ເຮືອນພັກຟ້າຣຸ້ງ ມອບເງິນ 100 ລ້ານກີບ ຊ່ວຍພັດທະນາໂຮງໝໍຊຸມຊົນ

    ວັນທີ 4 ພຶດສະພາ 2022 ຜ່ານມາ ທ່ານ ກອງແສງ ແສນທະແກ້ວ ພ້ອມດ້ວຍພັນລະຍາ ເຈົ້າຂອງເຮືອນພັກຟ້າຣຸ້ງ ໄດ້ມອບເງິນຈຳນວນ 100 ລ້ານກີບ ເພື່ອການພັດທະນາເຂົ້າໃນໂຄງການກໍ່ສ້າງອາຄານນອນຄົນເຈັບ (ຕຶກພິເສດ) ໂຮງໝໍຊຸມຊົນເມືອງຫົງສາ ແຂວງໄຊຍະບູລີ ກ່າວຮັບໂດຍທ່ານ ຄໍາຫຼ້າ ຜີວວັນນາ ເຈົ້າເມືອງຫົງສາ ມີຄະນະນຳ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

    ໂອກາດນີ້ ທ່ານ ຄຳຫຼ້າ ຜີວວັນນາ ໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຕໍ່ການຊ່ວຍເຫຼືອໃນຄັ້ງນີ້ ໂດຍໄດ້ເຫັນເຖິງຄວາມຈຳເປັນ ແລະ ຄວາມຕ້ອງການອັນຮີບດ່ວນໃນວຽກງານສາທາລະນະສຸກ ເປັນຕົ້ນ ຫ້ອງນອນຄົນເຈັບ ໃນໂຮງໝໍຊຸມຊົນເມືອງທີ່ບໍ່ພຽງພໍກັບຄວາມຕ້ອງການຂອງຜູ້ມາພັກເຊົາປິ່ນປົວ ແລະ ໃຫ້ຄຳໝັ້ນສັນຍາວ່າ: ຈະນຳເອົາການຊ່ວຍເຫຼືອດັ່ງກ່າວ ເຂົ້າໃນໂຄງການດັ່ງກ່າວ ເພື່ອຮັບປະກັນການເຂົ້າເຖິງການບໍລິການປິ່ນປົວຂອງປະຊາຊົນຢ່າງທົ່ວເຖິງ ​ໃຫ້ມີສະຖານທີ່ຮັບຮອງປິ່ນປົວຫຼຸດຜ່ອນຄວາມແອອັດ ອຳນວຍຄວາມສະດວກແກ່ຄົນເຈັບ ແລະ ຫວັງຢ່າງຍິ່ງວ່າ ທ່ານຈະສືບຕໍ່ໃຫ້ການຊ່ວຍເຫຼືອໃນໂອກາດຕໍ່ໄປ ພ້ອມມອບໃບຍ້ອງຍໍໃຫ້ກັບຄອບຄົວທ່ານ ກອງແສງ ແສນທະແກ້ວ ນຳອີກ.

error: Content is protected !!