ສະຖານທູດລາວ ຈັດພິທີມອບຫຼຽນກາລະນຶກ 70 ປີ ແລະ ໃນຍ້ອງຍໍຂອງສູນການແນວລາວສ້າງຊາດ

    ວັນທີ 30 ເມສາ 2022 ສະຖານເອກອັກຄະລັດຖະທູດ ສປປ ລາວ ປະຈໍາປະເທດຝຣັ່ງໂດຍທ່ານ ຄໍາອິນ ຄິດຈະເດດ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາປະເທດຝຣັ່ງ ໄດ້ຈັດພິທີມອບຫຼຽນກາລະນຶກ 70 ປີຂອງແນວລາວສ້າງຊາດ ແລະ ໃບຍ້ອງຍໍ ໃຫ້ແກ່ຄົນເຊື້ອຊາດລາວຢູ່ຕ່າງປະເທດຕໍ່ຜູ້ທີ່ມີຜົນງານດີເດັ່ນໃນການປະກອບສ່ວນເຄື່ອນໄຫວວຽກງານແນວລາວສ້າງຊາດ ໃນການປະກອບສ່ວນປົກປັກຮັກສາ ແລະ ສ້າງສາ ສປປ ລາວ ໃນໄລຍະຜ່ານມາ.

    ສະເພາະວົງຄະນາຍາດພີ່ນ້ອງເຊື້ອຊາດລາວທົ່ວປະເທດຝຮັ່ງ ທີ່ໄດ້ຮັບການຫຼຽນລະນຶກ 70 ປີ ມີ: ສະເພາະອົງການຈັດຕັ້ງມີ 7 ຫຼຽນ ວັດ 13 ຫຼຽນ ພະສົງ 14 ຫຼຽນ, ສະເພາະບຸກຄົນແມ່ນມີ 130 ຫຼຽນ ແລະ ນອກຈາກນັ້ນ ແມ່ນຍັງໄດ້ຮັບການຍ້ອງຍໍ 250 ບຸກຄົນ.

    ໃນພິທີ່ດັ່ງກ່າວ ທ່ານ ຄໍາອິນ ຄິດຈະເດດ ໄດ້ກ່າວຍ້ອງຍໍຊົມເຊີຍບັນດາທ່ານທີ່ມີນໍ້າໃຈເສຍສະຫຼະໃນການປະກອບສ່ວນໃນວຽກງານຂອງແນວລາວສ້າງຊາດ ກໍຄຶການປະກອບສ່ວນຊ່ວຍເຫຼືອ ສປປ ລາວ ໃນຫຼາຍຮູບແບບຂອງການຊ່ວຍເຫຼືອ ບໍ່ວ່າຈະເປັນທາງດ້ານວັດຖຸ ເງີນ ຄໍາ ເຕັກນິກ,ອຸປະກອນ ແລະ ວິຊາການໃນດ້ານຕ່າງໆ..ເພື່ອປະກອບສ່ວນເຂົ້າໃນຂະແໝງການທີ່ກ່ຽວຂ້ອງ ນອກຈາກນັ້ນ ທ່ານເອກອັກຄະລັດຖະທູດເພີນໄດ້ໂອ້ລົມໃຫ້ພີ່ນ້ອງຄົນເຊື້ອຊາດລາວ ໃນການສ້າງສາພັດທະນາຂອງ ສປປ ລາວ ໃນປັດຈຸບັນ ເປັນຕົ້ນແມ່ນອັນພົ້ນເດັ່ນກ່າວໝູ່ ແມ່ນລົດໄຟຄວາມໄວສູງຂອງ ລາວ-ຈີນ ທາງດ່ວນນະຄອນຫຼວງວຽງຈັນ-ວັງວຽງ ແລະ ການກະກຽມຈະສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ແລະ ໃນຂົງເຂດອື່ນໆ…

    ເພື່ອເປັນການຈາລຶກບຸນຄຸນ ຄຸນງາມຄວາມດີທີ່ບັນດາທ່ານໄດ້ປະກອບສ່ວນນັ້ນ ສະຖານເອກອັກຄະລັດຖະທູດລາວປະຈໍາປະເທດຝຣັ່ງ ຂໍຕາງໜ້າໃຫ້ສູນກາງແນວລາວສ້າງຊາດ ມອບຫຼຽນ ແລະ ໃບຍ້ອງຍໍໃຫ້ບັນດາທ່ານຜູ້ທີ່ມີຜົນງານດີເດັ່ນ ໃນພິທີດັ່ງກ່າວ ໄດ້ມີຕາງໜ້າພີ່ນ້ອງຄົນເຊື້ອຊາດລາວທີ່ເດີນທາງມາແຕ່ເມືອງຕ່າງໆເຊັ່ນ: ລີອົງ, ແຊງໂກດ, ນັງ, ແລນ, ລູແບ້ ແລະ ອ້ອມຂ້າງເມືອງປາຣີ ເປັນຈໍານວນຫຼວງຫຼາຍ.

# ຂ່າວ – ພາບ :  ໄຊບັນດິດ

error: Content is protected !!