ມື້ນີ້ ທົ່ວປະເທດກວດພົບພະຍາດໂຄວິດ-19 ຫຼາຍກວ່າ 200 ຄົນ ແລະ ເສຍຊີວິດ 2 ຄົນ

    ຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ໄດ້ລາຍງານກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ລວມທັງຕົວເລກການຕິດເຊື້ອພະຍາດໂຄວິດ-19 ໃນທົ່ວໂລກ ປະຈໍາວັນທີ 5 ພຶດສະພາ 2022 ທີ່ກະຊວງສາທາລະນະສຸກ ນະຄອນ ຫຼວງວຽງຈັນ. ໃນວັນທີ 4 ພຶດສະພາ 2022 ຜ່ານມາ ທົ່ວປະເທດໄດ້ກວດວິເຄາະຫາເຊື້ອພະຍາດໂຄວິດ-19 ທັງໝົດ 2.323 ຕົວຢ່າງ ໃນນີ້ ກວດພົບເຊື້ອທັງໝົດ 230 ຄົນ ເປັນການຕິດເຊື້ອພາຍໃນຈຳນວນ 210 ຄົນ ແລະ ນໍາເຂົ້າ 20 ຄົນ ສຳລັບຜູ້ຕິດເຊື້ອພາຍໃນໃໝ່ຈຳນວນ 210 ຄົນ ມີລາຍລະອຽດດັ່ງນີ້:

  • ນະຄອນຫຼວງວຽງຈັນ 128 ຄົນ
  • ແຂວງຊຽງຂວາງ ແລະ ໄຊຍະບູລີ ແຂວງລະ 12 ຄົນ
  • ວຽງຈັນ 11 ຄົນ
  • ຫຼວງພະບາງ 8 ຄົນ
  • ອັດຕະປື 7 ຄົນ
  • ສາລະວັນ ແລະ ສະຫັວນນະເຂດ ແຂວງລະ 5 ຄົນ
  • ຄໍາມ່ວນ ແລະ ອຸດົມໄຊ ແຂວງລະ 4 ຄົນ
  • ຫົວພັນ ໄຊສົມບູນ ແລະ ບໍລິຄໍາໄຊ ແຂວງລະ 3 ຄົນ
  • ເຊກອງ 2 ຄົນ
  • ບໍ່ແກ້ວ ຈໍາປາສັກ ແລະ ຜົ້ງສາລີ ແຂວງລະ 1 ຄົນ

    ສ່ວນການຕິດເຊື້ອນໍາເຂົ້າຈຳນວນ 20 ຄົນ ຈາກແຂວງສະຫວັນນະເຂດ 9 ຄົນ ຈໍາປາສັກ 4 ຄົນ ຄໍາມ່ວນ 4 ຄົນ ບໍລິຄໍາໄຊ 2 ຄົນ ແລະ ນະຄອນຫຼວງວຽງຈັນ 1 ຄົນ ເຊິ່ງທັງໝົດໄດ້ເຂົ້າຈໍາກັດບໍລິເວນຕາມສະຖານທີ່ກໍານົດໄວ້ກ່ອນຈະກວດພົບເຊື້ອ.

    ຮອດປັດຈຸບັນຢູ່ ສປປ ລາວ ມີຜູ້ຕິດເຊື້ອທັງໝົດ 208.368 ຄົນ (ຕິດເຊື້ອພາຍໃນ 192.375 ຄົນ ແລະ ນໍາເຂົ້າ 15.993 ຄົນ) ອອກໂຮງໝໍວັນທີ 4 ພຶດສະພາ 2022 ຈຳນວນ 62 ຄົນ ກຳລັງປິ່ນປົວ 436 ຄົນ ເສຍຊີວິດສະສົມທັງໝົດ 748 ຄົນ (ຜູ້ເສຍຊີວິດໃໝ່ 2 ຄົນ ຈາກແຂວງຫຼວງພະບາງ 1 ຄົນ ແລະ ອັດຕະປື 1 ຄົນ).

    ໃນທົ່ວໂລກຍັງສືບຕໍ່ມີລາຍງານຄົນຕິດເຊືື້ອໃໝ່ ແລະ ເສຍຊີວິດໃໝ່ທຸກວັນ ກໍລະນີຢັ້ງຢືນຕິດເຊື້ອທັງໝົດ 515.194.051 ຄົນ (ໃໝ່ 686.472 ຄົນ) ເສຍຊິວິດທັງໝົດ 6.268.012 ຄົນ (ໃໝ່ 3.045 ຄົນ) ແລະ ປີ່ນປົວຫາຍດີ 469.804.242 ຄົນ (ໃໝ່ 770,464 ຄົນ).

.

# ຂ່າວ – ພາບ : ຊິລິການດາ

error: Content is protected !!