ຍທຂ ຫວນຄືນມູນເຊື້ອ 2 ວັນປະຫວັດສາດຂອງຊາດ

    ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ຈັດພິທີປາຖະກະຖາເລົ່າມູນເຊື້ອວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 66 ປີ ແລະ ວັນກຳມະກອນສາກົນ ຄົບຮອບ 136 ປີ ຂຶ້ນໃນວັນທີ 5 ພຶດສະພາ 2022 ຢູ່ກະຊວງ ຍທຂ ໂດຍມີສະຫາຍນາງ ວິໄລຄຳ ໂພສາລາດ ຄະນະປະຈຳພັກ ຮອງລັດຖະມົນຕີກະຊວງ ຍທຂ ທ່ານ ວິໄລ ວົງຂະເສີມ ຄະນະພັກ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ ມີຜູ້ຕາງໜ້າ 3 ອົງການຈັດຕັ້ງມະຫາຊົນ ພ້ອມດ້ວຍປະທານ-ຮອງປະທານ ຄະນະກຳມະບານຮາກຖານເຂົ້າຮ່ວມ.

    ທ່ານ ວິໄລ ວົງຂະເສີມ ໄດ້ຍົກໃຫ້ເຫັນມູນເຊື້ອແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງອົງ ການຈັດຕັ້ງກຳມະບານລາວ ຄົບຮອບ 66 ປີ (1/2/1956-1/2/2022) ເຊິ່ງເປັນວັນທີ່ມີຄວາມໝາຍສຳຄັນຂອງສະມາຊິກກຳມະບານ ກຳມະກອນ ແລະ ຊາວຜູ້ອອກແຮງງານລາວ ການຈັດຕັ້ງປາຖະກະຖາຄັ້ງນີ້ ເພື່ອເຮັດໃຫ້ສະມາຊິກຳມະບານ ກຳມະກອນ ແລະ ຊາວຜູ້ອອກແຮງງານເຫັນໄດ້ຜົນງານ ແລະ ມູນເຊື້ອໃນການປະກອບສ່ວນຂອງສະຫະພັນກຳມະບານລາວ ເຂົ້າໃນການຕໍ່ສູ້ກູ້ຊາດໃນເມື່ອກ່ອນ ແລະ ພາລະກິດແຫ່ງການປົກປັກຮັກສາ ແລະ ພັດທະນາປະເທດຊາດ ເຫັນໄດ້ຄວາມສຳຄັນພາລະບົດບາດ ໜ້າທີ່ຂອງອົງການຈັດຕັ້ງກຳມະບານລາວໃນໄລຍະໃໝ່ຂອງການປະຕິວັດ ເປັນອົງການຕົວແທນແຫ່ງການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານລາວ.

    ນອກຈາກນີ້ ທ່ານໄດ້ເລົ່າຄືນມູນເຊື້ອວັນກຳມະກອນສາກົນ ຄົບຮອບ 136 ປີ ວັນທີ 1 ພຶດສະພາ 1886 ເຊິ່ງເປັນຂະບວນການຕໍ່ສູ້ເພື່ອທວງສິດ ແລະ ຜົນປະໂຫຍດຂອງຊົນຊັ້ນກຳມະກອນຢູ່ບັນດາປະເທດທຶນນິຍົມໃນທົ່ວໂລກ ພາຍໃຕ້ການປົກຄອງຂອງພວກນາຍທຶນ ໃນເວລານັ້ນຊົນຊັ້ນກຳມະກອນໄດ້ຖືກກົດຂີ່ຂູດຮີດນັບມື້ຍິ່ງໜັກໜ່ວງ ພວກເຂົາໃຫ້ກຳມະກອນອອກແຮງງານສຸດທີ່ລຳບາກ ມີຄວາມສ່ຽງສູງຕໍ່ຊີວິດ ບໍ່ມີເວລາພັກຜ່ອນ ແລະ ເຮັດວຽກມື້ໜຶ່ງ 14-15 ຊົ່ວໂມງ ແຕ່ໄດ້ຮັບຄ່າແຮງງານຕ່ຳ ບໍ່ມີລະບົບປ້ອງກັນສຸຂະພາບ ໃນສະຖານທີ່ເຮັດວຽກບໍ່ມີຄວາມປອດໄພ ບໍ່ເອົາໃຈໃສ່ດ້ານສະຫວັດດີການ-ສັງຄົມ ຈຶ່ງພາໃຫ້ເກີດຂໍ້ຂັດແຍ່ງລະຫວ່າງກຳມະກອນ ແລະ ນາຍທຶນນັບມື້ເພີ່ມທະວີຄວາມຮຸນແຮງ ຈົນກ້າວໄປສູ່ຂະບວນການລຸກຮື້ຂຶ້ນຕໍ່ສູ້ຄັ້ງທຳອິດຂອງຊົນຊັ້ນກຳມະກອນຢູ່ທີ່ປະເທດອັງກິດ ໃນປີ 1764 ພ້ອມທັງຈັດຕັ້ງອົງການກຳມະບານຂຶ້ນ ເພື່ອເປັນຕົວແທນນຳພາປົກປ້ອງສິດຜົນປະໂຫຍດຂອງຕົນ ມາຮອດວັນທີ 1 ພຶດສະພາ 1886 ເປັນເທື່ອທໍາອິດທີ່ຊົນຊັ້ນກໍາມະກອນ-ຊາວຜູ້ອອກແຮງງານ ໄດ້ພ້ອມກັນນັດຢຸດງານເຖິງ 5 ພັນແຫ່ງ ຢູ່ບັນດາຕົວເມືອງໃຫຍ່ຂອງປະເທດອາເມຣິກາ ມີຜູ້ເຂົ້າຮ່ວມເຖິງ 340.000 ຄົນ ເພື່ອຮຽກຮ້ອງໃຫ້ພວກນາຍທຶນຕ້ອງປະຕິບັດຕາມການສະເໜີທີ່ວ່າ (ແຕ່ນີ້ຕໍ່ໄປກຳມະກອນຕ້ອງເຮັດວຽກບໍ່ເກີນ 8 ຊົ່ວໂມງຕໍ່ມື້ 8 ຊົ່ວໂມງພັກຜ່ອນ ແລະ 8 ຊົ່ວໂມງຮຽນ) ຈາກເຫດການຂອງວັນທີ 1 ພຶດສະພາ 1886 ມັນໄດ້ສ້າງກະແສອັນແຂງແຮງເຖິງຂະບວນການຕໍ່ສູ້ຂອງຊົນຊັ້ນກໍາມະກອນຢູ່ທະວີບເອີຣົບ ແລະ ທະວີບອາເມຣິກາ ຕໍ່ສະພາບການດັ່ງກ່າວ ໃນວັນທີ 14 ກໍລະກົດປີ 1889 ກອງປະຊຸມພັກກອມມູນິດສາກົນ ຄັ້ງທີ II ໄດ້​ເປີດຂຶ້ນຢູ່ທີ່ນະຄອນຫຼວງປາຣີ ປະເທດຝຣັ່ງ ເພື່ອປະຕິບັດຄໍາຂວັນມື້ໜຶ່ງເຮັດວຽກ 8 ຊົ່ວໂມງ ແລະ ກໍານົດເອົາວັນທີ 1 ພຶດສະພາ 1886 ເປັນວັນກໍາມະກອນສາກົນ ເຊິ່ງຖືເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ.

       # ຂ່າວ – ພາບ : ສີພອນ

error: Content is protected !!