ມື້ນີ້ ພົບຜູ້ເສຍຊີວິດຍ້ອນພະຍາດໂຄວິດ-19 ຈໍານວນ 1 ຄົນ

    ທ່ານ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ກະຊວງສາທາລະນະສຸກ ຖະແຫຼງຂ່າວປະຈໍາວັນທີ 9 ພຶດສະພາ 2022 ກ່ຽວກັບສະພາບການລະບາດພະຍາດໂຄວິດ-19 ໃຫ້ຮູ້ວ່າ: ວັນທີ 8 ພຶດສະພາຜ່ານມາ ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 1.247 ຕົວຢ່າງ ແລະ ພົບຜູ້ຕິດເຊື້ອທັງໝົດ 110 ຄົນ ໃນນີ້ ຕິດເຊື້ອພາຍໃນ 82 ຄົນ ແມ່ນມາຈາກ 12 ແຂວງ ແລະ ນະຄອນຫຼວງວຽງຈັນຄື:

  • ນະຄອນຫຼວງວຽງຈັນ 51 ຄົນ
  • ຫົວພັນ 5 ຄົນ
  • ສະຫວັນນະເຂດ ຫຼວງພະບາງ ແລະ ແຂວງວຽງຈັນ ແຂວງລະ 3 ຄົນ
  • ຄໍາມ່ວນ 5 ຄົນ
  • ໄຊຍະບູລີ ສາລະວັນ ແລະ ແຂວງອຸດົມໄຊ ແຂວງລະ 2 ຄົນ
  • ແຂວງບໍລິຄໍາໄຊ ແລະ ແຂວງອັດຕະປື ແຂວງລະ 1 ຄົນ

    ສໍາລັບການຕິດເຊື້ອນໍາເຂົ້າ 28 ຄົນ ຈາກຈໍາປາສັກ 4 ຄົນ ນະຄອນຫຼວງວຽງຈັນ 5 ຄົນ ສະຫວັນນະເຂດ 5 ຄົນ ແລະ ຫົວພັນ 14 ຄົນ ທັງໝົດໄດ້ເຂົ້າຈໍາກັດບໍລິເວນຕາມສະຖານທີ່ກໍານົດໄວ້ກ່ອນຈະກວດພົບເຊື້ອ ຮອດປັດຈຸບັນຢູ່ ສປປ ລາວ ມີຜູ້ຕິດເຊື້ອທັງໝົດ 208.939 ຄົນ (ຕິດເຊື້ອພາຍໃນ 192.891 ຄົນ ແລະ ນໍາເຂົ້າ 16.048 ຄົນ) ອອກໂຮງໝໍ 62 ຄົນ ກຳລັງປິ່ນປົວ 324 ຄົນ ແລະ ເສຍຊີວິດສະສົມທັງໝົດ 751 ຄົນ ໃນນີ້ມີຜູ້ເສຍຊີວິດໃໝ່ 1 ຄົນ ມາຈາກແຂວງສາລະວັນ.

.

# ຂ່າວ – ພາບ : ຂັນທະວີ

error: Content is protected !!