ພະແນກແຮງງານ ແລະ ສະຫວັດດີການ-ສັງຄົມ ນະຄອນຫຼວງວຽງຈັນ ໄດ້ຈັດພິທີມອບເງິນນະໂຍບາຍກູ້ຍືມສົມທົບປຸກສ້າງ ແລະ ສ້ອມແປງເຮືອນຢູ່ ແລະ ນະໂຍບາຍອຸດໜູນເທື່ອດຽວຜູ້ຍັງມີຊີວິດ ວັນທີ 21 ພຶດສະພາ 2020 ທີ່ພະແນກດັ່ງກ່າວ ໃຫ້ກຽດມອບຂອງທ່ານນາງ ລຳພອຍ ສີອັກຄະຈັນ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ ນະຄອນຫຼວງວຽງຈັນ ພ້ອມດ້ວຍບັນດາຮອງເຈົ້າເມືອງ ແລະ ຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ການມອບຄັ້ງນີ້ ມີເງິນນະໂຍບາຍໃຫ້ເປົ້າໝາຍທີ່ໄດ້ຮັບເງິນນະໂຍບາຍເທື່ອດຽວ ຜູ້ຍັງມີຊີວິດມີ 27 ທ່ານ ຍິງ 5 ທ່ານ ຈຳນວນ 628.094.850 ກີບ ແລະ ເງິນນະໂຍບາຍກູ້ຍືມສົມທົບປຸກສ້າງ ແລະ ສ້ອມແປງເຮືອນ 4 ທ່ານ ຈຳນວນ 120.000.000 ກີບ.




# ຂ່າວ & ພາບ: ຂັນທະວີ