ບໍ່ແກ້ວ ເປີດເສັ້ນທາງທ່ອງທ່ຽວສີຂຽວ ຖືເອົາເມືອງຫ້ວຍຊາຍເປັນເມືອງທຳອິດ

    ວັນທີ 8 ພຶດສະພາ 2022 ຜ່ານມາ ທີ່ແຂວງບໍ່ແກ້ວ ໄດ້ຈັດພິທີເປີດເສັ້ນທາງທ່ອງທ່ຽວສີຂຽວ ໂດຍຖືເອົາເມືອງຫ້ວຍຊາຍເປັນເມືອງທົດລອງທຳອິດຂອງແຂວງຂຶ້ນ ໂດຍມີ  ທ່ານ ປອ ບົວຄົງ ນາມມະວົງ ເຈົ້າແຂວງບໍ່ແກ້ວ ບັນດາຄະນະນຳຂັ້ນແຂວງ ສະມະຄົມຖີບລົດຖີບແຫ່ງຊາດລາວຈາກແຂວງຫຼວງນໍ້າທາ ອຸດົມໄຊ ແຂວງຫຼວງພະບາງ ຕະຫຼອດຮອດນັກທຸລະກິດ ແລະ ຜູ້ປະກອບການເຂົ້າຮ່ວມ.

    ການເປີດເສັ້ນທາງທ່ອງທ່ຽວສີຂຽວ ເປັນການປະຕິບັດຕາມແຜນການຟື້ນຟູການທ່ອງທ່ຽວຂອງ ສປປ ລາວ ແຜນການເປີດປະເທດເພື່ອຮອງຮັບນັກທ່ອງທ່ຽວຕ່າງປະເທດ ຕິດພັນກັບແຜນການຕ່າງໆຂອງໂຄງການ Lao Save ເພື່ອຮອງຮັບນັກທ່ອງທ່ຽວຕ່າງປະເທດທີ່ຈະເຂົ້າມາທ່ອງທ່ຽວຢູ່ ສປປ ລາວ ບົນພື້ນຖານຮູບແບບການທ່ອງທ່ຽວເຂດຂຽວ ເສັ້ນທາງການທ່ອງທ່ຽວສີຂຽວ ຜ່ານການຈັດຕັ້ງປະຕິບັດບັນດາແຜນກິດຈະກຳຕ່າງໆທີ່ໄດ້ກຳນົດອອກ ຜ່ານມາໄດ້ມີການມອບໝາຍຄວາມຮັບຜິດຊອບໃຫ້ບັນດາພະແນກການທີ່ກ່ຽວຂ້ອງ ເປັນເຈົ້າການໃນການຈັດຕັ້ງຜັນຂະຫຍາຍແຜນການ ດ້ວຍການລົງຊຸກຍູ້ຕິດຕາມ ກວດກາ ແລະ ເກັບກຳຂໍ້ມູນຕົວຈິງນຳບັນດາຫົວໜ່ວຍທຸລະກິດ ຜູ້ປະກອບການໃນຂະແໜງການບໍລິການດ້ານການທ່ອງທ່ຽວ ບົນພື້ນຖານແມ່ນ ອີງໃສ່ບັນດາມາດຖານ ເງື່ອນໄຂດ້ານຕ່າງໆ ເພື່ອກະກຽມຄວາມພ້ອມໃຫ້ແກ່ການຮອງຮັບນັກທ່ອງທ່ຽວຕາມເສັ້ນທາງທ່ອງທ່ຽວສີຂຽວ.

