ເປີດຕົວແຜນທີ່ພູມອາກາດ ແລະ ອຸຕຸກະເສດ ແຫ່ງ ສປປ ລາວ

     ງານເປີດຕົວແຜນທີ່ພູມອາກາດ ແລະ ອຸຕຸກະເສດ ແຫ່ງ ສປປ ລາວ ຫຼື Atlas ຈັດຂຶ້ນວັນທີ 3 ພຶດ ສະພາ 2022 ທີ່ໂຮງແຮມດອນຈັນພາເລດ ນະຄອນຫຼວງວຽງຈັນ ຮ່ວມເປັນປະທານຂອງທ່ານ ຈັນທະເນດ ບົວລະພາ ຮອງລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ທ່ານ ນາຊາ ຮາຢັດ ຜູ້ຕາງໜ້າອົງການອາຫານ ແລະ ການກະເສດແຫ່ງສະຫະປະຊາຊາດ (FAO) ປະຈຳສປປ ລາວ ມີຜູ້ຕາງໜ້າຈາກກະຊວງທີ່ກ່ຽວຂ້ອງເຂົ້າຮ່ວມ.

    ແຜນທີ່ Atlas ໂຕໃໝ່ນີ້ ແມ່ນໄດ້ສະເໜີຮູບແບບແພລດຟອມແບບຄົບວົງຈອນ ສຳລັບການເຮັດໃຫ້ຂໍ້ມູນສະພາບອາກາດທີ່ມີຢູ່ແລ້ວ ຖືກນຳໃຊ້ໃນຮູບແບບທີ່ເຂົ້າໃຈງ່າຍ ເຊິ່ງໄດ້ເພີ່ມເຕີມຄ່າອື່ນໆເຂົ້າໃຫ້ຖືກຕ້ອງກັບຄວາມເປັນຈິງ ແຜນທີ່ Atlas ແປຂໍ້ມູນທີ່ສະຫຼັບສັບຊ້ອນໃຫ້ເຂົ້າກັບຮູບແບບທີ່ສອດຄ່ອງກັບຜູ້ກຳນົດນະໂຍບາຍ ແລະ ຜູ້ທີ່ມີອຳນາດໃນການຕັດສິນໃຈ ຄວາມພ້ອມການໃຫ້ຂໍ້ມູນສະພາບດິນຟ້າອາ ກາດຂອງ ສປປ ລາວ ທີ່ຈະໃຊ້ໃນ Atlas ໄດ້ເກີດຂຶ້ນ ໂດຍການພັດທະນາຖານຂໍ້ມູນສະພາບອາກາດທີ່ກ້າວໜ້າເຊັ່ນ: ການບໍລິການຂໍ້ມູນອຸຕຸກະເສດຂອງ ສປປ ລາວ ຫຼື (LaCSA). ຄວາມສາມາດໃນການຄຸ້ມຄອງຂໍ້ມູນນີ້ ໄດ້ຖືກພັດທະນາມາຕະຫຼອດປີ ໂດຍການສະໜັບສະໜູນຈາກຄູ່ຮ່ວມງານຕ່າງໆ ຄວາມສາມາດທາງດ້ານສະຖິຕິຂັ້ນສູງກ່ຽວກັບການບໍລິການສະພາບອາກາດ ແລະ ການເກັບຮັກສາຂໍ້ມູນຈະຄົງຢູ່ ແລະ ຮັບປະກັນຄວາມຍືນຍົງຂອງຮູບແບບນີ້ ນອກຈາກນັ້ນ ຂໍ້ມູນສະພາບອາກາດໃນຮູບແບບແຜນທີ່ ແມ່ນສາມາດໃຊ້ໄດ້ແບບບໍ່ເສຍຄ່າ ໃນລະບົບການຄຸ້ມຄອງຂໍ້ມູນຊັບພະຍາກອນທີ່ດິນ (LRIMS). ການປ່ຽນແປງສະພາບດິນຟ້າອາກາດໃນ ສປປ ລາວ ໃນໄລຍະ 30 ປີຜ່ານມາ ມັນສະແດງໃຫ້ເຫັນວ່າ: ແມ່ນໄດ້ເກີດຂຶ້ນແລ້ວ ແລະ ເປັນສິ່ງທ້າທາຍອັນຮ້າຍແຮງ ໂດຍສະເພາະ ອຸນຫະພູມຕ່ຳສຸດໄດ້ເພີ່ມຂຶ້ນຢ່າງໄວວາກວ່າອຸນຫະພູມສູງສຸດ ແຕ່ອຸນຫະພູມທັງສອງຢ່າງມີທ່າອ່ຽງເພີ່ມຂຶ້ນຈະແຈ້ງ ຢູ່ເຂດພາກເໜືອຂອງປະເທດລາວ ຢ່າງໃດກໍຕາມ ປະລິມານນ້ຳຝົນບໍ່ໄດ້ເປັນໄປຕາມທ່າອ່ຽງອັນດຽວກັນກັບພາກໃຕ້ທີ່ ໄດ້ເພີ່ມຂຶ້ນຢ່າງຈະແຈ້ງ.

.

# ຂ່າວ – ພາບ : ຊິລິການດາ

error: Content is protected !!