຕິກ ເຂດອຸດສາຫະກໍາສີຂຽວ ເຂດການຄ້າ ແລະ ທີ່ພັກອາໄສ ພ້ອມນັ້ນ ບໍລິສັດຈະສືບຕໍ່ດໍາເນີນການສໍາຫຼວດຈັດສັນເວນຄືນທີ່ດິນສ່ວນທີ່ເຫຼືອໃນເນື້ອທີ່ 1.035,875 ເຮັກຕາ ເພື່ອພັດທະນາໂຄງການໄລຍະສອງ.

# ຂ່າວ – ພາບ :  ຂັນທະວີ

error: Content is protected !!