ຖວທ ນວ ຕັ້ງໜ້າຜັນຂະຫຍາຍໜ້າວຽກສະພາ ນວ ຮັບຮອງຄາດວ່າຈະບັນລຸໄດ້ຕາມແຜນການ

    ໃນວັນທີ 5 ພຶດສະພາ 2022 ທີ່ພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວນະຄອນຫຼວງວຽງຈັນ(ຖວທ ນວ) ທ່ານ ນາງ ເກດມະນີ ບັນດາສັກ ປະທານຄະນະກຳມະການວັດທະນະທຳ-ສັງຄົມ ແລະ ບັນດາເຜົ່າສະພາປະຊາຊົນນະຄອນຫຼວງວຽງຈັນ ພ້ອມຄະນະໄດ້ລົງຊຸກຍູ້ ແລະ ຕິດຕາມກວດກາວຽກງານຂອງພະແນກ ຖວທ ນວ ໂດຍການຕ້ອນຮັບຂອງທ່ານ ນາງ ວິໄລວອນ ຈັນທະລາຕີ ຫົວໜ້າພະແນກ ຖວທ ນວ  ມີຫົວໜ້າຂະແໜງ ຫົວໜ້າຫ້ອງການຖວທ 9 ຕົວເມືອງ ພ້ອມດ້ວຍພະນັກງານວິຊາການຫຼັກແຫຼ່ງເຂົ້າຮ່ວມ.

    ໃນໂອກາດນີ້ ທ່ານນາງ ວິໄລວອນ ຈັນທະລາຕີ ໄດ້ຂຶ້ນລາຍງານກ່ຽວກັບການເຄື່ອນໄຫວວຽກງານໃນໄລຍະຜ່ານມາ ພ້ອມທັງຕອບຄຳຖາມເຈາະຈີ້ມຂອງຄະນະກຳມະການວັດທະນະທຳ-ສັງຄົມ ແລະ ບັັນດາເຜົ່າໃນ 5 ຂໍ້ຊັກຖາມຄື: ຕໍ່ກັບການປະຕິບັດຄຸ້ມຄອງລາຍຮັບ-ລາຍຈ່າຍຂອງພະແນກ ຖວທ ນວ ໄດ້ລວມສູນວຽກງານການເງິນແຕ່ປີ 2020 ເຮັດໃຫ້ການປະຕິບັດວຽກງານໃນການຂຶ້ນແຜນລາຍຮັບ-ລາຍຈ່າຍ ມີຄວາມສະດວກ ແລະ ສອດຄ່ອງກັບລະບຽບກົດໝາຍຕ່າງໆ.

    ສຳລັບການຈັດຕັ້ງປະຕິບັດບັນດາຄາດໝາຍສູ້ຊົນ 2022 ຖວທ ນວໄດ້ຕັ້ງໜ້າຜັນຂະຫຍາຍເຂົ້າໃນວຽກງານຕົວຈິງໃນວຽກຖະແຫຼງຂ່າວ ແມ່ນໄດ້ມີແຜນຕິດຕັ້ງໂທລະໂຄ່ງ 4 ບ້ານ ພ້ອມທັງມອບໝາຍໃຫ້ເມືອງເປັນຜູ້ໂຄສະນານໍາເອົາກົດໝາຍນິຕິກໍາ ແຈ້ງການລັດຖະບານໃນແຕ່ໄລຍະໂຄສະນາຕາມຮ້ານ “ ນອກຈາກນັ້ນ ກໍຍັງມີການໂຄສະນາທາງດ້ານໂທລະໂຄ່ງປະຈຳບ້ານ ເຫັນວ່າ ບັນດາບ້ານ ແລະ ເມືອງ ກໍໄດ້ມີການຈັດຕັ້ງປະຕິບັດໄດ້ເກີນແຜນ ພິເສດແມ່ນການໂຄສະນາຜ່ານສື່ອ່ອນລາຍທາງ ເພຈ ແລະ ເວັບໄຊ ມາຮອດປັດຈຸບັນ ສາມາດສ້າງຄອບຄົວວັດທະນະທຳໄດ້ 330 ຄອບຄົວ ທຽບໃສ່ແຜນປີ ເທົ່າກັບ 16,50% ໄດ້ຈັດຕັ້ງປະຕິບັດໂຄງການ ປະຕິສັງຂອນພະທາດຖິ່ນຊ້ອຍ ບ້ານປາກງື່ມ ເມືອງປາກງື່ມ ປະຕິບັດໄດ້ 90% ຂອງແຜນການ ການຂຶ້ນທະບຽນສວນຊຽງຄວນເປັນມໍລະດົກແຫ່ງຊາດລະດັບທ້ອງຖິ່ນ ປະຕິບັດໄດ້ 80% ຂອງແຜນການ ໃນວຽກສິລະປະການສະແດງ ໄດ້ເກັບກຳບັນດາຫົວໜ່ວຍທຸລະກິດວົງດົນຕີ ເອເລັກໂທຣນ ນັກເສບ ນັກຮ້ອງອິດສະຫຼະ ເພື່ອຂຶ້ນທະບຽນຈັດເຝິກອົບຮົມເຜີຍແຜ່ກົດໝາຍວ່າດ້ວຍສິລະປະການສະແດງ ສະບັບເລກທີ 16/ລບ.