     ຕາມທິດທາງແຜນການທີ່ໄດ້ກຳນົດອອກນັ້ນ ຜ່ານການລົງຕິດຕາມ ກວດກາ ແລະ ປະເມີນຄວາມພ້ອມດ້ານຕ່າງໆ ສາມາດສັງລວມບໍລິສັດທ່ອງທ່ຽວທີ່ມີຄວາມພ້ອມ ແລະ ຜ່ານການປະເມີນຕາມມາດຕະຖານ ເງື່ອນໄຂທີ່ໄດ້ກໍານົດໄວ້ມີ 4 ບໍລິສັດ ສະຖານທີ່ພັກແຮມທີ່ມີຄວາມພ້ອມ ແລະ ຜ່ານການປະເມີນຕາມມາດຕະຖານ ເງື່ອນໄຂທີ່ໄດ້ກຳນົດໄວ້ ມີໂຮງແຮມ 8 ແຫ່ງ ເຮືອນພັກ 11 ແຫ່ງ ລວມທັງໝົດ 19 ແຫ່ງ ຮ້ານອາຫານທີ່ມີຄວາມພ້ອມ ຜ່ານການປະເມີນຕາມມາດຕະຖານ ເງື່ອນໄຂທີ່ໄດ້ກຳນົດໄວ້ ມີ 8 ຮ້ານ ສະຖານທີ່ແຫຼ່ງທ່ອງທ່ຽວທີ່ສາມາດກຳນົດເປັນສະຖານທີ່ເປີດໃຫ້ບໍລິການນັກທ່ອງທ່ຽວຢູ່ເມືອງຫ້ວຍຊາຍ ປະກອບມີ 2 ລາຍການຄື: ປ່າສະຫງວນແຫ່ງຊາດນ້ຳກ່ານ ຂອງບໍລິສັດອະນຸຮັກຊີວະນາໆພັນ ຕັ້ງຢູ່ບ້ານຕູບ ເມືອງຫ້ວຍຊາຍ ບໍລິການນຳທ່ຽວພື້ນທີ່ສະເພາະລາຍການທ່ອງທ່ຽວ (City Tour) ພາຍໃນເມືອງຫ້ວຍຊາຍ ປະກອບມີຫໍຫຼັກເມືອງ ວັດທາດຜາດ່າ ວັດຈອມເຂົາມະນີຣັດ ຄ້າຍເກົ່າທະຫານຝຣັ່ງ ຮ້ານເຈຍລະໄນບໍ່ແກ້ວ ດ້ານການກະກຽມຄວາມພ້ອມທາງດ້ານຂໍ້ມູນຂ່າວສານການທ່ອງທ່ຽວຂອງແຂວງ ເພື່ອຕອບສະໜອງໃຫ້ກັບນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ແມ່ນໄດ້ສໍາເລັດການສ້າງປຶ້ມຄູ່ມືການທ່ອງທ່ຽວຂອງແຂວງບໍ່ແກ້ວ ສະບັບພາສາລາວ ແລະ ຈະສືບຕໍ່ສ້າງເປັນພາສາຕ່າງປະເທດ ໄດ້ອັບໂຫຼດຂໍ້ມູນຂ່າວສານການທ່ອງທ່ຽວຂອງແຂວງລົງຕູ້ຄີອອດ (ຜູ້ສະໜອງຂໍ້ມູນດ້ວຍລະບົບເອເລັກໂຕຣນິກ) ແລະ ກະກຽມຈັດພິມແຜ່ນພັບ ສໍາເລັດການລົງປະເມີນການຮັບວັກຊິນກັນພະຍາດໂຄວິດ-19 ພະນັກງານທີ່ເຮັດວຽກຢູ່ຫົວໜ່ວຍທຸລະກິດທ່ອງທ່ຽວ ໂຮງແຮມ ຣີສອດ ແລະ ຮ້ານອາຫານ ສະຖານທີ່ແຫຼ່ງທ່ອງທ່ຽວໃນເທດສະບານ ເພື່ອກະກຽມຄວາມພ້ອມບໍລິການ ແລະ ຮອງຮັບນັກທ່ອງທ່ຽວໄດ້ຈຳນວນ 21 ແຫ່ງ ແລະ ວຽກງານອື່ນໆກໍມີໃຫ້ຄວາມພ້ອມເຊັນດຽວກັນ.

(ຂ່າວ-ພາບ : ແຂວງບໍ່ແກ້ວ)

error: Content is protected !!