ປະກາດບ້ານໂຄກນ້ອຍ ເປັນບ້ານວັດທະນະທໍາແຫ່ງທີ 100 ຂອງເມືອງໄຊທານີ ແລະ ແຫ່ງທີ 476 ຂອງ ນວ

     ບ້ານໂຄກນ້ອຍ ເມືອງໄຊທານີ ນະຄອນຫຼວງວຽງຈັນ (ນວ) ປະກອບມີ 1 ໜ່ວຍພັກ ມີສະມາຊິກພັກທັງໝົດ 19 ສະຫາຍ ຍິງ 9 ສະຫາຍ ຜ່ານມາໄດ້ຮັບນາມມະຍົດເປັນໜ່ວຍພັກແຂງຮູ້ນໍາພາຮອບດ້ານ 2 ສະໄໝ ມີ 228 ຄອບຄົວ 239 ຫຼັງຄາເຮືອນ ມີພົນລະເມືອງທັງໝົດ 1.337 ຄົນ ຍິງ 649 ຄົນ ແບ່ງເປັນ 18 ໜ່ວຍ ປະຊາຊົນຖືສາສະໜາພຸດ 100% ມີວັດ 1 ແຫ່ງ ຫໍຂ່າວ 1 ແຫ່ງ ແລະ ໂທລະໂຄ່ງ 1 ຊຸດ ເຊິ່ງບ້ານດັ່ງກ່າວໄດ້ເລີ່ມຈັດຕັ້ງປະຕິບັດໂຄງການສ້າງຄອບຄົວ ແລະ ບ້ານວັດທະນະທໍາມາແຕ່ປີ 2008 ຮອດປັດຈຸບັນ ໂດຍອີງໃສ່ 5 ມາດຖານ 5 ບາດກ້າວທີ່ກໍານົດໄວ້ ຜ່ານການຈັດຕັ້ງປະຕິບັດ ສາມາດຕີລາຄາໄດ້ຄື: ພາຍໃນບ້ານມີຄອບຄົວທີ່ໄດ້ຮັບໃບຢັ້ງຢືນຄອບຄົວວັດທະນະທໍາແລ້ວ 215 ຄອບຄົວ ເທົ່າກັບ 94% ພ້ອມນັ້ນ ປະຊາຊົນຈໍານວນຫຼາຍຍັງໄດ້ຊົມໃຊ້ພາຫະນະສື່ມວນຊົນ ເປັນຕົ້ນແມ່ນ ວິທະຍຸ ໂທລະພາບ ໜັງສືພິມ ແລະ ວາລະສານຕ່າງໆ ຄຽງຄູ່ກັນນັ້ນ ປະຊາຊົນສາມາດຕ້ານ ແລະ ລົບລ້າງການເຊື່ອຖືແບບງົມງວາຍ ສ່ວນການພັດທະນາພື້ນຖານການຜະລິດແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນ ເຫັນວ່າມີການຂະຫຍາຍຕົວຢ່າງໄວວາ ນອກນັ້ນ ດ້ານການສຶກສາໄດ້ປະກາດລົບລ້າງການກືກໜັງສື ປະກາດບ້ານສຸຂະອະນາໄມ ແລະ ໄດ້ປະກາດເປັນບ້ານປອດຄະດີ ລະບົບການຈັດຕັ້ງຂອງບ້ານໄດ້ຮັບການປັບປຸງໃຫ້ໜັກແໜ້ນຄົບຊຸດ ມີໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ເປັນຜູ້ຊີ້ນໍາ ນາຍບ້ານໄດ້ຮັບການຍົກລະດັບທາງດ້ານທິດສະດີການເມືອງ ແລະ ການປົກຄອງ ກົດໝາຍຊັ້ນຕົ້ນໄລຍະສັ້ນ ພາຍໃນບ້ານມີຄວາມສະຫງົບ ສາມາດແກ້ໄຂຄະດີໄດ້ເປັນຢ່າງດີ.

    ໂດຍອີງໃສ່ຜົນສໍາເລັດໃນການຈັດຕັ້ງປະຕິບັດຕາມ 5 ມາດຖານຂອງບ້ານວັດທະນະທໍາທີ່ກ່າວມານັ້ນ ເຫັນວ່າມີເງື່ອນໄຂເໝາະສົມທີ່ຈະປະກາດເປັນບ້ານວັດທະນະທໍາ ຕາມທິດຊີ້ນໍາຂອງຂັ້ນເທິງວາງອອກ ກໍຄືຂໍ້ຕົກລົງວ່າດ້ວຍການຮັບຮອງເອົາບ້ານໂຄກນ້ອຍ ເປັນບ້ານວັດທະນະທໍາແຫ່ງທີ 100 ຂອງເມືອງໄຊທານີ ແລະ ແຫ່ງທີ 476 ຂອງ ນວ.

    ພິທີປະກາດບ້ານໂຄກນ້ອຍ ເປັນບ້ານວັດທະນະທໍາ ຈັດຂຶ້ນວັນທີ 5 ພຶດສະພາ 2022 ທີ່ຫ້ອງການບ້ານດັ່ງກ່າວ ໃຫ້ກຽດເຂົ້າຮ່ວມຂອງທ່ານ ຄໍາປະດິດ ເຂັມມານິດ ເຈົ້າເມືອງໄຊທານີ ທ່ານ ນາງ ສີພາພອນ ລັດສະໝີ ຫົວໜ້າຫ້ອງການພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ນວ ພ້ອມດ້ວຍຫົວໜ້າຫ້ອງການຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວເມືອງໄຊທານີ ອໍານາດການປົກຄອງບ້ານ ພໍ່ແມ່ປະຊາຊົນ ແລະ ແຂກຖືກເຊີນເຂົ້າຮ່ວມ.

error: Content is protected !!