ຫາລືກຽມຄວາມພ້ອມເປີດດ່ານສາກົນຂົວມິດຕະພາບລາວ-ໄທ 1

    ກອງປະຊຸມປືກສາຫາລືເພື່ອຮັບຟັງລາຍງານການກະກຽມຄວາມພ້ອມເປີດດ່ານ ແລະ ມາດຕະການໃນການເຂົ້າ-ອອກດ່ານສາກົນຂົວມິດຕະພາບລາວ-ໄທແຫ່ງທີ 1 ຈັດຂຶ້ນວັນທີ 6 ພືດສາພາ 2022 ຢູ່ຫ້ອງການຄະນະຄຸ້ມຄອງດ່ານດັ່ງກ່າວ ໂດຍເປັນປະທານຂອງທ່ານ ພູວົງ ວົງຄໍາຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ (ນວ) ມີຄະນະຄຸ້ມຄອງດ່ານສາກົນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ຜູ້ຕາງໜ້າຈາກບັນດາພະແນກການ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ທ່ານ ສົມລິດ ພັນທະຈັກ ຫົວໜ້າຫ້ອງການຄະນະຄຸ້ມຄອງດ່ານສາກົນຂົວມິດຕະພາບ ລາວ-ໄທ ແຫ່ງທີ 1 ໄດ້ລາຍງານວ່າ: ການຈັດຕັ້ງປະຕິບັດວຽກງານຄຸ້ມຄອງດ່ານໄລຍະຜ່ານມາ ເພື່ອກຽມຄວາມພ້ອມໃນການເປີດດ່ານສາກົນຢ່າງເຕັມຮູບແບບ ຄະນະໄດ້ສຸມໃສ່ຫຼາຍໜ້າວຽກ ເປັນຕົ້ນ ວຽກຕາໜ່າງເຕັກນິກ ໄດ້ບຳລຸງຮັກສາ-ກວດກາດ້ານເຕັກນິກຈັກໄຟຟ້າສໍາຮອງ ເພື່ອຮັບປະກັນສະໜອງກະແສໄຟຟ້າໃຫ້ແກ່ການປະຕິບັດວິຊາສະເພາະຂອງເຈົ້າໜ້າທີ່ ເວລາໄຟຫຼວງບໍ່ມາ ປ່ຽນຖ່າຍອຸປະກອນໄຟຟ້າແສງສະຫວ່າງພາຍໃນຕຶກອາຄານ ໄຟເຍືອງທາງຕ່າງໆໃຫ້ນຳໃຊ້ໄດ້ປົກກະຕິ ສໍາລັບຈຸດເຊື່ອມຕໍ່ເຂດຫົວຂົວກັບທາງໂລຈິສຕິກ ໄດ້ສົມທົບກັບໃຫ້ບໍລິສັດວຽງຈັນໂລຈິສຕິກໝາກ ເລັ່ງຈັດຕັ້ງປະຕິບັດວຽກງານທີ່ຍັງບໍ່ສໍາເລັດ ເປັນຕົ້ນ ໄຟເຍືອງທາງ ອະນາໄມເສດກ້ອນເບຕົງ ກໍ່ສ້າງແທ່ນກາຊາດໃຫ້ສໍາເລັດໂດຍໄວ ວຽກແຕ້ມເສັ້ນຊ່ອງຈາລະຈອນ ແລະ ປ້າຍຈາລະຈອນ ຄະນະຫ້ອງການໄດ້ສົມທົບກັບຂະແໜງປະເມີນຜົນ ພະແນກແຜນການ ແລະ  ການລົງທຶນກໍາລັງປັບປຸງເນື້ອໃນບົດສະເໜີໂຄງການຈະໃຫ້ສໍາເລັດໃນອາທິດຕໍ່ໜ້ານີ້ ໄດ້ຮ່າງໜັງສືສະເໜີໃຫ້ຫົວໜ້າຄະນະຄຸ້ມຄອງດ່ານ ສະເໜີຫາພະແນກການເງິນນະຄອນຫຼວງ ເພື່ອຂໍງົບປະມານຈຳນວນ 774 ລ້ານກີບ ເພື່ອມາຈັດຕັ້ງປະຕິບັດວຽກງານທີ່ຈໍາເປັນ-ຮີບດ່ວນ ເປັນຕົ້ນ ວຽກແຕ້ມເສັ້ນຈາລະຈອນ ແລະ ຕິດຕັ້ງປ້າຍຈາລະຈອນຢູ່ບໍລິເວນດ່ານ.

