KOICA ສະໜັບສະໜູນທຶນເພື່ອສ້າງຄວາມຍືນຍົງໃຫ້ແກ່ການແກ້ໄຂລະເບີດບໍ່ທັນແຕກຢູ່ລາວ

    ພິທີລົງນາມບົດບັນທຶກການປືກສາຫາລື ແລະ ຂໍ້ຕົກລົງກ່ຽວກັບໂຄງການສະໜັບສະໜູນເພື່ອສ້າງຄວາມຍືນຍົງໃຫ້ແກ່ວຽກງານການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ລາວ ຈັດຂຶ້ນວັນທີ 9 ພຶດສະພາ 2022 ທີ່ເຮືອນຮັບແຂກກະຊວງ ຮສສ ຮ່ວມລົງນາມໂດຍທ່ານ ປະເດີມພອນ ສົນທະນີ ຮອງລັດຖະມົນຕີກະຊວງ ຮສສ ຮອງປະທານຜູ້ປະຈຳການ ຄຊກລ  ທ່ານ ນາງ Ricarda Rieger  ຜູ້ຕາງໜ້າອົງການ UNDP ປະຈຳ ສປປ ລາວ ແລະ ນາງ Kim Myungjin ຜູ້ຕາງໜ້າອົງການ KOICA ປະຈຳລາວ ເປັນກຽດເຂົ້າຮ່ວມຂອງທ່ານ Im Moo hong ເອກອັກຄະລັດຖະທູດ ສ ເກົາຫຼີ ປະຈຳ ສປປ ລາວ ພ້ອມດ້ວຍຂະແໜງການກ່ຽວຂ້ອງ.

    ໂຄງການດັ່ງກ່າວ ຈະປະຕິບັດແຜນການສຳຫຼວດ ແລະ ເກັບກູ້ໂດຍກອງກວດກູ້ເພື່ອມະນຸດສະທຳ ກອງທັບ 58 ຈຳນວນ 20 ທິມ ການຫຼຸດຜ່ອນຄວາມສ່ຽງໄພຈາກລະເບີດ ການເພີ່ມຂີດຄວາມສາມາດຂອງຄະນະກຳມະການຄຸ້ມຄອງແຫ່ງຊາດເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ (ຄຊກລ) ແລະ ດ້ານນິຕິກໍາຂອງຂະແໜງການໃຫ້ເຂັ້ມແຂງ ສໍາລັບໂຄງການໄລຍະທີ 3 ຈະສຸມໃສ່ສ້າງຄວາມເຂັ້ມແຂງ ແລະ ຄວາມຍືນຍົງໃຫ້ແກ່ວຽກງານການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ລາວໃນໄລຍະ 5 ປີຕໍ່ໜ້າເປັນຕົ້ນແມ່ນສະໜັບສະໜູນວຽກງານການວາງແຜນຈັດລຽງບູລິມມະສິດຂອງວຽກງານການສຳຫຼວດ ແລະ ເກັບກູ້ລະເບີດບໍ່ທັນແຕກ ເພື່ອປົດປ່ອຍເນື້ອທີ່ດິນ ສະໜັບສະໜູນວຽກງານໂຄສະນາສຶກສາ ເພື່ອຫຼຸດຜ່ອນຄວາມສ່ຽງຈາກບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ໃຫ້ບັນດາກຸ່ມເປົ້າໝາຍທີ່ມີຄວາມສ່ຽງ ປັບປຸງຂີດຄວາມອາດສາມາດຂອງຫ້ອງການ ຄຊກລ ໃນການຈັດຕັ້ງປະຕິບັດຍຸດທະສາດຂອງຂະແໜງ ການ (ການຕິດຕາມຊຸກຍູ້ ໃຫ້ຄຳແນະນຳ ແລະ ການຄວບຄຸມຄຸນນະພາບ) ການນໍາໃຊ້ຂໍ້ມູນ ແລະ ການລະດົມຂົນຂວາຍທຶນ ສ້າງຄວາມເຂັ້ມແຂງໃຫ້ແກ່ກອງກວດກູ້ລະເບີດເພື່ອມະນຸດສະທຳກອງທັບ ດ້ານວຽກງານການສຳຫຼວດ  ແລະ ກວດກູ້ ພ້ອມທັງສະໜອງອຸປະກອນພາກສະໜາມໃຫ້ແກ່ທີມດັ່ງກ່າວ ສະໜັບສະໜູນການປະຕິບັດພັນທະຂອງສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ການປົດປ່ອຍເນື້ອທີ່ດິນ ແລະ ການສະໜອງການບໍລິການອື່ນກ່ຽວກັບວຽກງານແກ້ໄຂບັນຫາລະເບີດບໍ່ທັນແຕກໃນຊຸມຊົນ ໂດຍຈະເລີ່ມແຕ່ປີ 2022-2026 ມູນຄ່າ 11 ລ້ານໂດລາ ແລະ ໂຄງການດັ່ງກ່າວຈະປະກອບສ່ວນເຂົ້າໃນຄວາມພະຍາຍາມຂອງ ສປປ ລາວ ເພື່ອບັນລຸແຜນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ 9 ຍຸດທະສາດແຫ່ງຊາດ 10 ປີ “ເສັ້ນທາງກ້າວສູ່ຄວາມປອດໄພ III” ແລະ ເປົ້າໝາຍພັດທະນາແບບຍືນຍົງ (SDG) ໂດຍສະເພາະເປົ້າໝາຍທີ 18 ຊີວິດທີ່ປອດໄພຈາກລະເບີດບໍທັນແຕກ.

.

.# ຂ່າວ – ພາບ : ອົ່ນ ໄຟສົມທອງ

error: Content is protected !!