ທ່ານຮອງນາຍົກລັດຖະມົນຕີ ຊຸກຍູ້ວຽກງານຢູ່ແຂວງວຽງຈັນ

   ວັນທີ 3-4 ພຶດສະພາ 2022 ຜ່ານມາ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ພ້ອມຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ທີ່ແຂວງວຽງຈັນ ໂດຍມີທ່ານ ຄໍາພັນ ສິດທິດຳພາ ເຈົ້າແຂວງວຽງຈັນ ພ້ອມຄະນະນຳຂອງແຂວງ ເມືອງ ພະແນກການ ແລະ ປະຊາຊົນຈຳນວນໜຶ່ງໃຫ້ການຕ້ອນຮັບ.

    ທ່ານ ຄໍາພັນ ສິດທິດຳພາ ຕາງໜ້າອົງການປົກຄອງແຂວງ ໄດ້ລາຍງານໃຫ້ຊາບໂດຍຫຍໍ້ກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມຂອງແຂວງ ເຫັນວ່າ: ທ່າແຮງຕົ້ນຕໍຂອງແຂວງແມ່ນມີທົ່ງພຽງທີ່ກວ້າງໃຫຍ່ ມີເນື້ອທີ່ທໍາການຜະລິດກະສິກໍາກວ້າງຂວາງ ມີຊັບພະຍາກອນບໍ່ແຮ່ທີ່ສໍາຄັນຫຼາຍແຫ່ງ ມີແມ່ນໍ້າທີ່ສໍາຄັນຫຼາຍສາຍ ມີເສັ້ນທາງດ່ວນວຽງຈັນ-ວັງວຽງ ເສັ້ນທາງລົດໄຟລາວ-ຈີນ ທີ່ສາມາດເຊື່ອມໂຍງ-ເຊື່ອມຈອດ ກັບບັນດາແຂວງອ້ອມຂ້າງ ແລະ ອອກສູ່ ສປ ຈີນ ເຊິ່ງໜຶ່ງໃນສະຖານນີທີ່ສຳຄັນ ກໍແມ່ນສະຖານນີວັງວຽງໄດ້ເປັນຈຸດຂົນສົ່ງສິນຄ້າປະເພດຕ່າງໆ ທັງເປັນຈຸດເຊື່ອມກັບແຫຼ່ງທ່ອງທ່ຽວເມືອງວັງວຽງ ແລະ ໜ້າເຂື່ອນໄຟຟ້ານໍ້າງື່ມ 1 ຕາມແຜນການຮັບນັກທ່ອງທ່ຽວຈາກພາຍໃນ ແລະ ຕ່າງປະເທດ ໃນໄລຍະຜ່ອນຜັນຂອງການລະບາດພະຍາດໂຄວິດ-19 ນີ້ ເມືອງວັງວຽງກໍໄດ້ຖືກກຳນົດເປັນເມືອງທ່ອງທ່ຽວສີຂຽວ ປັດຈຸບັນ ແຂວງວຽງຈັນພວມສຸມໃສ່ຍູ້ແຮງການຜະລິດໃຫ້ເຂັ້ມແຂງ ໂດຍເລີ່ມຈາກສັງຄົມຜະລິດ ຊຸກຍູ້ຫົວໜ່ວຍຜູ້ປະກອບການທຸລະກິດຂະໜາດນ້ອຍ ຂະໜາດກາງ ສ້າງຜະລິດຕະພັນໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບ ຕ້ານ ແລະ ສະກັດກັ້ນບັນຫາຢາເສບຕິດຢ່າງເຂັ້ມງວດ ກໍຄືພວມສຸມໃສ່ຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ໃນການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດ ສຳລັບ ປີ 2021 GDP ຂອງແຂວງ ຂະຫຍາຍຕົວ 4% ເທົ່າກັບ 71,42% ຂອງແຜນການ ສະເລ່ຍຕໍ່ຫົວຄົນໄດ້ 18,02 ລ້ານກີບ ຫຼື ເທົ່າກັບ 1.882 ໂດລາ/ປີ ການເກັບລາຍຮັບເຂົ້າງົບປະມານປະຕິບັດໄດ້ 209,18 ຕື້ກີບ ເທົ່າກັບ 95,10% ຂອງແຜນ ສໍາລັບ 3 ເດືອນຕົ້ນປີ 2022 GDP ເພີ່ມຂຶ້ນ 1% ເທົ່າກັບ 22,22% ຂອງແຜນການ ເກັບລາຍຮັບເຂົ້າງົບປະມານປະຕິບັດໄດ້ 45,02 ຕື້ກີບ ເທົ່າກັບ 19,76% ຂອງແຜນການ.

   ການເຄື່ອນໄຫວເຮັດວຽກ ຢູ່ແຂວງວຽງຈັນຄັ້ງນີ້ ທ່ານ ສອນໄຊ ສີພັນດອນ ພ້ອມຄະນະ ຍັງໄດ້ໄປຢ້ຽມຢາມໂຄງການຂຸດຄົ້ນແຮ່ເຫຼັກ ທີ່ບ້ານຊ່ວງ ເມືອງວັງວຽງ ຢ້ຽມຢາມໂຮງງານໄມ້ອັດຂອງບໍລິສັດບົວລະພາ ທີ່ເມືອງຫີນເຫີບ ຢ້ຽມຢຽມໂຄງການຂຸດຄົ້ນຊັບສິນດີຈິຕອນຂອງບໍລິສັດພົງຊັບທະວີ ທີ່ເມືອງທຸລະຄົມ ຢ້ຽມຢາມໂຄງການພັດທະນາທີ່ໂຮງແຮມແດນສະຫວັນ ນໍ້າງື່ມຣີສອດ ແລະ ໄດ້ມອບເງິນຈຳນວນໜຶ່ງໃຫ້ອົງການປົກຄອງແຂວງວຽງຈັນ ເພື່ອນໍາໃຊ້ເຂົ້າໃນການຈັດຕັ້ງປະຕິບັດວຽກງານລວມຂອງແຂວງ ຕື່ມອີກ.

.

# ຂ່າວ – ພາບ : ຊິລິການດາ

error: Content is protected !!