ຂຸດຄົ້ນອັດຖິຂອງທະຫານອາສາສະໝັກ-ຊ່ຽວຊານຫວຽດທີ່ເສຍຊີວິດຢູ່ເມືອງສັງທອງ

    ໂດຍປະຕິບັດຕາມແຜນນະໂຍບາຍຂອງສອງພັກ ສອງລັດ ສອງກະຊວງປ້ອງກັນປະເທດ ກໍຄືສອງປະເທດ ລາວ-ຫວຽດນາມ ຂໍ້ຕົກລົງຂອງເຈົ້າຄອງນະຄອນຫຼງງວຽງຈັນ ແລະ ແຜນການຂອງກອງບັນຊາການທະຫານນະຄອນຫລວງວຽງຈັນ ກ່ຽວກັບການຮ່ວມມືເຄື່ອນໄຫວຂຸດຄົ້ນຫາອັດຖິຂອງທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ ເພື່ອການປະຕິວັດຊາດຂອງລາວຢູ່ຂອບເຂດນະຄອນຫຼວງວຽງຈັນ ໂດຍສະເພາະ ຂອບເຂດຂອງເມືອງສັງທອງ.

    ໜ່ວຍປະຕິບັດງານພິເສດແຂວງຮາຕິ່ງ ສສ ຫວຽດນາມ  ນຳໂດຍທ່ານ ພັນໂທ ພິເສດ ຫງວຽນ ດຶກຢຸ້ງ ຫົວໜ້າການເມືອງ ໜ່ວຍປະຕິບັດງານພິເສດແຂວງຮາຕິ່ງ ພ້ອມຄະນະ ໄດ້ສົມທົບກັບຄະນະສະເພາະກິດຂຸດຄົ້ນຫາອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມເມືອງສັງທອງ ນຳໂດຍທ່ານ ພັນຕີ ຄຳແສນ ສີວົງໄຊ ຮອງພະແນກການເມືອງ ກອງບັນຊາການທະຫານເມືອງສັງທອງ ຫົວໜ້າຄະນະສະເພາະກິດຂຸດຄົ້ນຫາອັດຖິຂອງທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມຂັ້ນເມືອງ ພ້ອມຄະນະ ແລະ ໜ່ວຍງານຄະນະຮັບຜິດຊອບຂຸດຄົ້ນຫາອັດຖິຂອງທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ຈາກກອງບັນຊາການທະຫານນະຄອນຫຼວງວຽງຈັນ ນໍາໂດຍທ່ານ ພັນຕີ ສຸລິຍົງ ເຊັງຊີຢ່າ ຮອງພະແນກນະໂຍບາຍ ຫ້ອງການເມືອງ ກອງບັນຊາການທະຫານນະຄອນຫຼວງວຽງຈັນ ເຄື່ອນໄຫວຂຸດຄົ້ນຫາອັດຖິຂອງທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ຂອບເຂດເມືອງສັງທອງ ວັນທີ 3 ພຶດສະພາ 2022.  

    ສໍາລັບຂໍ້ມູນເປົ້າໝາຍຂຸດຄົ້ນຫາອັດຖິຂອງທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມຢູ່ເມືອງສັງທອງ ສົກປີ 2021-2022 ມີກໍານົດ 6 ຈຸດ ເຊິ່ງສາມາດຂຸດຄົ້ນໄດ້ຕົວຈິງ 2 ອັດຖິ ຢູ່ຂອບເຂດບ້ານຫີນສິ່ວ ແລະ ບ້ານກົ້ວ ໂດຍອັດຖິຂອງທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ໄດ້ເຄື່ອນຍ້າຍໄປບຳເພັນກູສົນໄວ້ຢູ່ກອງບັນຊາການທະຫານນະຄອນຫຼວງວຽງຈັນ ເພື່ອລໍຖ້າພິທີຈັດສົ່ງກັບຄືນປະເທດ ສູ່ບ້ານເກີດເມືອງນອນເປັນທາງການ.

# ສະບາໄພ

error: Content is protected !!