8 ພຶດສະພາ ວັນກາແດງ ແລະ ຊີກວົງເດືອນແດງສາກົນ

     ເນື່ອງໃນໂອກາດວັນກາແດງ ແລະ ຊີກວົງເດືອນແດງສາກົນ 8 ພຶດສະພາ ທ່ານ ຮສ.ດຣ ພູທອນ ເມືອງປາກ ປະທານອົງການກາແດງແຫ່ງຊາດລາວ ໄດ້ມີຄຳເຫັນຕໍ່ວັນສຳຄັນດັ່ງກ່າວນີ້ ໃນວັນທີ 5 ພຶດ ສະພາ 2022 ທີ່ອົງການ ກາແດງແຫ່ງຊາດລາວ ວ່າ: ໃນສະຕະວັດກວ່າທີ່ຜ່ານມາ (14 ມິຖຸນາ 1859) 163 ປີ ໄດ້ມີສົງຄາມລະຫວ່າງທະຫານຝຣັ່ງ ແລະ ໂອຕຣິດ ຢູ່ທີ່ສະໜາມຮົບໂຊນເຟຣິໂນ (Battle of Solferino) ທີ່ປະເທດອີຕາລີໃນປັດຈຸບັນ ເຊິ່ງເຮັດໃຫ້ທະຫານມີ ການບາດເຈັບ ແລະ ເສຍຊີວິດເປັນຈຳນວນຫຼາຍ (40.000 ຄົນ) ໂດຍບໍ່ມີພາກສ່ວນໃດຮັບຜິດຊອບປິ່ນປົວເບິ່ງແຍງ ແຕ່ຢ່າງໃດເລີຍ.

    ທ່ານ ຮັງຣີ ດຸຍນັງ (Henry Dunant) ເປັນນັກທຸລະກິດຊາວສະວິດ ເກີດເມື່ອວັນທີ 8 ພຶດສະພາ ໄດ້ເດີນທາງໄປພົບ ເຫັນເຫດການດັ່ງກ່າວ ແລະ ເພີ່ນໄດ້ບັນທຶກເຫດການ ພັນລະນາເຖິງຄວາມທຸກທໍລະມານທີ່ຮ້າຍກາດດັ່ງກ່າວ ເຊິ່ງເອີ້ນຊື່ ປຶ້ມວ່າ:ຄວາມຊົງຈຳແຫ່ງໂຊນເຟຣິໂນ (The Memory of Solferino) ແລະ ໄດ້ພິມເຜີຍແຜ່ໄປຍັງປະເທດຕ່າງໆໃນທົ່ວໂລກ  ຈາກການບັນທຶກຄວາມຊົງຈຳອັນນີ້  ໄດ້ເຮັດໃຫ້ເກີດມີວິໄສທັດດ້ານມະນຸດສະທຳ  ແລະ  ນຳໄປສູ່ການສ້າງຕັ້ງ “ ສະມາຄົມບັນເທົາທຸກແບບສະໝັກໃຈ ” ເພື່ອຊ່ວຍເບິ່ງແຍງປິ່ນປົວຜູ້ບາດເຈັບໃນສົງຄາມ ໂດຍບໍ່ມີການຈຳແນກໃດໆຕໍ່ຄູ່ສັດຕູຂອງສົງຄາມ ໃນທີ່ສຸດກໍໄດ້ພັດທະນາໄປສູ່ການສ້າງຕັ້ງຄະນະກຳມະການກາແດງສາກົນຂຶ້ນໃນວັນທີ 23 ຕຸລາ 1863 International Committee of the Red Cross (ICRC).

