ຫົວໜ້າຄະນະຈັດຕັ້ງສູນກາງພັກ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງໄຊສົມບູນ

    ເພື່ອເປັນການຕິດຕາມ ຊຸກຍູ້ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ກົດລະບຽບຂອງພັກ ສະໄໝທີ XI ໃຫ້ເຂົ້າສູ່ວຽກງານຕົວຈິງຢ່າງເປັນຮູບປະທໍາ ໃນວັນທີ 5-6 ພຶດສະພາ 2022 ຜ່ານມາ ສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ ເລຂາທິ ການສູນກາງພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງໄຊສົມບູນ ໂດຍມີສະຫາຍ ພອຍຄໍາ ຮຸ່ງບຸນຍວງ ເລຂາພັກແຂວງ ເຈົ້າແຂວງໄຊສົມບູນ ພ້ອມດ້ວຍຄະນະ ໃຫ້ການຕ້ອນຮັບ.

    ການລົງຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງໄຊສົມບູນຄັ້ງນີ້ ສະຫາຍ ນາງ ສີໃສ ລືເດດມູນສອນ ໄດ້ຮັບຟັງການລາຍງານສະພາບການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ການນໍາພາ ຊີ້ນໍາວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງຈາກສະຫາຍເລຂາຄະນະບໍລິຫານງານພັກແຂວງ ຜ່ານການຮັບຟັງບົດລາຍງານ ໄດ້ສ່ອງແສງໃຫ້ເຫັນເຖິງຄວາມເອົາໃຈໃສ່ຂອງຄະນະບໍລິຫານງານພັກ ຕໍ່ການຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ວຽກງານຕົວຈິງ ໂດຍສະເພາະ ວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ ແຜນພັດທະນາເສດຖະກິດ-ສັງຄົມ ລວມທັງການປະຕິບັດ 2 ວາລະແຫ່ງຊາດ ເຮັດໃຫ້ພະນັກງານ-ລັດຖະກອນ ທະຫານ ຕໍາຫຼວດ ແລະ ປະຊາຊົນບັນດາເຜົ່າ ມີຄວາມກະຕືລືລົ້ນເຂົ້າຮ່ວມການປະຕິບັດຕາມມະຕິ ຄໍາສັ່ງຂອງຂັ້ນເທິງ ກໍຄືທິດທາງວຽກງານຂອງແຕ່ລະຂະແໜງການວາງອອກມີຜົນສໍາເລັດຢ່າງຫຼວງຫຼາຍ ສໍາລັບການປະຕິບັດ 2 ວາລະແຫ່ງຊາດ ໃນເບື້ອງຕົ້ນຍັງບໍ່ທັນໄດ້ສະຫຼຸບ ແຕ່ສາມາດແກ້ໄຂໄດ້ຫຼາຍບັນຫາ ອັນພົ້ນເດັ່ນ ແມ່ນສາມາດຈັດເກັບລາຍຮັບງົບປະມານເພີ່ມຂຶ້ນໃນແຕ່ລະປີ ເຊິ່ງປະຕິບັດລື່ນແຜນການ 4 ປີຊ້ອນ ສໍາລັບ ປີ 2021 ໄດ້ປະຕິບັດເກີນແຜນ 56% ຖ້າທຽບໃສ່ປີ 2020 ການລົງທຶນຂອງພາກເອກະຊົນກໍເພີ່ມຂຶ້ນຫຼາຍເທົ່າ ພິເສດ ແຂວງໄຊສົມບູນໄດ້ປະກາດການຈົບຊັ້ນມັດທະຍົມຕົ້ນລະບົບບໍາລຸງໃນທົ່ວແຂວງ ແລະ ວຽກງານອື່ນໆກໍມີຫຼາຍບັນຫາທີ່ໄດ້ປະຕິບັດສໍາເລັດ.

    ໂອກາດດັ່ງກ່າວ ສະຫາຍ ນາງ ສີໃສ ລືເດດມູນສອນສອນ ໄດ້ເປັນກຽດໂອ້ລົມຕໍ່ຄະນະພັກ ຄະນະນໍາ ສະມາຊິກພັກ-ພະນັກງານຄະນະຈັດຕັ້ງແຂວງ ແລະ ຫົວໜ້າຄະນະຈັດຕັ້ງເມືອງຂອງແຂວງໄຊສົມບູນ ເພື່ອເປັນທິດທາງໃນການຈັດຕັ້ງປະຕິບັດໜ້າທີ່ການເມືອງໃຫ້ບັນລຸຜົນສໍາເລັດຕາມຈຸດປະສົງ ແລະ ຄາດ ໝາຍທີ່ກອງປະຊຸມໃຫຍ່ ຄັ້ງທີ I ຂອງອົງຄະນະພັກແຂວງໄຊສົມບູນວາງໄວ້.

# ຂ່າວ – ພາບ :  ຊິລິການດາ

error: Content is protected !!