      ຕໍ່ກັບຄາດໝາຍສູ້ຊົນ ໃນປີ 2022 ຕາມມະຕິກອງປະຊຸມສະພາປະຊາຊົນນະຄອນຫຼວງວຽງຈັນ ໂດຍສະເພາະຄາດໝາຍການທ່ອງທ່ຽວ 300.000 ຄົນນັ້ນ ທາງພະແນກ ຖວທ ນວ ໄດ້ເອົາໃຈໃສ່ຊຸກຍູ້ສົ່ງເສີມໃຫ້ພາກທຸລະກິດການທ່ອງທ່ຽວໄດ້ມີການເຄື່ອນໄຫວສ້າງກິດຈະກຳຕ່າງໆ ຕິດພັນກັບງານບຸນປະເພນີ ເພື່ອໃຫ້ມີການທ່ອງທ່ຽວທີ່ຫຼາຍຮູບແບບ ຫຼາຍສີສັນ ເພື່ອຊ່ວຍກະຕຸ້ນການທ່ອງທ່ຽວພາຍໃນໃຫ້ມີບັນຍາກາດທີ່ດີຂຶ້ນ ເຮັດໃຫ້ບັນດາທຸລະກິດກັບມາເຄື່ອນໄຫວກິດຈະການຂອງເຂົາເຈົ້າ ສາມາດຟື້ນຟູຕົນເອງ ແລະ ຊອກຫາຊ່ອງທາງເພື່ອຢຽວຢາໄດ້ຜົນກະທົບການລະບາດພະຍາດໂຄວິດ-19 ໃນ 3 ເດືອນຕົ້ນປີ 2022 ແມ່ນມີນັກທ່ອງທ່ຽວເຂົ້າມານະຄອນຫຼວງວຽງຈັນ 11.762 ເທື່ອຄົນ ເປັນນັກທ່ອງທ່ຽວພາຍໃນ 1.486 ເທື່ອຄົນ ຄາດຄະເນລາຍຮັບນັກທ່ອງທ່ຽວ 1.248.870 ໂດລາສະຫະລັດ ພ້ອມທັງໄດ້ເອົາໃຈໃສ່ປະຕິບັດຕາມທິດທາງແຜນການຟຶ້ນຟູຂອງກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ເອົາໃຈໃສ່ ໂດຍຈະໄດ້ສົມທົບກັບພາກທຸລະກິດ.

    ສຳລັບການຈັດຕັ້ງປະຕິບັດຂໍ້ຕົກລົງຂອງທ່ານເຈົ້າຄອງນະຄອນຫຼວງວຽງຈັນ 620/ຈນວ ວ່າດ້ວຍການຄວບຄຸມສຽງເນືອງນັນຢູ່ນະຄອນຫຼວງວຽງຈັນ ພະແນກ ຖວທ ນວ ໄດ້ສົມທົບກັບຫ້ອງການ ຖວທ ເມືອງ ໄດ້ເຜີຍແຜ່ຂໍ້ຕົກລົງດັ່ງກ່າວໃຫ້ບັນດາອຳນາດການປົກຄອງບ້ານ ຜູ້ປະກອບການ ໄດ້ຮັບຮູ້ເຂົ້າໃຈແຈ້ງເຖິງເນື້ອໃນຈິດໃຈຂໍ້ຕົກລົງ ແລະ ໃຫ້ມີການປະຕິບັດຢ່າງເຂັ້ມງວດ ໃນບັນດາທຸລະກິດຢູ່ພາຍໃນການຄຸ້ມຄອງຂອງຂະແໜງ ຖວທ ໄດ້ມີການມອບຄວາມຮັບຜິດຊອບໃຫ້ແຕ່ລະຂັ້ນ ເພື່ອບໍ່ໃຫ້ສັບສົນໃນການຕິດຕາມກວດກາ ມີຄວາມເປັນເອກະພາບໃນການປະຕິບັດມາດຕະການຕໍ່ຜູ້ລະເມີດ ໄດ້ມີການໃຫ້ຄວາມຮ່ວມມືປະສານສົມທົບຈາກເຈົ້າໜ້າທີ່ ປກສ ຢ່າງແຂງຂັນ ໃນການລົງຕິດຕາມກວດກາບັນດາທຸລະກິດບໍລິການທີ່ຄວາມສ່ຽງສ້າງສຽງເນືອງນັນ ເວົ້າລວມແລ້ວ ສຳລັບ 5 ວຽກງານຫຼັກທີ່ສະພາ(ນວ)ໄດ້ຮັບຮອງເອົານີ້ ທາງພະແນກ ຖວທ ນວ ຂອງພວກເຮົາຄາດວ່າຈະສາມາດສູ້ຊົນບັນລຸໄດ້ໃຫ້ທ້າຍປີ 2022.

    ໃນຕອນທ້າຍ ທ່ານນາງ ເກດມະນີ ບັນດາສັກ ໄດ້ໃຫ້ທິດຊີ້ນຳ ໂດຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະນຳຂອງພະແນກຖວທ ນວ ທີ່ໄດ້ຕັ້ງໜ້າຊີ້ນຳພະນັກງານວິຊາການຢ່າງເອົາໃຈໃສ່ ສົ່ງຜົນໃຫ້ການຈັດຕັ້ງປະຕິບັດວຽກງານມີຫຼາຍດ້ານພົ້ນເດັ່ນ ຕໍ່ກັບຂໍ້ຄົງຄ້າງ ກໍໃຫ້ຕັ້ງໜ້າສືບຕໍ່ແກ້ໄຂໃຫ້ໄດ້ຮັບຜົນສຳເລັດ ເພື່ອກ້າວສູ່ການບັນລຸແຜນການຕາມ 5 ວຽກງານຫຼັກທີ່ສະພານະຄອນຫຼວງຮັບຮອງ.

         # ຂ່າວ – ພາບ : ເພັດສະໝອນ

error: Content is protected !!