    ໃນໄລຍະ 1 ສະຕະວັດເຄິ່ງທີ່ຜ່ານມາ ນັບແຕ່ການລິເລີ່ມຂອງທ່ານ Henry Dunant ຜູ້ກໍ່ຕັ້ງສະມາຄົມບັນເທົາທຸກ ແບບສະໝັກໃຈ ໄດ້ນຳໄປສູ່ການສ້າງຕັ້ງຄະນະກຳມະການກາແດງສາກົນ ໄດ້ມີການສ້າງຕັ້ງອົງການກາແດງແຫ່ງຊາດຂຶ້ນ ໃນບັນດາປະເທດຕ່າງໆ ແລະ ໃນວັນທີ 5 ພຶດສະພາ 1919 ສະຫະພັນກາແດງ ແລະ ຊີກວົງເດືອນແດງສາກົນ ກໍໄດ້ຮັບການສ້າງຕັ້ງຂຶ້ນ (International Federation of Red Cross and Red Crescent -IFRC) ແລະ ມາຮອດປັດຈຸບັນທົ່ວໂລກໄດ້ມີສະພາກາແດງ ແລະ ຊີກວົງເດືອນແດງແຫ່ງຊາດ 192 ປະເທດ ໂດຍນຳໃຊ້ກາກະບາດສີ ແດງເທິງພື້ນສີຂາວ ຫຼື ຊີກວົງເດືອນແດງເທິງພື້ນສີຂາວ ເປັນເຄື່ອງໝາຍເພື່ອປົກປ້ອງ ແລະ ການຊ່ວຍເຫຼືອບັນເທົາທຸກ ໃນເວລາທີ່ເກີດມີຂໍ້ຂັດແຍ່ງລະຫວ່າງປະເທດ ຫຼື ພາຍໃນປະເທດ ທີ່ໄດ້ລະບຸໄວ້ໃນ “ ສົນທິສັນຍາເຊີແນວ 1949 ” ແລະ ອະນຸສັນຍາເພີ່ມເຕີມ 3 ສະບັບ ເພື່ອແກ້ໄຂບັນຫາໃນເວລາມີຂໍ້ຂັດແຍ່ງ ຫຼື ປະທະກັນ.

    ສະຫະພັນກາແດງ ແລະ ຊີກວົງເດືອນເດືອນແດງສາກົນ (IFRC) ແມ່ນເຄືອຂ່າຍມະນຸດສະທຳທີ່ໃຫຍ່ທີ່ສຸດຂອງໂລກ ແລະ ໄດ້ມີຂະບວນການເຄື່ອນໄຫວຕາມ 7 ຫຼັກການພື້ນຖານຄື: ມະນຸດສະທຳ ທ່ຽງທໍາ ເປັນກາງ ເປັນເອກະລາດ ສະໝັກ ໃຈ ເປັນເອກະພາບ ແລະ ມີນໍ້າໃຈສາກົນ.

    ວັນທີ 8 ພຶດສະພາ ວັນກາແດງ ແລະ ຊີກວົງເດືອນແດງສາກົນ ກົງກັບວັນເກີດຂອງທ່ານ ຮັງຣີ ດຸຍນັງ (Henry Dunant) ຜູ້ກໍ່ຕັ້ງອົງການກາແດງສາກົນ ເພິ່ນເກີດເມື່ອວັນທີ 8 ພຶດສະພາ 1828 ທີ່ເມືອງເຈເນວາ ປະເທດສະວິດ ເພີ່ນໄດ້ຮັບລາງວັນ Nobel ສັນຕິພາບຜູ້ທຳອິດຂອງໂລກ .

    ພາຍຫຼັງສົງຄາມໂລກຄັ້ງທີ 2 ໃນປີ 1946 ໄດ້ມີການສະເໜີຢູ່ທີ່ກອງປະຊຸມໃຫຍ່ຂອງສະຫະພັນກາແດງ ຄັ້ງທີ 14 ທີ່ໂຕກຽວ ປະເທດຢີ່ປຸ່ນ ເພື່ອຮັບຮອງເອົາວັນກາແດງສາກົນ ໂດຍມີຈຸດປະສົງໃຫ້ອົງການກາແດງແຫ່ງຊາດໃນທົ່ວໂລກ ໄດ້ຈັດພິທີສະເຫຼີມສະຫຼອງໃນວັນດຽວກັນ 2 ປີຕໍ່ມາ ພາຍຫຼັງໄດ້ມີການຮັບຮອງຂອງຄະນະກຳມະການວັນກາແດງສາກົນ ໄດ້ຖືກສະເຫຼີມສະຫຼອງເປັນຄັ້ງທຳອິດທົ່ວໂລກ ໃນວັນທີ 8 ພຶດສະພາ 1948 ແລະ ຕໍ່ມາ ປີ1984 ຈຶ່ງປ່ຽນຊື່ວ່າ “ວັນກາແດງ ແລະ ຊີກວົງເດືອນແດງ ສາກົນ ”.