     ປັດຈຸບັນ ແມ່ນກໍາລັງຂຶ້ນແຜນສ້ອມແປງພື້ນກະໂລເລນຜູ້ໂດຍສານເຂົ້າ-ອອກດ່ານ ປັບປຸງທໍ່ລະບາຍນ້ຳແອ ໃຫ້ເປັນລະບຽບ ໄດ້ຈັດກອງປະຊຸມຮ່ວມກັບຜູ້ປະກອບການທຸລະກິດຢູ່ດ້ານຫຼັງອາຄານດ່ານ ເພື່ອສືບຕໍ່ປະຕິບັດເລີກຮື້-ຍົກຍ້າຍຕູ້ອອກຈາກບໍລິເວນດັ່ງກ່າວ ແລະ ຈະໄດ້ແຈ້ງການຫາພາກສ່ວນດັ່ງກ່າວຕື່ມໃນຕໍ່ໜ້າ ໄດ້ສົມທົບບໍລິສັດ ເອສ ທີ່ ກຣຸບ ຂຶ້ນແຜນເລີກຮື້ຟຸດບາດ ແລະ ຮ່ອງລະບາຍນ້ຳຕໍ່ໜ້າທາງເຂົ້າ-ອອກ ເອສ ທີ ເວ ກັສ ເພື່ອກໍ່ສ້າງເປັນບ່ອນຈອດລົດເມປະຈໍາດ່ານ ເຊິ່ງມາຮອດງວດ 1 ປີ 2022 ໄດ້ມີສະຖິຕິຜູ້ໂດຍສານແລະ ພາຫະນະເຂົ້າ-ອອກດ່ານ ສາມາດຮັບແຈ້ງຄົນເຂົ້າເມືອງ 9.004 ຄົນ ຍິງ 1.504 ຄົນ ແລະ ເດັກນ້ອຍ 134 ຄົນ  ຮັບແຈ້ງຄົນອອກເມືອງ 22.997 ຄົນ ຍິງ 971 ແລະ ເດັກນ້ອຍ 33 ຄົນຮັບແຈ້ງພາຫະນະລົດບັນທຸກເຂົ້າເມືອງ 6.222 ຄັນ ຮັບແຈ້ງພາຫະນະລົດບັນທຸກອອກເມືອງ 21.198 ຄັນ ສາມາດມີລາຍຮັບຄ່າຜ່ານຂົວແຕ່ຕົ້ນປີມາຮອດວັນ 30 ເມສາ 2022 ໄດ້ທັງໝົດ 991 ລ້ານກີບ ໃນຈຳນວນພາຫະນະ 14.452 ເທື່ອຄັນ.

     ໂອກາດນີ້ ທ່ານຮອງເຈົ້າຄອງ ໄດ້ມີຄໍາເຫັນຊີ້ນຳບັນດາພະແນກການກ່ຽວຂ້ອງ ເພື່ອກະກຽມໃນວຽກງານດັ່ງກ່າວ ເປັນຕົ້ນການຈັດຕັ້ງປະຕິບັດມາດຕະການປ້ອງການພະຍາດໂຄວິດ-19 ໃນແຕ່ລະຂັ້ນໃຫ້ເປັນລະບົບ ຊີ້ນຳການໃຫ້ມີການກະກຽມຈຸດພົ່ນຢາຂ້າເຊື້ອພາຫະນະເຂົ້າ-ອອກ ແຕ່ຂະແໜງການທີ່ກ່ຽວຂ້ອງຕ້ອງໄດ້ມີການປະສານສົມທົບກັນຢ່າງກົມກຽວ ໂດຍສະເພາະ ພະນັກງານຮັບຜິດຊອບຢູ່ດ່ານທີ່ຖືກແຕ່ງຕັ້ງຕ້ອງໄດ້ເຮັດໜ້າວຽກຕາມພາລະບົດບາດຂອງຕົນໃຫ້ລ້ອນໜ້າທີ່ການຈັດຕັ້ງມອບໝາຍໃຫ້ ເພາະວ່າພາຍຫຼັງການເປີດດ່ານຈະມີການເພີ່ມຂຶ້ນຂອງຈຳນວນພາຫະນະ ແລະ ພົນລະເມືອງເຂົ້າ-ອອກດ່ານຫຼາຍຂຶ້ນ ຕ້ອງມີການຈັດສັນຄວາມເປັນລະບຽບຮຽບຮ້ອຍຢ່າງຄັກແນ່ ໂດຍຜັນຂະຫຍາຍເອົານະໂຍບາຍ 6 ສ ຂອງ ນວ ເປັນບ່ອນອີງ ເປັນຕົ້ນ ການປະຕິບັດລະບຽບໃຫ້ມີຄວາມສະຫງົບ ການແຈ້ງຄົນເຂົ້າ-ອອກເມືອງ ເອົາໃຈໃສ່ປັບປຸງອະນາໄມພື້ນທີ່ໃຫ້ມີຄວາມສະອາດງາມຕາ ມີຄວາມສີວິໄລ ກໍຄືການບໍລິການຢູ່ຈຸດປ່ອງບໍລິການຕ້ອງໃຫ້ມີຄວາມທັນສະໄໝ ໄປພ້ອມໆສິ່ງອຳນວຍຄວາມສະດວກດ້ານອື່ນໆໃນແຕ່ລະດ້ານໃຫ້ມີຄວາມສະດວກສະບາຍຫຼາຍຂຶ້ນ ເພື່ອຮອງຮັບການເປີດດ່ານສາກົນຕາມແຈ້ງການຂອງລັດຖະບານໃນມໍ່ໆນີ້.

# ຂ່າວ – ພາບ : ລັດເວລາ

error: Content is protected !!