    ຈາກນັ້ນມາ ວັນທີ 8 ພຶດສະພາ ຂອງທຸກປີ ຖືວ່າແມ່ນວັນກາແດງ ແລະ ຊີກວົງເດືອນແດງສາກົນ ເປັນວັນສະເຫຼີມ ສະຫຼອງຫຼັກການຄຸນຄ່າປະຫວັດສາດ ແລະ ຜົນສະທ້ອນຂອງຂະບວນການກາແດງ ແລະ ຊີກວົງເດືອນແດງສາກົນ ເປັນວັນສາກົນ ເພື່ອສະເຫຼີມສະຫຼອງຄວາມເປັນເອກະພາບ ແລະ ຄວາມ ສາມັກຄີຂອງຂະບວນການກາແດງ ແລະ ຊີກວົງເດືອນແດງສາກົນ ໃນວຽກງານມະນຸດສະທຳ ແຕ່ລະປີຈະໄດ້ມີຫົວຂໍ້ສຳຄັນ ຫຼື ຄຳຂວັນປຸກລະດົມນໍ້າໃຈຂອງ ນັກເຄື່ອນໄຫວມະນຸດສະທຳ.

   ສຳລັບປີ 2022 ນີ້ ຄະນະກຳມະການກາແດງ ແລະ ຊີກວົງເດືອນແດງສາກົນ ໄດ້ຍົກເອົາການສະແດງຮູບພາບຄວາມ ເມດຕາຕໍ່ເພື່ອນມະນຸດ ແລະ ປຸກລະດົມໃຫ້ກຳລັງໃຈໃຫ້ທຸກຄົນໃນທົ່ວໂລກມີນໍ້າໃຈເມດຕາຕໍ່ເພື່ອນມະນຸດດ້ວຍກັນ ໂດຍມີຫົວຂໍ້ວ່າ: “ພວກເຮົາທຸກຄົນມີຄວາມເມດຕາເພື່ອນມະນຸດ ດ້ວຍກັນ” ຫຼື “We are all Humankind”.

    ເນື່ອງໃນວັນກາແດງ ແລະ ຊີກວົງເດືອນແດງສາກົນນີ້ ຂໍສະແດງຄວາມຍ້ອງຍໍຊົມເຊີຍຕໍ່ພະນັກງານ ສະມາຊິກ ອາສາສະໝັກກາແດງທັງຫຼາຍ ທີ່ໄດ້ປະຕິບັດໜ້າທີ່ວຽກງານດ້ວຍຄວາມຮັບຜິດຊອບດ້ວຍຄວາມເສຍສະຫຼະ ເຊິ່ງພວກ ເຂົາເຈົ້າເຫຼົ່ານັ້ນເຮັດວຽກຢູ່ໃນແຖວໜ້າຂອງວິກິດການຢູ່ໃນສະຖານະການທີ່ຫຍຸ້ງຍາກ ແລະ ມີຄວາມສ່ຽງຕໍ່ຄວາມປອດໄພ ຂອງຕົນເອງ;

    ຂໍສະແດງຄວາມຮູ້ບຸນຄຸນຢ່າງສູງຕໍ່ບຸກຄົນ ນິຕິບຸກຄົນ ທັງລາວ ແລະ ຕ່າງປະເທດ ທີ່ໄດ້ມີນໍ້າໃຈເມດຕາ ສະຫຼະວັດຖຸປັດໄຈ ປະກອບສ່ວນຊຸກຍູ້ສົ່ງເສີມວຽກງານມະນຸດສະທຳຂອງອົງການກາແດງແຫ່ງຊາດລາວ.

 #  ຂ່າວ : ຊີລິການດາ

error: Content is protected !!